ລັດໂຈະ ແລະກວດຄືນການອອກໜັງສືຢັ້ງຢືນນຳໃຊ້ທີ່ດິນປ່າໄມ້ເຂດສະຫງວນທົ່ວປະເທດ

ໃນໄລຍະທີ່ຜ່ານມາສັງເກດເຫັນວ່າໄດ້ມີບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງບຸກລຸກ ຫຼືຈັບຈອງທີ່ດິນແບບຊະຊາຍໂດຍບໍ່ຖືກຕ້ອງຕາມກົດໝາຍໃນເຂດທີ່ດິນປ່າສະຫງວນ, ທີ່ດິນປ່າປ້ອງກັນ ແລະທີ່ດິນປ່າຜະລິດພ້ອມດຽວກັນນັ້ນໃນບາງເຂດທີ່ປະຊາຊົນໄດ້ອາໄສ ແລະທຳການຜະລິດກ່ອນຂະແໜງການທີ່ກ່ຽວຂ້ອງກຳນົດເຂດເປັນທີ່ດິນປ່າ ໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ອອກໃບຕາດິນ ຫຼື ອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນນິຕິບຸກຄົນ ຫຼື ການຈັດຕັ້ງໃນເຂດດັ່ງກ່າວຊຶ່ງເປັນການລະ ເມີດກົດໝາຍຈຶ່ງເປັນສາເຫດໜຶ່ງເຮັດໃຫ້ການຄຸ້ມຄອງທີ່ດິນປ່າໄມ້ເກີດມີຫຼາຍບັນຫາສັບສົນຈາກບັນດາປາກົດການດັ່ງກ່າວບໍ່ສະເພາະແຕ່ເຮັດໃຫ້ລັດ ແລະສັງຄົມສ່ວນລວມເສຍຜົນປະໂຫຍດແຕ່ຍັງສ້າງຜົນກະທົບເຮັດໃຫ້ປ່າໄມ້ຖືກທຳລາຍ ແລະເນື້ອທີ່ປ່າໄມ້ຫຼຸດລົງທັງເປັນບັນຫາຫຍໍ້ທໍ້ທີ່ກຳລັງເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ອົງ ການຄຸ້ມຄອງທີ່ກ່ຽວຂ້ອງສະນັ້ນເພື່ອເປັນການເພີ່ມທະວີການຄຸ້ມຄອງທີ່ດິນປ່າໄມ້ ແລະຮັບປະກັນການປະຕິບັດພາລະບົດບາດຄຸ້ມຄອງຂອງລັດ ແລະຄວາມສຶກສາຂອງກົດໝາຍຢ່າງເຂັ້ມງວດ.

  ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ອອກແຈ້ງການສະບັບເລກທີ 1428 ລົງວັນທີ 25 ມີນາ 2021 ຊຶ່ງມີເນື້ອໃນດັ່ງນີ້.

1.ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ແລະຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງ, ນະ ຄອນໂຈະການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໃນເຂດທີ່ດິນປ່າສະຫງວນ, ທີ່ດິນປ່າປ້ອງກັນ ແລະທີ່ດິນປ່າຜະລິດໃນຂອບເຂດທົ່ວປະເທດເປັນການຊົ່ວຄາວກ່ອນ.

