ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ໂດຍສະເພາະກ່ຽວກັບມາດຕະການເເລະນະໂຍບາຍການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ,ໝັ່ນທ່ຽງ ແລະຍືນຍົງໂດຍເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ນັບທັງການປະຢັດ,ຕ້ານການຟຸມເຟືອຍ ແລະ ແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດເພື່ອໃຫ້ທົ່ວລັດ, ກໍາລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດມີຄວາມຮັບຜິດຊອບ ແລະເປັນເຈົ້າການຈັດຕັ້ງປະຕິບັດເປັນຂະບວນກວ້າງຂວາງ ແລະເລິກເຊິ່ງ.
ໃນດ້ານການເງິນໄດ້ມີມາດຕະການໄລຍະສັ້ນໂດຍດໍາເນີນການປະຕິຮູບຂະແໜງການເງິນຢ່າງຄົບຊຸດເຂົ້າສູ່ລວງເລິກຮອບດ້ານໂດຍສະເພາະປະຕິຮູບໂຄງສ້າງກົງຈັກການເກັບລາຍຮັບ-ລາຍຈ່າຍງົບປະມານແຕ່ສູນກາງຮອດທ້ອງຖິ່ນໃຫ້ມີປະສິດທິພາບເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງຜ່ານມາໃຫ້ເບົາບາງລົງ; ປະເມີນຜົນການຈັດຕັ້ງປະ ຕິບັດກົດໝາຍຂອງຂະແໜງການເງິນຄືນໃໝ່ເພື່ອຊອກໃຫ້ເຫັນອັນໃດຍັງເປັນຊ່ອງຫວ່າງໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແລ້ວຮີບຮ້ອນປັບປຸງ ຫຼື ຍົກ ເວັ້ນປະຕິບັດບາງມາດຕາຂອງກົດໝາຍແນໃສ່ຊຸກຍູ້ສົ່ງເສີມການຜະລິດທຸລະກິດ ແລະສ້າງຖານລາຍຮັບໃໝ່ໃຫ້ໝັ້ນທ່ຽງ ແລະຍືນຍົງ; ປັບປຸງກົນໄກການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານລະຫວ່າງສູນກາງ ແລະທ້ອງຖິ່ນເພື່ອຮັບປະກັນການປະຕິບັດວິໄນແຜນການ-ການເງິນ ໃຫ້ເຂັ້ມງວດ; ກໍານົດກົນໄກການຄຸ້ມຄອງເກັບລາຍຮັບ ແລະປະຕິບັດລາຍຈ່າຍງົບປະມານດ້ວຍການເພີ່ມທະວີວຽກງານກວດກາ-ກວດການຢ່າງເປັນປົກກະຕິເພື່ອແກ້ໄຂປາກົດການຫຍໍ້ທໍ້ໃຫ້ທັນກັບສະພາບການ.
