ສະຖາບັນການສຶກສາແມ່ນສະຖາບັນສັງຄົມໜຶ່ງທີ່ເກີດຂຶ້ນເພື່ອຕອບສະໜອງໃນວຽກງານວິຊາການຕາມຄວາມຕ້ອງການຂອງສັງຄົມນັ້ນໆດ້ວຍເຫດຜົນຕົ້ນຕໍດັ່ງກ່າວນີ້ບົດບາດ ແລະໜ້າທີ່ຕະຫຼອດຮອດຮູບແບບຂອງສະຖາບັນການສຶກສາຈຶ່ງຖືກກໍານົດຈາກຄວາມຕ້ອງການຂອງສັງຄົມ, ເຖິງແມ່ນວ່າຄວາມຕ້ອງການຂອງສັງຄົມບາງຄັ້ງຈະແຕກຕ່າງກັນກໍຕາມແຕ່ມີຫຼັກການຍອມຮັບໂດຍທົ່ວໄປວ່າ: “ສະຖາບັນການສຶກສາເປັນບ່ອນຮວບຮວມຂໍ້ມູນຄວາມຮູ້ວິທະຍາການຂັ້ນສູງ ແລະສ້າງສາພັດທະນາຊັບພະຍາກອນມະນຸດຈາກຮຸ່ນຄົນໃນປັດຈຸບັນໄປສູ່ຮຸ່ນຄົນໃນອະນາຄົດແບບບໍ່ສິ້ນສຸດ” ເຮັດໃຫ້ການສຶກສາໃນແຕ່ລະປະດັບ, ແຕ່ລະຫຼັກສູດມີຄວາມສໍາຄັນຈໍາເປັນໂດຍສະເພາະແມ່ນການສົ່ງເສີມກໍ່ສ້າງຄົນ, ນັກຮຽນ-ນັກສຶກສາໃນດ້ານສາຂາອາຊີບຕ່າງໆ, ດ້ານຄວາມຄິດ-ວິຊາການ, ດ້ານການເມືອງ, ຂົງເຂດເສດຖະກິດ, ວັດທະນະທໍາ ແລະສັງຄົມເປັນຕົ້ນ.
ຖ້າວ່າການບໍລິຫານການສຶກສາໄດ້ຮັບການຍົກສູງພັດທະນາມີຄຸນນະພາບ, ປະສິດທິພາບ ແລະປະສິດທິຜົນດີຂຶ້ນຈະເປັນພື້ນຖານໃນການສ້າງຊັບພະຍາກອນມະນຸດຂອງປະເທດຊາດເຊັ່ນດຽວກັນ. ໃນນັ້ນສະຖາບັນການສຶກສາຍັງເປັນພາກສ່ວນໜຶ່ງທີ່ສັງຄົມໄດ້ໃຫ້ການຍອມຮັບ ແລະສາມາດເພິ່ງພາອາໄສໄດ້ເມື່ອມີບັນຫາຕ້ອງແກ້ໄຂດ້ວຍວິຊາການ ແລະປັນຍາ; ຈາກຄວາມຄາດຫວັງຂອງສັງຄົມ ແລະຄວາມຮັບຜິດຊອບໃນພາລະກິດທີ່ມີຢູ່ນັ້ນເຮັດໃຫ້ສະຖາບັນການສຶກສາຕ້ອງໃຊ້ຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ໃຫ້ຄົບຖ້ວນດີທີ່ສຸດ ແລະຮັກສາຄວາມເຊື່ອຖືຄວາມສັດທາຂອງສັງຄົມໃຫ້ໄດ້ຕະຫຼອດໄປ ແລະດ້ວຍບົດບາດ,ພາລະກິດທີ່ມີຕໍ່ການພັດທະນາເສດຖະ ກິດ-ສັງຄົມດັ່ງກ່າວສະຖາບັນການສຶກສາຕ້ອງໄດ້ເລັ່ງລັດເອົາໃຈໃສ່ທົບທວນຄືນບັນດາຂໍ້ມູນອົງປະກອບຕ່າງໆຮອບດ້ານຂອງຕົນເພື່ອຈະເຮັດໃຫ້ການຮຽນ-ການສອນໃນແຕ່ລະລະດັບນັບມື້ມີຄຸນນະພາບ ທັນສະໄໝເປັນກ້າວໆ ໂດຍສະເພາະແມ່ນການສົ່ງເສີມ ແລະພັດທະນາຄູ-ອາຈານຄຽງຄູ່ກັບການຊອກຫາວິທີການແກ້ໄຂ, ຫຼຸດຜ່ອນ, ຕີຖອຍປະກົດການຫຍໍ້ທໍ້ ແລະຂໍ້ຈໍາກັດຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເພື່ອເປັນແບບຢ່າງສາມາດຕອບສະໜອງຕາມຄວາມ ຕ້ອງການຂອງເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍຄືກະໂຕຂອງຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະພາກສ່ວນກ່ຽວຂ້ອງຕ່າງໆໄດ້ຕາມແນວທາງນະໂຍບາຍຂອງພັກ ແລະລັດຖະບານວາງອອກຢ່າງເຂັ້ມງວດ ແລະຮັກສາມາດຕະຖານຄວາມເຊື່ອຖື, ທັນສະໄໝໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງຕາມທິດສີຂຽວ ແລະຍືນຍົງ.
ການບໍລິຫານການສຶກສາໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະລັດຖະບານກໍຄືກະຊວງສຶກສາທິການ ແລະກີລາວາງອອກໃນແຕ່ລະໄລຍະນັ້ນ ໂດຍສະເພາະແນວທາງນະໂຍບາຍທີ່ຕິດພັນກັບຂົງເຂດວຽກງານສຶກສານັ້ນແມ່ນຄວາມຈຳເປັນພາວະວິໄສທີ່ສະຖາບັນການສຶກສາແຫ່ງຕ່າງໆດຳເນີນການໄປຕາມ 5 ຫຼັກມູນການສຶກສາ (ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພະລະສຶກສາ ແລະສີລະປະສຶກສາ), ການປະກັນຄຸນນະພາບການສຶກສາຊຶ່ງໄດ້ເລັງໃສ່ການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີຄຸນນະພາບ ແລະມາດຕະຖານໃນດ້ານຕ່າງໆເຊັ່ນ: ດ້ານການຮຽນ-ການສອນໄດ້ຈັດການຮຽນ-ການສອນທີ່ມີຄຸນນະພາບ ແລະປະສິດທິພາບ, ມີຄວາມພ້ອມກ່ຽວກັບຫຼັກສູດທີ່ເປີດສອນໃຫ້ສອດຄ່ອງກັບຄວາມຕ້ອງການທາງດ້ານວິຊາການ ແລະ ວິຊາຊີບ, ມີການປະເມີນຫຼັກສູດສະໝໍ່າສະເໝີ, ບໍລິຫານຫຼັກສູດ ແລະປັບປຸງຫຼັກສູດໃຫ້ທັນສະໄໝ, ດ້ານຄູ-ອາຈານຄວນມີລະບົບການຄັດເລືອກ,ຮັກສາ ແລະພັດທະນາຄູ-ອາຈານທີ່ສຸກງ່ອມມີວຸດທິ,ຄວາມຮູ້-ຄວາມສາມາດ, ປະສົບການ,ຄຸນນະທຳ, ມີຄວາມສາມັກຄີ,ມີແນວຄວາມຄິດລິເລີ່ມ-ສ້າງສັນ,ຈິຍະທໍາ ແລະຈັນຍາບັນ,ມີຂະບວນການຮຽນ-ການສອນທີ່ອົບອຸ່ນມີບັນຍາກາດດີ, ການສ້າງແຜນການສອນ, ການກະກຽມ ການສອນ, ການປະເມີນຜົນການ ຮຽນ-ການສອນຂອງຄູ-ອາຈານ, ມີການພັດທະນາລະບົບຄູ-ອາຈານທີ່ປຶກສາໃຫ້ມີປະສິດທິພາບ, ການໃຊ້ນະວັດຕະກຳທັນສະໄໝເຂົ້າໃນການສອນ-ການວິໄຈ ແລະພັດທະນາ (Research and Develo pment) ເປັນຕົ້ນເພື່ອນຳໃຊ້ກົນໄກເຄື່ອງມືເຫຼົ່ານີ້ຊ່ວຍຊຸກຍູ້ໃຫ້ເກີດປະໂຫຍດສູງສຸດໃນການພັດທະນາການສຶກສາໃຫ້ໄດ້ຢ່າງເຕັມສ່ວນ ແລະຈະສ້າງຄວາມຮູ້ປະສົບການໃໝ່ໆຊຶ່ງສາມາດຕໍ່ຍອດໃນການພັດທະນາການຮຽນ-ການສອນ.
