ຮອງເຈົ້າແຂວງບໍ່ແກ້ວ ໂອ້ລົມປະຊາຊົນກຸ່ມບ້ານຫ້ວຍໂມງ

ຂ່າວ: ວັນນະເດດ ວິໄລຄຸນ

 ວັນທີ 23 ມີນາ 2021 ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວພ້ອມຄະນະໄດ້ລົງພົບປະໂອ້ລົມປະຊາຊົນກຸ່ມຫ້ວຍໂມງເມືອງປາກທາ, ເຂົ້າຮ່ວມມີທ່ານ ນາງ ຈັນສຸກ ວັນນະວົງ ຮອງເຈົ້າເມືອງປາກທາ, ມີບັນດາຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ການຈັດຕັ້ງບ້ານ ແລະປະຊາຊົນພາຍໃນບ້ານ.

 ທ່ານ ບຸນມີ ພິມມະຈັນ ຮອງເລຂາຄະນະພັກຮາກຖານກຸ່ມຫ້ວຍໂມງໄດ້ລາຍງານສະພາບລວມຂອງບ້ານໂດຍຫຍໍ້ວ່າ: ກຸ່ມຫ້ວຍໂມງປະກອບມີ 6 ບ້ານ, ມີປະຊາກອນທັງໝົດ 3.365 ຄົນ, ຍິງ 1.625 ຄົນ, ມີຄົວເຮືອນທັງໝົດ 477 ຄົວເຮືອນ, ຄົວເຮືອນທຸກຍາກມີ 415 ຄົວເຮືອນກວມ 87%, ປະຊາຊົນສ່ວນໃຫຍ່ແມ່ນຢຶດຖືເອົາການເຮັດໄຮ່ປູກເຂົ້າເປັນຕົ້ນຕໍ ແລະເກັບກູ້ເຄື່ອງປ່າຂອງດົງເປັນສຳຮອງ, ຈາກນັ້ນພໍ່ແມ່ປະຊາຊົນກໍ່ໄດ້ພັດປ່ຽນກັນສະເໜີບັນຫາຕ່າງໆ ເປັນຕົ້ນ: ບັນຫາເສັ້ນ ທາງການຄົມມະນາຄົມບໍ່ເອື້ອອຳນວຍຄວາມສະດວກຊຶ່ງສົ່ງຜົນກະຕໍ່ກັບການຄ້າຂາຍຂອງພໍ່ແມ່ປະຊາຊົນ, ຢາກໃຫ້ຂັ້ນເທິງຊ່ວຍເຫຼືອໃນການຊອກຫາທຶນຮອນມາຊ່ວຍພໍ່ແມ່ປະຊາຊົນໃນການປູກ-ການລ້ຽງ ແລະບັນຫາອື່ນໆອີກຈຳນວນໜຶ່ງ.

 ໂອກາດດຽວກັນທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວມີຄຳເຫັນໂອ້ລົມໂດຍເນັ້ນໜັກບາງບັນຫາສຳຄັນໃຫ້ຄະນະພັກຮາກຖານ, ອຳນາດການປົກຄອງບ້ານພ້ອມດ້ວຍປະຊາຊົນເພີ່ມທະວີໃນການຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມແຂງຕໍ່ການຊີ້ນຳໆພາ ແລະເອົາໃຈໃສ່ໃນການສ້າງແຜນຂອງຄອບຄົວ, ບ້ານໃນການປູກ-ການລ້ຽງ, ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດໜ້ອຍຖອຍລົງ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງຕົນດ້ວຍການປູກ-ການລ້ຽງໃຫ້ຫຼາຍຂຶ້ນເພື່ອພັດທະນາເສດຖະກິດຂອງຄອບຄົວໃຫ້ມີຢູ່ມີກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

   ໃນໂອກາດທີ່ທ່ານຮອງເຈົ້າແຂວງໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ກຸ່ມບ້ານຫ້ວຍໂມງເມືອງປາກທາຄັ້ງນີ້ກໍ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງມາມອບໃຫ້ປະຊາຊົນຕື່ມອີກ.