ມາດຕະການໄລຍະກາງ ແລະໄລຍະຍາວແມ່ນສືບຕໍ່ຈັດຕັ້ງປະຕິບັດວິໄສທັດ ປີ 2030 ແລະຍຸດທະສາດພັດທະນາຂະແໜງການເງິນຮອດປີ 2025 ທີ່ລັດຖະບານໄດ້ຮັບຮອງແລ້ວ ແລະແຜນພັດທະນາຂະແໜງການເງິນ 5 ປີ (2021-2025) ຊຶ່ງສຸມໃສ່ປັບປຸງໂຄງສ້າງງົບປະມານໃຫ້ກ້າວເຂົ້າສູ່ສະພາບປົກກະຕິ ແລະສົມດຸນຂຶ້ນເທື່ອລະກ້າວ, ຕາມການຄາດຄະເນທີ່ຄິດໄລ່ໄວ້ໃນປີ 2023 ລາຍຮັບພາຍໃນໃຫ້ສາມາດກຸ້ມລາຍຈ່າຍພາຍໃນ (ລາຍຈ່າຍບໍລິຫານປົກກະຕິບວກລາຍຈ່າຍລົງທຶນງົບປະ ມານລັດ) ແລະມີສ່ວນເຫຼືອແຮໄວ້ເພື່ອໄປຊໍາລະຕົ້ນທຶນໜີ້ສິນຈໍານວນໜຶ່ງ; ຄົ້ນຄວ້າປະເມີນຄືນ, ສ້າງ ແລະປັບປຸງນະໂຍບາຍການເງິນ ແລະ ກົດໝາຍຕາມແຜນ 5 ປີໃນຕໍ່ໜ້າໃຫ້ສໍາເລັດ; ນະໂຍບາຍລາຍຮັບຈະສຸມໃສ່ຂຸດຄົ້ນລາຍຮັບພາຍໃນເປັນຕົ້ນຕໍເພື່ອເຮັດໃຫ້ລາຍຮັບພາຍໃນເພີ່ມຂຶ້ນປີລະປະມານ 10-13% ຕ້ອງບັງຄັບໃຊ້ກົດ ໝາຍທັງໝົດໃນຂົງເຂດລາຍຮັບຢ່າງເຂັ້ມງວດເພື່ອເກັບທຸກລາຍຮັບງົບປະມານໃຫ້ຄົບຖ້ວນ, ສໍາຫຼວດຖານລາຍຮັບໃຫ້ຖືກຕ້ອງ, ຊັດເຈນ, ຫັນການຄຸ້ມຄອງ ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝໃຫ້ສໍາເລັດໃນເຂດທີ່ມີເງື່ອນໄຂ; ປັບປຸງກົນໄກການຄຸ້ມຄອງບໍລິຫານໃຫ້ໄດ້ມາດຕະຖານ; ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະທ້ອງຖິ່ນໃຫ້ ຈະແຈ້ງ; ພັດທະນາບຸກຄະລາກອນໃຫ້ມີ ຄວາມຮູ້-ຄວາມສາມາດ, ມີຈັນຍາບັນ-ຈັນຍາທໍາ; ວຽກງານກວດກາ-ກວດກາການເງິນຕ້ອງປັບປຸງໃຫ້ມີປະສິດທິຜົນ ແລະຄົ້ນຄວ້າຂະຫຍາຍຖານລາຍຮັບໃໝ່ບາງປະເພດເຊັ່ນ: ອາກອນຊັບສິນ ແລະທີ່ດິນ, ອາກອນສິ່ງແວດລ້ອມ; ປັບປຸງລະບົບການບໍລິຫານຄຸ້ມຄອງລັດວິສາຫະກິດໃຫ້ມີຜົນກໍາໄລ ແລະນໍາໃຊ້ຊັບພະຍາກອນທໍາມະຊາດໂດຍມີການໄລ່ລຽງທາງດ້ານເສດຖະກິດທີ່ຖືກຕ້ອງ; ໃນດ້ານນະໂຍບາຍລາຍຈ່າຍແມ່ນຈະເນັ້ນໃສ່ການປັບປຸງປະສິດທິພາບການນໍາໃຊ້ເງິນງົບປະມານໃຫ້ສູງຂຶ້ນ, ຄຸ້ມຄອງການຈັດຊື້-ຈັດຈ້າງຕາມກົດໝາຍ, ປະຕິບັດນະໂຍບາຍປະຢັດຢ່າງເຄັ່ງຄັດ, ການຈັດສັນງົບປະມານຕ້ອງໄປຕາມແຜນງານໂຄງການຂອງແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນຢ່າງມີຈຸດສຸມ; ປັບປຸງໂຄງສ້າງລາຍຈ່າຍງົບປະມານໃຫ້ສົມສ່ວນລະຫວ່າງລາຍຈ່າຍບໍລິຫານປົກ ກະຕິ ແລະລາຍຈ່າຍລົງທຶນຂອງລັດບົນພື້ນຖານປະຢັດ; ຫັນເອົາການບໍລິຫານວຽກງານຄັງເງິນໄປສູ່ທັນສະໄໝ; ຄຸ້ມຄອງແລະຈໍາກັດການຮົ່ວໄຫຼຂອງລາຍຈ່າຍຢ່າງເຂັ້ມງວດ, ປະຕິບັດນະໂຍບາຍຮັດສາຍແອວດ້ວຍການຕັດ ຫຼືຫຼຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນລົງ, ພ້ອມທັງ, ປະຕິບັດວິໄນແຜນການ-ການເງິນຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ແລະຫຼຸດຜ່ອນຈໍານວນພະນັກງານ-ລັດຖະກອນ, ເພີ່ມປະສິດທິພາບຂອງພະນັກງານລັດ, ລົບລ້າງບັນຫາເຫຼືອບໍ່ພໍໃນກົງຈັກລັດ ແລະປັບປຸງລະບົບເງິນເດືອນ,ເງິນນະໂຍບາຍໃຫ້ເໝາະສົມແລະຫັນບາງຫົວໜ່ວຍງົບປະມານເປັນຫົວໜ່ວຍວິຊາການກຸ້ມຕົນເອງດ້ານງົບປະມານ; ຕ້ອງປັບປຸງກົນໄກການຮັບຮອງໂຄງການລົງທຶນຂອງລັດຄືນໃໝ່ໃຫ້ສົມຄູ່ກັບແຫຼ່ງງົບປະມານທີ່ມີຕົວຈິງຂອງແຕ່ລະປີເພື່ອໃຫ້ໜີ້ສິນຄ່ອຍໆຫຼຸດລົງ, ຊຸກຍູ້ ແລະສົ່ງເສີມພາກ ສ່ວນເອກະຊົນໃຫ້ມີສ່ວນຮ່ວມໃນການລົງທຶນເຂົ້າໃນໂຄງການໂຄງລ່າງພື້ນຖານຢ່າງເໝາະສົມ,ນອກຈາກນັ້ນລາຍຈ່າຍລົງທຶນຕ່າງປະເທດ (ຮ່ວງກູ້ຢືມໂຄງການ) ຕ້ອງມີການຄັດເລືອກໂຄງການທີ່ມີປະສິດທິພາບ ແລະຜົນຕອບແທນສູງ ແລະເປັນໂຄງການທີ່ໃຫ້ອັດຕາດອກເບ້ຍຜ່ອນຜັນຊຶ່ງໂຄງການໃໝ່ທີ່ເກີດຄືນໃໝ່ປີລະບໍ່ເກີນ 200 ລ້ານໂດລາສະຫະລັດ; ດ້ານນະໂຍບາຍດຸນດ່ຽງງົບປະມານຍັງສືບຕໍ່ອອກພັນທະບັດລັດຖະບານເພື່ອຈໍາໜ່າຍຢູ່ພາຍ ໃນປະເທດຫຼາຍກວ່າຈໍາໜ່າຍຢູ່ຕ່າງປະ ເທດແນໃສ່ຫຼຸດຜ່ອນຄວາມສ່ຽງຈາກອັດຕາແລກປ່ຽນດ້ວຍການຊື້-ຂາຍຜ່ານຕະຫຼາດຫຼັກຊັບລາວເພື່ອທົດແທນການກູ້ຢືມຈາກພາຍນອກ; ການຄຸ້ມຄອງໜີ້ສິນສາທາລະນະແມ່ນຮີບຮ້ອນປັບໂຄງສ້າງໜີ້ສິນທີ່ຄຸມເຄືອເປັນເວລາຫຼາຍປີດ້ວຍການຫັນໜີ້ເປັນທຶນໂດຍຂາຍຊັບສິນຂອງລັດ, ຊັບພະຍາກອນແຮ່ທາດ, ຮຸ້ນ, ສິດໃນການເຊົ່າສໍາປະທານ ແລະຊັບສິນອື່ນໆ ຜ່ານລະບົບການປະມູນຕາມກົດໝາຍ; ໂຈະການກູ້ຢືມໃໝ່ມາປະຕິບັດໂຄງການທີ່ຈະເພີ່ມຄວາມສ່ຽງຕໍ່ຖານະໜີ້ສິນລວມແຕ່ກໍສາມາດກູ້ຢືມໄດ້ສະ ເພາະໂຄງການທີ່ມີປະສິດທິຜົນທາງດ້ານເສດຖະກິດສູງ ແລະມີເງື່ອນໄຂຜ່ອນຜັນສູງ; ສູມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນຂອງບັນດາລັດວິສາ ຫະກິດດ້ວຍການປະຕິຮູບລັດວິສາຫະກິດໃດໜຶ່ງໄປສູ່ຮູບການອື່ນຢ່າງຈິງຈັງ ແລະທັນການພ້ອມທັງສ້າງເປັນໂຕແບບໃນການປະຕິຮູບເພື່ອໃຫ້ວິສາຫະກິດຂອງລັດມີຄວາມເຂັ້ມແຂງ ແລະສາມາດຊໍາລະໜີ້ສິນການກູ້ຢືມຂອງຕົນເອງ ແລະເພີ່ມລາຍໄດ້ເປັນຖານລາຍຮັບໃຫ້ແກ່ງົບປະມານແຫ່ງລັດ;ເຈລະຈາກັບບັນດາເຈົ້າໜີ້ໂຄງການທີ່ບໍ່ມີປະສິດທິຜົນ ຫຼືມີປະສີດທີ່ຜົນຕໍ່າເພື່ອປັບປຸງໂຄງສ້າງໜີ້ ແລະບາງມາດຕະການເພື່ອຜ່ອນຜັນການຊໍາລະໜີ້; ດໍາເນີນນະໂຍບາຍດຶງດູດການລົງທຶນໃຫ້ແຂງແຮງ ໂດຍສະເພາະການລົງທຶນເພື່ອສົ່ງອອກເພື່ອຂະຫຍາຍຖານລາຍຮັບໃຫ້ແກ່ງົບປະມານ ແລະສ້າງເງິນຕາຕ່າງປະເທດໃຫ້ແກ່ເສດຖະກິດ.
ດໍາເນີນນະໂຍບາຍເງິນຕາ ແລະອັດຕາແລກປ່ຽນຢ່າງມີໄຫວພິບຕາມກົນໄກຕະຫຼາດ ແລະມີການດັດສົມຂອງລັດ, ປະຢັດການນໍາໃຊ້ເງິນຕາຕ່າງປະເທດ, ກໍານົດນະ ໂຍບາຍເພື່ອຈູງໃຈຕໍ່ຜູ້ສົ່ງອອກໃຫ້ນໍາເງິນມາຜ່ານທະນາຄານ, ຄຸ້ມຄອງອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ຂອງລະບົບທະນາຄານໃຫ້ຢູ່ໃນລະດັບບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດແລະປະຕິບັດມາດຕະການເກັບກູ້ໜີ້ສິນຢ່າງເຄັ່ງຄັດ ແລະມີໝາກຜົນ;ພ້ອມນັ້ນ,ກໍ່ຊຸກຍູ້ລະດົມການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນດ້ວຍການປັບປຸງສິ່ງອໍານວຍຄວາມສະດວກ, ປັບປຸງກົນໄກ ແລະລະບຽບການໃຫ້ມີຄວາມວ່ອງໄວ, ກະທັດຮັດ, ທັນສະໄໝ ແລະມີຄວາມໂປງໃສ່; ສ້າງຄວາມເຂັ້ມແຂງໃຫ້ແກ່ລັດວິສາຫະກິດດ້ວຍການຫັນໄປສູ່ຮູບແບບລັດຮ່ວມມືກັບເອກະຊົນ; ຍູ້ແຮງການຜະລິດ ແລະ ການບໍລິການພາຍໃນຢ່າງມີຈຸດສຸມຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງດ້ວຍການສົ່ງເສີມການນໍາໃຊ້ຜະລິດຕະພັນລາວແລະການສົ່ງອອກເພື່ອຫຼຸດຜ່ອນລະດັບການຂາດດຸນກັບຕ່າງປະເທດ.
ໂດຍ: ຣັດສະໝີ ດວງສັດຈະ
ຮູບພາບ: ໜັງສືພິມເສດຖະກິດ-ສັງຄົມ