ໄຊສົມບູນ ສະຫຼຸບວຽກຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະເດັກ

  ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະເດັກປະຈຳປີ 2020 ແລະທິດທາງແຜນ ການປີ 2021 ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 22 ມີນາ ທີ່ຫ້ອງປະຊຸມສານປະຊາຊົນແຂວງໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ປະທານກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະ ເດັກຂັ້ນແຂວງມີຄະນະກຳທະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະ ເດັກຂັ້ນແຂວງເຂົ້າຮ່ວມ.

   ໃນພິທີ ທ່ານ ນາງ ຄຳສີສິດ ທິວໍລະດາ ປະທານສະຫະພັນແມ່ຍິງແຂວງ,  ຮອງປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະເດັກ ຂັ້ນແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະທິດທາງແຜນການປີ 2021 ຊຶ່ງໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະບົດຮຽນທີຖອດຖອນໄດ້ຕະຫຼອດໄລຍະທີ່ຜ່ານມາຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ແລະເດັກໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນໄດ້ລົງພົບປະສະມາຊິກສະຫະພັນແມ່ຍິງ, ເອື້ອຍນ້ອງແມ່ຍິງບັນດາເຜົ່າ, ພໍ່ແມ່ປະຊາຊົນນັບແຕ່ ອາຍຸ 15 ປີ ຂຶ້ນໄປຢູ່ 18 ບ້ານ ຂອງບັນດາເມືອງ, ໄດ້ປະກອບສ່ວນຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະສະກັດກັ້ນຂອງການແຜ່ລະບາດພະຍາດໂຄວິດ-19 ພ້ອມທັງປຸກລະດົມເອື້ອຍນ້ອງແມ່ຍິງບັນດາເຜົ່າໃນການປົກປັກຮັກສາ ແລະ ອະນຸລັກຮັກສາມູນເຊື້ອອັນດີງາມຂອງເຜົ່າໂດຍສະເພາະແມ່ນການນຸ່ງຖືຂອງແມ່ຍິງຂະນະດຽວກັນກໍໄດ້ສົມທົບກັບພະ ແນກສາທາລະນະສຸກແຂວງລົງໂຄສະນາວຽກງານສຸຂະສຶກສາ, ວຽກງານແມ່ ແລະເດັກ, ການວາງແຜນຄອບຄົວ, ໂພຊະນາການແມ່ຍິງຖືພາ ແລະ ການໃຫ້ນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນ ແລະຫຼກອະນາໄມ 3 ສະອາດໄດ້ 2 ເມືອງ,ສົ່ງເສີມຂະແໜງເສດຖະກິດຂອງລັດ-ເອກະຊົນພັດທະນາສີມືແຮງງານຢູ່ພາຍ ໃນແຂວງໄດ້ຈຳນວນ 2.800 ກວ່າຄົນ, ຍິງ 800 ກວ່າຄົນ, ຝຶກອົບຮົມສີມືແຮງງານຊ່າງຕັດຜົມ ແລະຕັດຫຍິບເສື້ອຜ້າໄດ້ 1 ຄັ້ງ, ຈຳນວນ 30 ຄົນ ແລະ ໄດ້ຊຸກຍູ້ສົ່ງເສີມຂະແໜງເສດຖະກິດຈັດຫາວຽກເຮັດງານທຳເພື່ອຫຼຸດຜ່ອນການເຄື່ອນຍ້າຍແຮງງານຈຳນວນ 1.000 ກວ່າຄົນ, ຄົນ, ຍິງ 100 ກວ່າຄົນ.

  ຮອງປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະແມ່ ແລະເດັກລາຍງານຕື່ມວ່ານອກນີ້ຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະທ້ອງຖິ່ນໃຫ້ການຊ່ວຍເຫຼືອເດັກທີ່ຕົກຢູ່ໃນຄວາມສ່ຽງ,ເດັກທີ່ຖືກເຄາະຮ້າຍຈາກການຄ້າມະນຸດ,ເດັກພໍ່ແມ່ຖືກກັກຕົວ, ເດັກກຳພ້າກຳພອຍຈຳນວນ 30 ຄົນ, ຍິງ 28 ຄົນ ແລະຍັງໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງທໍາການຜະລິດຕາມທ່າແຮງເພື່ອໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມນີ້ຍັງໄດ້ຈັດຝຶກອົບຮົມການປຸງແຕ່ງອາຫານ, ວິທີ ເຮັດເສັ້ນເຂົ້າປຽກ ແລະເຮັດເຂົ້າໜົມຊັ້ນໃຫ້ແກ່ຄະນະສະຫະພັນແມ່ຍິງບັນດາພະແນກການອ້ອມຂ້າງແຂວງ.

ໂດຍພຸດທະສອນ ເວດສະວົງ