ກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ

  ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມພາຍຫຼັງດຳເນີນມາແຕ່ວັນທີ 22-26 ມີນາ 2021, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ,ປະທານປະເທດແຫ່ງ ສປປ ລາວມີບັນດາການນຳພັກ, ລັດ, ອະດີດການນຳຂັ້ນສູງ, ພະນັກງານປະຕິວັດອາວຸໂສ, ສະມາຊິກສາພາແຫ່ງຊາດພ້ອມແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໄດ້ກ່າວວ່າ: ກອງປະຊຸມໄດ້ຮັບຟັງຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນການພັກວ່າດ້ວຍການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ຊຶ່ງໄດ້ດໍາເນີນຢ່າງມີຜົນສໍາເລັດຕາມແຜນການທີ່ວາງໄວ້ເປັນການສ້າງເງື່ອນໄຂໃຫ້ແກ່ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວປະເທດໄດ້ນໍາໃຊ້ສິດປະຊາທິປະໄຕຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະກົດໝາຍເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນເພື່ອປະຕິບັດສິດອໍານາດຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນທ້ອງຖິ່ນໃນການພິຈາລະ ນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດກໍຄືຂອງທ້ອງຖິ່ນ.

  ກອງປະຊຸມໄດ້ດໍາເນີນການເລືອກຕັ້ງເອົາຕໍາແໜ່ງສໍາຄັນຕ່າງໆຂອງອົງການອໍານາດແຫ່ງລັດເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະປະທານອົງການກວດກາແຫ່ງລັດ;ພ້ອມດຽວກັນນັ້ນ,ໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໂຄງປະກອບກົງຈັກຂອງລັດຖະບານ; ຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການ ຂອງສະພາແຫ່ງຊາດ ແລະສະມາຊິກລັດຖະບານຕາມກົດໝາຍກໍານົດໄວ້. ການເລືອກຕັ້ງບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດ ຕັ້ງ ແລະບຸກຄະລາກອນຂອງອົງການລັດດັ່ງກ່າວມາຂ້າງເທິງນັ້ນເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະລະບົບອໍານາດລັດປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການໃນ 5 ປີ ຕໍ່ໜ້າຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໂດຍຫັນເປັນແຜນງານໂຄງການອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ.

  ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນທີ່ສໍາຄັນກ່າວຮັບໜ້າທີ່ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ, ປະທານ ສານປະຊາຊົນສູງສຸດ, ປະທານ ອົງການກວດສອບແຫ່ງລັດ ແລະປະທານກວດກາແຫ່ງລັດທີ່ໄດ້ຮັບ ການເລືອກຕັ້ງຊຶ່ງສະແດງເຖິງ ຄວາມມຸ່ງໝັ້ນ, ການຕັດສິນໃຈຂອງບັນດາທ່ານການນໍາຂັ້ນສູງໃນການເພີ່ມທະວີຄວາມຮັບຜິດ ຊອບຕໍ່ການປະຕິບັດໜ້າຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະກົດໝາຍ;ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າພ້ອມທີ່ຈະເຮັດໜ້າທີ່ອັນສຸດທີ່ມີຄວາມໝາຍສໍາຄັນນີ້ຕາມການມອບໝາຍຂອງຊາດ ແລະ ປະຊາຊົນເພື່ອພ້ອມກັນສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກ-ເຄັ່ງຮ້ອນທາງດ້ານເສດຖະ ກິດ-ການເງິນໃນປະຈຸບັນນີ້ໃຫ້ໄດ້ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ແຂງແຮງນໍາເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.

  ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ 5 ປີ IX (2021-2025), ພ້ອມທັງຊົມ ເຊີຍ ແລະຕີລາຄາສູງຕໍ່ລັດຖະບານໃນສະພາບການພາກພື້ນ, ສາກົນມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ແຕ່ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ,ຂະແໜງການ ແລະອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກໍານົດໃນແຜນ 5 ປີ ຜ່ານມາສໍາເລັດຫຼາຍຄາດໝາຍອັນໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມສືບຕໍ່ມີການຂະຫຍາຍຕົວ, ເສດຖະກິດມະຫາພາກມີສະຖຽນລະພາບ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວ, ກອງປະຊຸມຍັງໄດ້ສະເໜີໃຫ້ລັດຖະບານເພີ່ມທະວີການຊີ້ນໍາບັນຊາບັນດາຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນສຸມໃສ່ຈັດຕັ້ງປະຕິບັດທິດທາງ,ແຜນງານ,ໂຄງການທີ່ໄດ້ກໍານົດໄວ້ໃນແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ດ້ວຍບັນດານະໂຍບາຍ, ມາດຕະການແບບບຸກທະລຸທີ່ແທດເໝາະກັບຕົວຈິງເຮັດໃຫ້ການຈັດຕັ້ງປະຕິບັດມີໝາກມີຜົນຕົວຈິງ. 

  ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກ ງານ 5 ປີຕໍ່ໜ້າ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ. ກອງປະຊຸມໄດ້ສະເໜີໃຫ້ອົງການດັ່ງກ່າວສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນນັບແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຄຸນນະພາບ, ມີຄວາມເຂັ້ມແຂງຕິດພັນກັບການຍົກລະດັບຄວາມຮູ້,ຄວາມສາມາດ, ແນວຄິດ,ຄຸນສົມບັດ, ຈັນຍາທໍາ-ຈັນຍາບັນ,ລວມທັງການປັບປຸງລະບອບແບບແຜນວິທີເຮັດວຽກເພື່ອຮັບປະກັນການປະຕິ ບັດພາລະບົດບາດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກວ່າເກົ່າ.

  ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະສຸມໃສ່ປະກອບຄວາມເຫັນ ແລະຮັບຮອງເອົາແຜນການເຄື່ອນໄຫວວຽກງານ, ລວມທັງແຜນການສ້າງ ແລະປັບປຸງກົດ ໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນ 5 ປີຕໍ່ໜ້າ,ຮັບປະກັນການເຄື່ອນໄຫວຂອງຕົນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການອັນຈໍາເປັນໃນການພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະກົດໝາຍ.

  ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງອະທິບາຍຈາກທ່ານນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ສານປາຊົນສູງສຸດ, ອົງການກວດສອບ ແຫ່ງລັດ, ອົງການກວດກາແຫ່ງລັດ, ບາງກະຊວງກ່ຽວຂ້ອຕໍ່ຂໍ້ຂ້ອງໃຈຂອງສະມາຊິກສະພາແຫ່ງຊາດຊຶ່ງສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງລັດຖະບານ, ອົງການຈັດຕັ້ງຕ່າງໆໃນການປະຕິບັດໜ້າທີ່ໆປະຊາຊົນມອບໝາຍໃຫ້. ກອງປະຊຸມເຊື່ອໝັ້ນວ່າດ້ວຍບົດຮຽນ ແລະ ປະສົບການໃນການບໍລິຫານປະເທດຊາດໃນໄລຍະຜ່ານມາດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວທັງຊາດ, ການເສີມຂະຫຍາຍຄວາມເປັນເຈົ້າການຂອງປະຊາຊົນລາວທຸກຊັ້ນຄົນ, ທຸກພາກສ່ວນເສດຖະ ກິດ ແລະດ້ວຍຄວາມຮັບຜິດຊອບສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງບົນຈິດໃຈບຸກທະລຸ, ພວກເຮົາຈະສາມາດຈັດຕັ້ງປະຕິບັດບັນດາຄາດໝາຍ, ທິດທາງ, ແຜນງານທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມຄັ້ງນີ້ມີຜົນສໍາເລັດເປັນຢ່າງດີ.