ໃນປະຈຸບັນສະພາບການຮຽນ-ການສອນໄດ້ມີການປ່ຽນແປງຢ່າງວ່ອງໄວໃຫ້ສອດຄ່ອງໄປຕາມສະພາບເສດຖະກິດ-ສັງຄົມ ຊຶ່ງມີຜົນໂດຍກົງຕໍ່ບົດບາດວິທີການໃນ ການປັບໂຕຂອງຄູ-ອາຈານໃຫ້ສອດຄ່ອງ, ກ້າວໜ້າທັນຍຸກທັນສະ ໄໝເນື່ອງຈາກວ່າຫົວໃຈຫຼັກຂອງສະຖາບັນການສຶກສາແມ່ນກຳນົດໃຫ້ຄູ-ອາຈານເປັນຜູ້ມີບົດບາດ ນໍາໜ້າຊີ້ທິດເຍືອງທາງຕົ້ນຕໍເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການສຶກສາວ່າ: ຄູ-ອາຈານ ແຕ່ລະຄົນໄດ້ຮັບການເອົາໃຈໃສ່ພັດທະນາ ຫຼື ບໍ່?, ການສຶກສາອົບ ຮົມຮຽນຮູ້ແນວທາງຂອງພັກ ແລະ ລັດຖະບານໃຫ້ກັບຄູ-ອາຈານ ມີຫຼາຍ-ໜ້ອຍປານໃດ? ແລະໄດ້ອຸ ທິດເຫື່ອແຮງສະຕິປັນຍາເຂົ້າໃນ ການຮຽນ-ການສອນ ແລະການ ຄົ້ນຄວ້າວິໄຈທີ່ມີປະສິດທິພາບຫຼືບໍ່?. ນອກນັ້ນ ຄູ-ອາຈານຍັງ ເປັນສ່ວນໜຶ່ງຂອງການສ້າງຄວາມ ເຂັ້ມແຂງກໍຄືຄວາມອາດສາມາດ ໃນການຂະຫຍາຍຕົວຂອງຂະແໜງການສຶກສາຂອງປະເທດຊາດອີກດ້ວຍ. ສະນັ້ນ ຄູ-ອາຈານທີ່ມີ: “ອາຊີບເປັນຄູ” ແລ້ວບໍ່ວ່າຈະຢູ່ໃນສ່ວນຂອງຊັ້ນປະຖົມ, ມັດທະຍົມສົມບູນ, ວິທະຍາໄລ ແລະມະຫາວິທະຍາໄລກໍຕາມຖືວ່າເປັນບຸກຄົນສໍາຄັນທີ່ສຸດຂອງສະຖາບັນການສຶກສາດັ່ງກ່າວນັ້ນ ແລະ ພວກເຮົາຮູ້ກັນດີແລ້ວວ່າຈຸດປະສົງຂອງສະຖາບັນການສຶກສາຄືການກໍ່ສ້າງ-ພັດທະນາຊັບພະຍາກອນມະນຸດສ້າງຄວາມຈະເລີນກ້າວໜ້າ ແລະເຜີຍແຜ່ຄວາມຮູ້,ການໃຫ້ບໍລິການ ວິຊາການກັບສັງຄົມສະນັ້ນໜ້າທີ່ ແລະຄວາມຮັບຜິດຊອບຂອງຄູ-ອາຈານຕ້ອງເຮັດໃຫ້ຈຸດປະສົງ, ເປົ້າໝາຍ ແລະພາລະກິດເຫຼົ່ານີ້ບັນ ລຸຕາມລະດັບຄາດໝາຍໃຫ້ໄດ້.
