ບ້ານ SOS ຫຼວງພະບາງເຊື່ອມຊຶມ 2 ເອກະສານສຳຄັນ

  ວັນທີ 30 ມີນາ 2021 ນີ້ ທ່ານ ສິນນະສອນ ນາດອນໄຮ່ ຫົວໜ້າໜ່ວຍງານບຸກຄະລາກອນໂຄງການຊ່ວຍເດັກນ້ອຍ ເອສ໌ໂອເອສ໌ (SOS) ລາວໄດ້ຈັດພິທີເຜີຍ ແຜ່ 2 ເອກະສານສໍາຄັນໃຫ້ແກ່ພະນັກງານບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ ໂອເອສ໌ຫຼວງພະບາງ ຂຶ້ນຢູ່ບ້ານຊ່ວຍເຫຼືອເດັກນ້ອຍດັ່ງກ່າວໃຫ້ກຽດເຂົ້າຮັບຟັງມີທ່ານ ນາງ ດາວອນ ຜະຜົນໄຊ ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ໂອເອສ໌ ຫຼວງພະບາງ,ມີຮອງອຳ ນວຍການບ້ານ, ພະນັກງານຕະຫຼອດຮອດແມ່ລ້ຽງເດັກ ແລະນ້າສາວເຂົ້າຮ່ວມ.

  ທ່ານ ສິນນະສອນ ນາດອນໄຮ່ ມີກ່າວວ່າ: ຈຸດປະສົ່ງໃນການລົງມາເຮັດວຽກຂອງຝ່າຍບຸກຄະລາກອນຄັ້ງນີ້ໂດຍອີງໃສ່ແຜນເຄື່ອນໄຫວຂອງໜ່ວຍງານບຸກຄະລາກອນ ເພື່ອລົງກະຕຸກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ໂອເອສ໌ ຫຼວງພະບາງ ໃຫ້ມີຄວາມເຂັ້ມແຂງ ແລະມີການພັດທະນາດີຂຶ້ນລວມໄປເຖິງການປະຕິບັດລະບຽບຂອງໂຄງການວາງອອກ ໃຫ້ໄປຕາມແຜນນະໂຍບາຍຂອງໂຄງການຊ່ວຍເຫຼືອເດັກນ້ອຍ ເອສ໌ ໂອເອສ໌ລາວ. ນອກນີ້, ຍັງເປັນການປັບປຸງ ແລະເປັນການທົນທວນຄືນການຈັດຕັ້ງປະຕິບັດວຽກ, ການສ້າງສະພາບແວດລ້ອມຂອງບ້ານໃຫ້ເອື້ອອໍານວຍລວມໄປເຖິງການລ້ຽງດູເດັກນ້ອຍໃຫ້ມີຄຸນນະພາບ ແລະມີຄວາມເຂັ້ມແຂງ. ສໍາລັບເອກະສານທີ່ສຳຄັນ 2 ເອກະສານທີ່ມາເຜີຍແຜ່ຄັ້ງນີ້ປະກອບມີເອກະສານກ່ຽວກັບນະໂຍບາຍການປົກປ້ອງເດັກ ແລະສິດທິເດັກ ແລະເອ ກະສານກ່ຽວກັບນະໂຍບາຍຂອງໂຄງການທີ່ມີຕໍ່ແມ່ກະສຽນ.

  ທັງນີ້ກໍ່ເປັນການທົບທວນຄືນ ແລະຮັບປະກັນເຮັດໃຫ້ພະນັກງານພາຍໃນບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ໂອເອສ໌ ຫຼວງພະບາງ ໄດ້ຮັບຮູ້ ແລະເຂົ້າໃຈຫຼາຍຂຶ້ນຕໍ່ວຽກ ງານດັ່ງກ່າວທັງຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດ ແລະນໍາໄປເຜີຍແຜ່ຕໍ່ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຕໍ່ວຽກງານສິດທິເດັກ ແລະການປົກປ້ອງເດັກ.

  ພ້ອມນີ້ທ່ານກໍ່ໄດ້ເນັ້ນໃຫ້ພະນັກງານໃນບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ ໂອເອສ໌ ຫຼວງພະບາງຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຜົນງານ ແລະຜົນສຳເລັດທີ່ຍາດມາໄດ້ ໃນຕະຫຼອດໄລຍະຜ່ານມາ ແລະຕ້ອງພ້ອມກັນແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງໃຫ້ມີການຫັນປ່ຽນໃໝ່ແນໃສ່ຈັດຕັ້ງປະຕິບັດ ແລະສ້າງທຸກເງື່ອນໄຂເຮັດໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ ເອສ໌ໂອເອສ໌ ຫຼວງພະບາງມີຄວາມເຂັ້ມແຂງ ແລະມີການພັດທະນາດີຂຶ້ນໄປເລື້ອຍໆ.

( ຂ່າວ-ພາບ: ແຫຼ້ ສຸລິນພອນ )