ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງ ອຄ

  ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນ  ັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຜູ້ເກົ່າແລະທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຜູ້ໃໝ່ຈັດຂຶ້ນວັນທີ 25 ມີນາ 2021 ທີ່ກະຊວງດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມດ້ວຍພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

  ການມອບຮັບ-ໜ້າທີ່ຄັ້ງນີ້ແມ່ນອີງຕາມຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະອີງຕາມໜັງສືສະເໜີຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ2021 ກົມການເມືອງສູນກາງພັກອອກຄໍາສັ່ງຍົກຍ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າໄປຮັບໜ້າທີ່ຢູ່ຫ້ອງວ່າການສໍານັກງານປະທານປະເທດ ແລະຍົກຍ້າຍທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການ-ສັງຄົມ ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຜູ້ໃໝ່.