ປົວຫາຍດີແລ້ວຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຢູ່ສະຫວັນນະເຂດ

  ຢູ່ທີ່ໂຮງໝໍແຂວງສະຫວັນນະເຂດ, ໃນວັນທີ 30 ມີນາ 2021 ຄະນະພະແນກສາທາລະນະສຸກແຂວງສະຫວັນນະເຂດຊຶ່ງນຳໂດຍ ທ່ານ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງທ້າວ ໄໝ ປະຊາຊົນບ້ານໂນນຝາຍ ເມືອງສອງຄອນ ແຂວງສະຫວັນນະເຂດ ກັບຄືນບ້ານຂອງຕົນຊຶ່ງທ້າວໄໝ ເປັນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີທຳອິດຂອງແຂວງສະຫວັນນະເຂດພາຍຫຼັງທີ່ຜູ້ກ່ຽວໄດ້ຮັບການປິ່ນປົວດີແລ້ວ. ທ້າວ ໄໝ ແມ່ນຜູ້ໃຊ້ແຮງງານຄົນລາວທີ່ເຄີຍໄດ້ໄປເຮັດວຽກຢູ່ປະເທດໄທ,ທ້າວ ໄໝ ໄດ້ເຂົ້າສູນກັກກັນທີ່ສະໜາມກີລາຫຼັກ 4 ຂອງແຂວງສະຫວັນນະເຂດ ແລະໄດ້ກວດພົບເຊື້ອພະຍາດໂຄວິດ-19 ໃນວັນທີ 9 ມີນາ 2021, ຫຼັງຈາກນັ້ນກໍ່ໄດ້ນຳຕົວຜູ້ ກ່ຽວເຂົ້າພັກປິ່ນປົວຢູ່ຫ້ອງແຍກປ່ຽວຂອງໂຮງໝໍ ແຂວງສະຫວັນນະເຂດ ແລະຄະນະແພດຜູ້ປິ່ນປົວໄດ້ເອົາໃຈໃສ່ຕິດຕາມຜູ້ກ່ຽວຢ່າງໃກ້ຊິດແຕ່ຜູ້ກ່ຽວບໍ່ມີການສະແດງອາການໃດໆ. ຈົນຮອດ ວັນທີ 23 ແລະ 24 ມີນາ, ແພດວິເຄາະໄດ້ກວດຫາເຊື້ອພະຍາດໂຄວິດ-19 ແຕ່ບໍ່ພົບ ເຊື້ອ. ສະນັ້ນ, ມາໃນວັນທີ 30 ມີນາ 2021 ທາງຄະນະພະແນກສາທາລະນະສຸກແຂວງກໍ່ຄືໂຮງໝໍແຂວງສະຫວັນນະເຂດຈິ່ງໄດ້ສົ່ງຕົວຜູ້ກ່ຽວໃຫ້ກັບບ້ານໄດ້ແຕ່ຍັງໄດ້ຮັບການຕິດຕາມຈາກຄະນະແພດໃນໄລຍະເວລາ 14 ວັນ.