ເຖິງຢ່າງໃດກໍຕາມວຽກງານການສົ່ງເສີມພັດທະນາຄູ-ອາຈານ ຍັງພົວພັນກັບປະສິດທິພາບການຮຽນ-ການສອນ ຊຶ່ງເປັນວຽກຕົ້ນຕໍຂອງສະຖາບັນການສຶກສາຜູ້ບໍລິ ຫານ ແລະພາກສ່ວນກ່ຽວຂ້ອງທຸກຂັ້ນຄວນເພີ່ມທະວີເອົາໃຈໃສ່ຢ່າງຕັ້ງໜ້າ ແລະໜັກແໜ້ນຂຶ້ນກວ່າເກົ່າບົນພື້ນຖານມຫຼາຍປັດໄຈທີ່ກ່ຽວຂ້ອງ ແລະກະທົບໃສ່ເຊັ່ນ: (1) ການເຮັດຫຼ້ອນໜ້າທີ່ເພື່ອບັນລຸຕາມແນວທາງຂອງພັກ ແລະລັດຖະບານໃນການສົ່ງເສີມພັດທະນາການສຶກສາໃນແຕ່ລະໄລຍະ, ການປ່ຽນແປງຂອງສັງຄົມທີ່ປ່ຽນ ແປງວ່ອງໄວແລະຕໍ່ເນື່ອງມີລັກສະນະເປັນສັງຄົມອຸດສາຫະກຳ, ຫຼັກສູດມີຈຸດປະສົງເປົ້າໝາຍໃນການສ້າງຊັບພະຍາກອນທີ່ປ່ຽນແປງໄປຈາກເກົ່າເປັນຕົ້ນ, ສະນັ້ນ ຄວາມຕ້ອງ ການຄວາມຮູ້, ທັກສະ ແລະທັດສະ ນະຄະຕິໃໝ່ໆ ຈຶ່ງຈໍາເປັນທີ່ຄູ-ອາຈານຕ້ອງໄດ້ຮັບການພັດທະ ນາສອດຫ້ອຍເຊັ່ນດຽວກັນ ເພື່ອ ປັບປຸງຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ກ້າວໜ້າທັນສະ ໄໝ, ເລິກເຊິ່ງ ແລະກວ້າງຂວາງ ຂຶ້ນ (ໝາຍວ່າຕ້ອງຮັບຮູ້ເຂົ້າໃຈໃນເລື່ອງທີ່ຈະສອນຫຼາຍກວ່າຜູ້ ຮຽນຈຶ່ງຈະສອນຜູ້ອື່ນໄດ້), (2) ຄວາມກ້າວໜ້າທາງວິຊາການ, ວິທະຍາສາດ ແລະເຕັກໂນໂລຊີກ້າວໜ້າທັນສະໄໝວ່ອງໄວຫຼາຍເມື່ອສົມທຽບກັບສະພາບໃນອະດີດຜ່ານມາແລ້ວການແຂ່ງ ຂັນກັນ ສ້າງຄວາມຮູ້ເພື່ອສະໜັບສະໜູນ ການພັດທະນາເສດຖະກິດ-ສັງຄົມ ສະຖາບັນການສຶກສາໃນຖານະ ເປັນແຫຼ່ງຂໍ້ມູນຄັງຄວາມຮູ້ ແລະ ວິຊາການຈຶ່ງຈຳເປັນຕ້ອງຮັບຮູ້ໃຫ້ ທັນສະພາບ ແລະພັດທະນາຄວາມ ອາດສາມາດໃນການສົ່ງເສີມວິຊາການ ຊຶ່ງກົນໄກສຳຄັນກໍຄື ຄູ-ອາຈານຕ້ອງພັດທະນາໃຫ້ມີຄວາມ ຮູ້-ຄວາມສາມາດທັນກັບສະພາບ ການໃຫ້ໄດ້ແທ້ຈິງ; (3) ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ທີ່ ມີຜົນເຮັດໃຫ້ຮູບແບບການຮຽນ-ການສອນປ່ຽນແປງໄວນັ້ນການຮັບຮູ້ຂໍ້ມູນຂ່າວສານຕ່າງໆສາ ມາດຮັບໄດ້ຈາກການສື່ສານທີ່ຫຼາກຫຼາຍ ສະນັ້ນການຮຽນ-ການ ສອນໃນລັກສະນະການບັນລະຍາຍ ຄວນປ່ຽນໄປເປັນນັກຮຽນ-ນັກ ສຶກສາໄດ້ຮຽນຮູ້ດ້ວຍຕົນເອງ (ຫຼືມີສ່ວນຮ່ວມ) ແລະ ສະພາບການຕົວຈິງ ແລະ ມີວິທີການສອນແບບໃໝ່ເຊັ່ນ: ການສອນດ້ວຍສື່ຄອມພິວເຕີ, ການສອນທາງໄກ (Distance Learning) ແລະ ການຮຽນຮູ້ຈາກປະສົບການຕົວ ຈິງ ເປັນຕົ້ນໃນດ້ານນີ້ ຄູ-ອາຈານ ຈຶ່ງຕ້ອງພັດທະນາຕົນເອງ ໃຫ້ມີ ຄວາມອາດສາມາດເພີ່ມຂຶ້ນທັງທາງດ້ານທິດສະດີ ແລະປະສົບການຕົວຈິງ (ເວົ້າໄດ້ຕ້ອງເຮັດໄດ້ແທ້); (4) ທ່າອ່ຽງຈຸດພິເສດ, ລັກສະນະຂອງຜູ້ຮຽນໃນອະນາຄົດ ນັບມື້ປ່ຽນແປງຈາກສະພາບເກົ່ານອກຈາກຄວາມຮູ້, ທັກສະ ແລະປະ ສົບການອາຊີບແລ້ວຍັງຕ້ອງການ ທັກສະທາງດ້ານພາສາຕ່າງປະເທດ (ພາສາອັງກິດ, ພາສາຈີນ, ຍີ່ປຸ່ນ...), ທັກສະການສື່ສານ-ພົວພັນ, ທັກສະດ້ານການຮ່ວມມື-ການເຮັດວຽກເປັນທີມ ແລະຄວາມ ເປັນຜູ້ນຳ (Collaboration, Te amwork and Leadership), ທັກສະຄວາມຄິດສ້າງສັນ ແລະແກ້ ໄຂບັນຫາ (Critical thinking and Problem Solving), ທັກສະອາຊີບ ແລະທັກສະການຮຽນຮູ້ (Career & Learning Skil ls), ທັກສະດ້ານຄອມພິວເຕີແລະ ເຕັກໂນໂລຊີແລະການສື່ສານ (Computing and ICT Liter acy) ແລະການມີສ່ວນຮ່ວມໃນການຮັກສາວັດທະນະທຳ-ພັດທະນາສັງຄົມເປັນຕົ້ນ, ຄູ-ອາຈານ ໃນຖານະຜູ້ທີ່ມີຄວາມສໍາຄັນຕໍ່ການຮຽນ-ການສອນຄວນຈະໄດ້ຮັບການພັດທະນາ ແລະ (5) ຄວາມຄາດຫວັງຂອງສັງຄົມທີ່ມີຕໍ່ພາລະກິດຂອງສະຖາບັນການ ສຶກສາ ຊຶ່ງເປັນບ່ອນຫຼໍ່ຫຼອມກໍ່ ສ້າງຊັບພະຍາກອນມະນຸດ ແລະ ຄວາມຮູ້ນັ້ນ ເພື່ອໃຫ້ສາມາດ ແຂ່ງຂັນກັບສະຖາບັນການສຶກສາແຫ່ງອື່ນໆໄດ້ທັງພາຍໃນ ແລະຕ່າງປະເທດໄດ້.ສະນັ້ນການພັດທະນາຄູ-ອາຈານຈຶ່ງເປັນພາລະກິດຂອງສະຖາບັນການສຶກສາທີ່ທ້າທາຍພໍສົມຄວນໂດຍສະເພາະໃນຍຸກສະໄໝປະຈຸບັນນີ້.
ໂດຍ: ອາຈານ ສີລິມຸງຄຸນ ຫລວງລາດ