ປີນີ້ລາວເສຍຊີວິດ 109 ຄົນແລ້ວຍ້ອນອຸບັດເຫດ

  ກົມຕໍາຫຼວດຈະລາຈອນກົມໃຫ່ຍຕຳຫຼວດກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ເມື່ອບໍ່ດົນມານີ້ກ່ຽວກັບສະພາບອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນປີ 2020 ແລະຕົ້ນປີ 2021 ວ່າ: ໃນປີ 2020 ມີຜູ້ເສຍຊີວິດທັງໝົດ 1.031 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 6.774 ຄັ້ງ, ຍ້ອນການດື່ມສິ່ງມືນເມົາແລ້ວຂັບກໍ່ຍັງເປັນບັນ ຫາຫຼັກທີ່ກໍ່ໃຫ້ເກີດອຸບັດເຫດ ແລະຮອງລົງມາແມ່ນການຂັບຂີ່ໄວເກີນກຳນົດ.

  ຈາກຈໍານວນອຸບັດເຫດທີ່ເກີດຂຶ້ນໄດ້ເຮັດໃຫ້ມີຜູ້ບາດເຈັບຫຼາຍກວ່າ 4.500 ຄົນ, ຊຶ່ງມີຜູ້ບາດເຈັບສາຫັດ 1.310 ກວ່າຄົນ, ສົມຄວນ 4.217 ຄົນ, ເລັກໜ້ອຍ 4.500 ຄົນ, ນອກນັ້ນມີພາຫະນະເປ່ເພຫຼາຍກວ່າ 500 ຄັນ, ໃນນັ້ນໃຊ້ການບໍ່ໄດ້ 313, ສົມຄວນ 6107 ຄັນ, ເລັກໜ້ອຍ 5.587, ໃນປີ 2020 ທີ່ຜ່ານມາມີອຸບັດເຫດເກີດຂຶ້ນທັງໝົດ 6.774 ຄັ້ງ ແລະມີຜູ້ເສຍຊີວິດ 1.031 ຄົນ.

  ກົມໃຫ່ຍຕໍາຫຼວດຈະລາຈອນກົມໃຫ່ຍຕຳຫຼວດແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນປີ 2021 ມີຜູ້ເສຍຊີວິດ 190 ຄົນ, ສາຫັດ 156 ຄົນ, ສົມຄວນ 781 ຄົນ, ເລັກໜ້ອຍ 261 ຄົນ,ໃນນັ້ນພາໃຫ້ພາຫະນະເປ່ເພໃຊ້ງານບໍ່ໄດ້ 36 ຄັນ,ສົມຄວນ 1.445 ຄັນ ແລະເລັກໜ້ອຍ 826 ຄັນ. ສາເຫດຫຼັກທີ່ພາໃຫ້ເກີດອຸບັດເຫດແມ່ນດື່ມເຫຼົ້າ, ຄວາມໄວ: ປ່ຽນເສັ້ນທາງ, ບໍ່ປ່ອຍສິດ, ລ່ວງປ້າຍຫ້າມ ແລະເຕັກນິກບໍ່ຮັບປະກັນ.