ຂົວນໍ້າງື່ມເຂດພຽງຫຼວງສຳເລັດ 71,09%

  ໃນວັນທີ 24 ມີນາ 2021 ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງແນວຄິດພ້ອມດ້ວຍຄະນະໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການຂົວຂ້າມນໍ້າງື່ມຕາມເສັ້ນທາງເລກ 7 ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງຂົວເກົ່າແມ່ນຈະໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້ານໍ້າງື່ມ 4 ຈຶ່ງຈຳເປັນຕ້ອງສ້າງຂົວໃໝ່ເພື່ອປ່ຽນແທນຂົວເກົ່າມີຄວາມຍາວທັງໝົດແມ່ນ 124,85 ແມັດ (ຂົວເບຕົງເສີມເຫຼັກ), ຂົວແບ່ງອອກເປັນ 4 ຊ່ວງຄື: ຊ່ວງທີ 1 ຍາວ 25,60 ແມັດ ແລະອີກ 3 ຊ່ວງຍາວ 33 ແມັດ ມີຄວາມກວ້າງ 11,50 ແມັດ, ໜ້າຂົວລວມຂອບທາງກວ້າງ 10,90 ແມັດ ມີສອງຄອງລົດແລ່ນກວ້າງ 8 ແມັດ ມີທາງຄົນຍ່າງ 2 ເບື້ອງກວ້າງ ເບື້ອງລະ 1,25 ແມັດທາງເຂົ້າສົ້ນຂົວທັງສອງເບື້ອງຍາວ 1.042,8 ແມັດ, ກວ້າງ10 ແມັດ ໜ້າທາງປູຢາງສອງຊັ້ນກວ້າງ 8 ແມັດ ບ່າທາງເບື້ອງລະ 1 ແມັດ, ຂົວເລີ່ມກໍ່ສ້າງມາແຕ່ເດືອນພະຈິກ 2019 ຄາດວ່າຈະສຳເລັດໃນເດືອນກໍລະກົດ 2021 ລວມມູນຄ່າການກໍ່ສ້າງ 20 ຕື້ກວ່າກີບ ໂດຍການຮັບເໝົາກໍ່ສ້າງຂອງ ບໍລິສັດອຳມະຕະລາວລ້ານຊ້າງ ຈຳກັດ, ມີບໍລິສັດປຶກສາລັດວິສາຫະກິດວິສະວະກຳຄົມມະນາຄົມ, ເຈົ້າຂອງໂຄງການແມ່ນລັດວິສາຫະກິດໄຟຟ້າລາວການຍົກຄານຂົວແມ່ນມີຄວາມຫຍຸ້ງຍາກຫຼາຍເພາະຄານຂົວມີນໍ້າໜັກຫຼາຍໂຕນການຈັດຫາລົດເພື່ອມາຍົກຈຶ່ງຫຍຸ້ງຍາກຊຶ່ງ ທ່ານ ພູວັນ ສີຫານາດ ປະ ທານບໍລິສັດ ລາວເຟີດ ຈຳກັດ ໄດ້ໃຫ້ສຳພາດວ່າ: ບໍລິສັດຂອງຂ້າພະເຈົ້າໄດ້ມາຍົກຄານຂົວໃຫ້ກັບການກໍ່ສ້າງຂົວຂ້າມນໍ້າງື່ມຂອງບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ ຊຶ່ງບໍລິສັດຂອງຂ້າພະເຈົ້າແມ່ນມີຄວາມຊຳນານ ແລະມີເຄື່ອງກົນຈັກໜັກທີ່ທັນສະໄໝຊຶ່ງເຄີຍຍົກພຣະເຈົ້າອົງຫຼວງທີ່ວັດໄຫຫີນ ແລະບ່ອນອື່ນໆໃນປະເທດມາຫຼາຍຄັ້ງແລ້ວການຍົກຄານຂົວແຫ່ງນີ້ແມ່ນມີຄວາມຫຍຸ້ງຍາກສົມຄວນເພາະຈຸດທີ່ລົດກົນຈັກໜັກເຂົ້າເຮັດວຽກແມ່ນດິນຖົມໃໝ່ສູງຊັນດັ່ງນັ້ນຈຶ່ງບໍ່ຮັບປະກັນການຍົກຄານທີ່ມີນໍ້າໜັກຫຼາຍໂຕນແຕ່ກໍ່ໄດ້ພະຍາຍາມໃນທີ່ສຸດກໍ່ຈະຍົກສຳເລັດແລ້ວ ແລະສຳເລັດດ້ວຍດີ, ທ່ານ ລຳມອນ ໂພຄາເພັດ ຫົວໜ້າທີມວິສະວະກອນທີ່ປຶກສາໂຄງການໄດ້ໃຫ້ສຳພາດວ່າ: ສາເຫດທີ່ເຮັດໃຫ້ໂຄງການລ່າຊ້າຍ້ອນການລະບາດຂອງຜະຍາດໂຄວິດ-19 ໃນທົ່ວໂລກກໍຄືໃນປະເທດລາວມີຜົນກະທົບສ່ວນໜຶ່ງເຮັດໃຫ້ກຳມະກອນຊາວ ຫວຽດນາມກັບຄືນປະເທດ ແລະບໍ່ໄດ້ກັບມາອີກກຳມະກອນລາວກໍ່ກັບບ້ານບາງຄົນມາບາງຄົນກໍ່ບໍ່ມາຍ້ອນມີຄວາມຫຍຸ້ງຍາກຈຶ່ງເຮັດໃຫ້ການກໍ່ສ້າງລ່າຊ້າຄາດວ່າທ້າຍເດືອນກໍລະກົດ 2021 ຈະກໍ່ສ້າງຂົວໃຫ້ສຳເລັດການເດີນທາງໄປມາກໍ່ຈະສະດວກຂຶ້ນ ແລະຂົວດັ່ງກ່າວຈະເປັນຈຸດຊົມທີວທັດອີກແຫ່ງໜຶ່ງຂອງແຂວງຊຽງຂວາງ.

ຂ່າວບຸນມີ ແສງທຸມມີ