ກະຊວງ ປກສ ມອບຫຼຽນໄຊ-ປະກາດແຕ່ງຕັ້ງ ແລະເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ

  ໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ, ໃນວັນທີ 2 ເມສາ 2021 ຢູ່ທີ່ສະໂມສອນ ປກສ (ສະໜາມມ້າ), ກະຊວງປ້ອງກັນຄວາມສະ ຫງົບ (ປກສ) ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະປະກາດແຕ່ງຕັ້ງ,ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງກະຊວງປ້ອງກັນຄວາມສະຫງົບ,ເປັນປະທານໂດຍສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະບັນຊາບັນດາກົມ, ປກສ ແຂວງ, ພະນັກງານຫຼັກແຫຼ່ງກະຊວງປ້ອງກັນຄວາມສະຫງົບ ແລະແຂກຮັບເຊີນເຂົ້າຮ່ວມ.

  ໂອກາດດັ່ງກ່າວ, ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຮອງລັດຖະ ມົນຕີ, ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃນນີ້ແຕ່ງຕັ້ງ ສະຫາຍ ພົຕ ວັນທອງ ກອງມະນີ ເປັນຮອງລັດຖະມົນຕີທັງເປັນຫົວໜ້າກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ; ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດຈາກຊັ້ນພົນຈັດຕະວາຂຶ້ນຊັ້ນພົນຕີ ຈຳນວນ 4 ທ່ານ ຄື: ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ, ພົຕໜູດີ ມີໄຊຍະລາດຫົວໜ້າກົມໃຫຍ່ພະລາ, ພົຕ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົຕ ສົມວັນ ສາຍ ລ້ອງພາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ; ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດ ຕະວາ ຈຳນວນ 5 ທ່ານ ຄື:ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ສະແຫວງ ພົມມະລີ ຫົວໜ້າສູນຄວບຄຸມລະ ບົບກ້ອງວົງຈອນປິດກົມໃຫຍ່ຕຳ ຫຼວດ, ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາ, ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ; ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເລື່ອນຊັ້ນພັນໂທຂຶ້ນຊັ້ນພັນເອກໃຫ້ນາຍຕຳຫຼວດຈຳນວນ 39 ທ່ານ.

  ໃນໂອກາດດຽວກັນ, ທ່ານ ວັນນະ ບຸບຜາ ຄະນະພັກກະຊວງຫົວໜ້າກົມແຂ່ງຂັນ ແລະຍ້ອງຍໍກະຊວງພາຍໃນກໍ່ໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍ ການມອບຫຼຽນໄຊອິດສະຫຼະ ແລະ ຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານໃຫ້ກົມກອງ ລວມໝູ່ ແລະບຸກຄົນ, ໃນນີ້ປະທານປະເທດມອບຫຼຽນໄຊ ອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ ຜົນງານລວມກະຊວງປ້ອງກັນຄວາມສະຫງົບມອບຫຼຽນໄຊອິດສະ ຫຼະຊັ້ນ II ຈຳນວນ 32 ກົມກອງ ແລະ 102 ທ່ານ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 21 ກົມກອງ ແລະ35 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 105 ກົມກອງ ແລະ 1.759 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 186 ກົມກອງ ແລະ 4.363 ທ່ານ; ນາຍົກລັດຖະມົນຕີອອກດຳລັດມອບຫຼຽນກາແຮງງານ ຈຳນວນ 131 ກົມກອງແລະ 5.681 ທ່ານ, ມອບໃຍຍ້ອງລັດຖະບານຈຳນວນ 21 ກົມ ແລະ 5.253 ທ່ານ ທີ່ມີຜົນງານຄຸນງາມຄວາມດີ, ຜົນງານດີເດັ່ນໃນການເຄື່ອນໄຫວວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕະຫຼອດໄລຍະ 10 (2011-2021).

  ນອກນັ້ນ, ຍັງມີມອບຫຼຽນກາ, ໃບຍ້ອງຍໍຂັ້ນກະຊວງ, ກົມໃຫຍ່ການເມືອງ ປກສ ອີກຈຳນວນໜຶ່ງ. ໃຫ້ກຽດປະດັບຊັ້ນ ແລະປະດັບຫຼຽນໄຊໂດຍ ທ່ານ ພັນຄຳ ວິພາວັນ ແລະ ພົທ ວິໄລ ຫຼ້າຄຳຟອງ. 

  ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍຕຳຫຼວດຂັ້ນສູງທີ່ໄດ້ຮັບການແຕ່ງຕັ້ງ ແລະເລື່ອນຊັ້ນໃໝ່ໃນຄັ້ງນີ້ໂດຍໄດ້ເນັ້ນໜັກໃຫ້ນາຍຕຳຫຼວດຂັ້ນສູງທຸກສະຫາຍສືບຕໍ່ຝຶກຝົນຫໍ່ຼຫຼອມຕົນເອງຢ່າງຮອບດ້ານພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາ ສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແລ້ວໃຫ້ບຸກຄົນຮັບຜິດ ຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເປັນກຳລັງປະຕິວັດ, ມີແບບແຜນທີ່ທັນສະໄໝ ແລະລະບຽບວິໄນເຂັ້ມງວດ.

ຂ່າວ: ປກສ