ກວດກາ 4 ພັນກວ່າເປົ້າໝາຍ ເຫັນຜົນເສຍຫາຍ 5,6 ພັນຕື້ກີບ

  ຂປລ. ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນາ 2021 ໂດຍການເປັນປະທານຂອງທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດໄດ້ຂຶ້ນລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດກາແຫ່ງລັດ.

  ທ່ານ ຄຳພັນ ພົມມະທັດ ໄດ້ລາຍງານໃຫ້ຮູ້ວ່າ: ອົງການກວດກາແຫ່ງລັດໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນມີຜົນງານພົ້ນເດັ່ນຫຼາຍດ້ານໄດ້ຕິດຕາມກວດກາການປະຕິບັດພາລະບົດບາດສິດ ແລະໜ້າທີ່, ການປະຕິບັດກົດໝາຍ, ຂໍ້ກໍານົດ, ຄໍາສັ່ງ, ການປະຕິບັດແຜນງົບປະມານແຜນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນຳໃຊ້ຊັບສິນຂອງລັດ, ຊຶ່ງໃນໄລຍະ 5 ປີຜ່ານມາສາມາດກວດກາໄດ້ທັງໝົດ 4.129 ເປົ້າໝາຍໃນນັ້ນຕິດຕາມກວດກາປົກ ກະຕິ 1.435 ເປົ້າໝາຍກວດກາຕາມຄຳສັ່ງ 1.014 ເປົ້າໝາຍກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 535 ເປົ້າໝາຍ ແລະ ກວດກາຕາມຜົນການ ກວດສອບ 1.145 ເປົ້າໝາຍ, ໄດ້ເກັບກໍາ ແລະໄລ່ລຽງມູນຄ່າການລົງທຶນຂອງລັດຈໍານວນ 4.601 ໂຄງການ, ໃນນີ້ກວດກາສໍາເລັດ 692 ໂຄງການ, ກວດເຫັນຜົນເສຍຫາຍ 5.689,12 ຕື້ກວ່າກີບ, 31,77 ລ້ານໂດລາສະຫະລັດ ແລະ 38,89 ລ້ານບາດ.

  ພ້ອມນັ້ນ, ຍັງໄດ້ກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ພົບເຫັນຜູ້ລະເມີດກົດໝາຍ 1.119 ຄົນ, ໃນນີ້, ມີພະນັກງານລັດ 127 ຄົນ, ຜູ້ປະກອບ ການ 246 ຄົນ, ປະຊາຊົນ 746 ຄົນ, ໄດ້ຮັບຄໍາຮ້ອງຄໍາສະເໜີ 4.817 ສະບັບ, ແກ້ໄຂ1.524 ສະບັບ, ທັງໝົດນັ້ນເປັນການປະກອບສ່ວນສຳຄັນໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍເຮັດໃຫ້ບັນດາປາກົດການຫຍໍ້ທໍ້ໃນກົງຈັກລັດໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວທະນູທອງ