ຊັນສັນຍາຮ່ວມມືດ້ານວິຊາການ ແລະການບໍລິການດ້ານສັດຕະວະແພດ

  ວັນທີ 31 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ກົມລ້ຽງສັດ ແລະປະມົງ, ກະຊວງກະສິກໍາ ແລະປ່າໄມ້ ແລະບໍລິສັດ ເອຊີບີ ທີ່ປຶກສາບໍລິຫານການລົງທຶນໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ແລະການບໍລິການດ້ານສັດຕະວະແພດສໍາລັບສັດໃຫຍ່ເພື່ອສົ່ງອອກໄປ ສປ ຈີນ ເປັນກຽດລົງນາມໂດຍ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະປະມົງ, ກະຊວງກະສິກໍາ ແລະປ່າໄມ້ ແລະທ່ານ ຊາງເຊັງ ປະທານບໍລິສັດ ເອຊີບີ ທີ່ປຶກສາບໍລິຫານການລົງທຶນ, ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ເຈົ້າເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.

  ການເຊັນສັນຍາຄັ້ງນີ້ເພື່ອສ້າງ ແລະປັບປຸງນິຕິກໍ່ໃຕ້ກົມໝາຍ, ມາດຕະຖານເຕັກນິກທີ່ກ່ຽວກັບການເຝົ້າລະວັງ, ວິໄຈ ແລະຄວບຄຸມພະຍາດສັດໃນ ສປປ ລາວ ໃຫ້ຄົບຖ້ວນສົມບູນ, ຍົກລະດັບຄວາມອາດສາມາດຂອງຫ້ອງວິໄຈພະຍາດສັດທີ່ມີຢູ່ປະຈຸບັນໃຫ້ໄດ້ຮັບໃບຢັນຢືນ CMA ແລະ CNAS ພາຍໃນສອງປີ, ດໍາເນີນການເຝົ້າລະວັງພະຍາດສັດ ແລະສໍາຫຼວດພະຍາດສັດໃຫ້ສໍາເລັດພາຍໃນສອງປີ ແລະຂຶ້ນທະບຽນພິມສັດພ້ອມທັງຄາດຄະເນການຂະຫຍາຍຂອງຝູງສັດໃນ 5 ປີ ຂ້າງໜ້າ, ສ້າງກົນໄກ ແລະທີມງານຕອບໂຕ້ສຸກເສີນພະຍາດໃຫ້ມີປະສິດທິພາບ ເພື່ອຮັບປະກັນການລ້ຽງສັດໃຫ້ມີການຂະຫຍາຍຕົວ, ສຶກສາຄົ້ນຄວ້າ, ແຍກເຊື້ອ ແລະເກັບຮັກສາເຊື້ອພະຍາດສັດເພື່ອພັດທະນາໃຫ້ເປັນເຊື້ອພັນຢາປ້ອງກັນພະຍາດຂອງ ສປປ ລາວ,ພັດທະນາລະບົບຂຶ້ນທະບຽນພິມສັດຂອງ ສປປ ລາວ ໃຫ້ທັນສະໄໝທີ່ສາມາດເຊື່ມໂຍງກັບ ສປ ຈີນ ດ້ວຍການຕິດເບີຫູ ແລະຕິດຕັ້ງລະບົບນໍ້າເບີສັດດ້ວຍເຄື່ອງໝາຍ FRID, ການສັກຢາປ້ອງກັນພະຍາດສັດ, ການເກັບຕົວຢ່າງ ແລະວິໄຈພະຍາດສັດໂດຍ ສະເພາະແມ່ນພະຍາດສັດ 8 ຊະນິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ກໍານົດທີ່ອົງການຄຸ້ມຄອງຂອງລັດຖະບານສອງຝ່າຍຕົກ ລົງກັນ, ຕິດຕັ້ງ, ປັບປຸງ, ສ້ອມແປງ ແລະ ບໍາລຸງຮັກສາອຸປະກອນ, ລວມທັງສິ່ງອໍານວຍຄວາມສະດວກຂອງຫ້ອງວິໄຈພະຍາດສັດໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ ແລະຄຸ້ມຄອງ,ບໍລິຫານຈັດການຫ້ອງວິໄຈພະ ຍາດສັດຮ່ວມມືລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ ແລະແຂວງຜົ້ງສາລີ.

  ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ: ວຽກງານລ້ຽງສັດ ແລະການປະມົງແມ່ນວຽກງານທີ່ສໍາຄັນຫຼາຍສໍາລັບປະເທດເຮົາຍ້ອນວ່າສັດລ້ຽງແມ່ນປັດໄຈຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຮົານອກນັ້ນມັນຍັງມີບົດບາດປະກອບສ່ວນເຂົ້າຢູ່ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດເຮົາອີກດ້ວຍ. ສະນັ້ນ, ຈຶ່ງຖືເອົາຂະແໜງລ້ຽງສັດເປັນຂະແໜງລ້ຽງສັດ ແລະການປະມົງເປັນຂະແໜງທີ່ສໍາຄັນຮອງຈາກການປູກພືດ ແລະກໍໄດ້ບັນລຸເຂົ້າໃນແຜນພັດທະນາຂອງຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ແລະກໍໄດ້ກໍານົດຄາດໝາຍໄວ້ວ່າໃນປີ 2025 ຕ້ອງສູ້ຊົນຜະລິດ ແລະ ສະໜອງຊີ້ນ, ໄຂ່ ແລະ ປາໃຫ້ບັນລຸ 577.000 ໂຕນ ຫຼືສະເລ່ຍໃຫ້ພົນລະເມືອງລາວໄດ້ບໍລິໂພກທາດຊີ້ນໃຫ້ໄດ້ 73 ກິໂລຕໍ່ຄົນຕໍ່ປີ ພ້ອມດຽວກັນນີ້ໃນແຜນການຍັງໄດ້ກໍານົດແຈ້ງກ່ຽວກັບຕົວເລກສູ້ຊົນທີ່ສໍາຄັນໄວ້ວ່າ ພວກເຮົາຕ້ອງຜະລິດງົວເພື່ອສົ່ງອອກໃຫ້ບັນລຸ 250.000 ໂຕ ພາຍໃນ 5 ປີ.