2. ສຳລັບການອອກໜັງສືພິມຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ແກ້ໃຫ້ປະຊາຊົນທີ່ໄດ້ອາໄສ ແລະທຳການຜະລິດຢູ່ໃນຂອບເຂດທີ່ດິນປ່າໄມ້ກ່ອນການກຳນົດເຂດດັ່ງກ່າວເປັນທີ່ດິນປ່າໄມ້ແມ່ນໃຫ້ສືບຕໍ່ດຳເນີນໃນໂຄງການເຂດທີ່ໄດ້ຕົກລົງໃຫ້ທົດລອງປະຕິບັດໂຄງການຮັບຮູ້ສິດນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ປະຊາຊົນແຕ່ການປະຕິບັດນັ້ນຕ້ອງໃຫ້ສອດ ຄ່ອງກັບມາດຕາ 44 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2019 ທີ່ໄດ້ກຳນົດໄວ້ວ່າລັດຮັບຮູ້ການນໍາໃຊ້ທີ່ດິນຂອງປະຊາຊົນທີ່ໄດ້ອາໄສ ແລະທຳການຜະລິດຢູ່ໃນເຂດທີ່ດິນປ່າໄມ້ກ່ອນການກຳນົດເຂດດັ່ງກ່າວເປັນທີ່ດິນປ່າໄມ້ໂດຍມອບໃຫ້ກະຊວງກະສິກຳ ແລະປ່າໄມ້ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມ, ກະຊວງອື່ນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດຳເນີນການສຳຫຼວດ, ເກັບກຳຂໍ້ມູນ ແລະດຳເນີນການຈັດສັນຄືນໃໝ່ໃນເຂດທີ່ດິນປ່າໄມ້ແລ້ວອອກໃບຢັ້ງຢືນການນຳໃຊ້ທີ່ດິນໃຫ້ຕາມກົດໝາຍ, ພ້ອມທັງໃຫ້ປະຊາຊົນໃນເຂດດັ່ງກ່າວມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍປ່າໄມ້ ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

3. ນອກຈາກການອອກໃບຢັ້ງຢືນການຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ປະຊາຊົນທີ່ໄດ້ອາໄສ ແລະທຳການຜະລິດຢູ່ໃນເຂດທີ່ດິນປ່າໄມ້ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 44 ຂອງ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2019 ນັ້ນແມ່ນຫ້າມອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໂດຍບໍ່ຖືກຕ້ອງຕາມ ກົດໝາຍຕາມທີ່ໄດ້ກຳນົດໄວ້ໃນມາດຕາ 160 ຂໍ້ 6 ຂອງກົດໝາຍວ່າດ້ວຍທີ່ດິນສະບັບດັ່ງກ່າວ.

4. ສຳລັບການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນ,ນິຕິບຸກຄົນ ຫຼືຜູ້ທີ່ໄດ້ເຊົ່າ ຫຼືສຳປະທານທີ່ດິນປ່າໄມ້ເພື່ອດຳເນີນກິດຈະການຕ່າງໆຕາມການອະ ນຸຍາດຂອງລັດຖະບານ ຫຼືກະຊວງກະສິກຳ ແລະປ່າໄມ້ ຫຼືອົງການປົກຄອງແຂວງ, ນະຄອນຫຼວງວຽງຈັນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍປ່າໄມ້ ຫຼືກົດໝາຍອື່ນທີ່ກ່ຽວຂ້ອງທີ່ໄດ້ອະນຸຍາດກ່ອນ ແລະຫຼັງອອກແຈ້ງການສະບັບນີ້ແມ່ນໃຫ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ,ນະຄອນຫຼວງວຽຈັນອອກໃບຕາດິນລັດໃຫ້ແກ່ຜູ້ເຊົ່າ ຫຼືສຳປະທານທີ່ດິນປ່າໄມ້ນັ້ນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 119 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປິ 2019;

5. ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມສົມທົບກັບພະແນກກະສິກຳ ແລະປ່າໄມ້ແຂວງ,ນະຄອນຫຼວງວຽງຈັນ, ພະແນກການທີ່ກ່ຽວຂ້ອງຂັ້ນແຂວງອົງການປົກຄອງຂັ້ນເມືອງ ແລະຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງກວດກາຄືນການຂຶ້ນທະບຽນອອກໃບຕາດິນ ຫຼືການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ໃຫ້ແກ່ບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງໃນເຂດທີ່ດິນປ່າສະຫງວນທີ່ດິນປ່າປ້ອງກັນ ແລະທີ່ດິນປ່າຜະລິດທີ່ຢູ່ໃນຄວາມຮັບຜິດຊອບທ້ອງຖິ່ນຂອງຕົນໃນໄລຍະຜ່ານມາແລ້ວ ຕ້ອງລາຍງານຄືນໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະເຈົ້າແຂວງ,ເຈົ້າຄອງນະຄອນຫຼວງວຽງຈັນກ່ອນວັນທີ 30 ເມສາ 2021 ເພື່ອສັງ ລວມລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີພ້ອມທັງຈະໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ດຳເນີນການແກ້ໄຂ ແລະ ປະຕິບັດຕາມມາດຕາ 84 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ 2019.