ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດ

  ທ້າຍອາທິດຜ່ານມາທີ່ຫ້ອງວ່າການປະທານປະເທດໄດ້ມີພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດລະຫວ່າງທ່ານ ຄຳເມິງ ພົງທະດີ ຫົວໜ້າຫ້ອງວ່າການປະທານປະເທດຜູ້ເກົ່າ ແລະທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການປະທານປະທດຜູ້ໃໝ່ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນອີງຕາມລັດຖະດຳລັດຂອງປະທານປະເທດ ສປປ ລາວ ເລກທີ 111/ປປທ, ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອຸດໜູນບຳນານ, ຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 10/ກມສພ, ລົງວັນທີ 24 ມີນາ 2021 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 16/ກມສພ, ລົງວັນທີ 24 ມີນາ 2021 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ; ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກຄັ້ງວັນທີ 24-25 ກຸມພາ 2021,ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະອີງຕາມໜັງສືສະເໜີຄະນະຈັດຕັ້ງສູນກາງພັກສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ 2021.

ໂດຍກອງຄໍາ