ຮສສ ຄຳມ່ວນສະຫຼຸບວຽກປະຈຳປີ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຮງງານ ແລະສະຫວັດດີການສັງຄົມປະຈໍາປີ 2020 ແລະວາງທາງທິດທາງແຜນການປີ 2021 ໄດ້ຈັດຂຶ້ນໃນຕອນ ເຊົ້າຂອງວັນທີ 17 ມີນາ 2021 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ຂອງແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ອະດີດລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານທີ່ໜ້າກົມທີ່ຂຶ້ນກັບກະຊວງບັນດາທ່ານຮອງເຈົ້າເມືອງ, ຕາງໜ້າພະແນກການ, ຂະແໜງການຕະຫຼອດເຖິງພະນັກງານວິຊາການພາຍໃນພະແນກດັ່ງກ່າວເຂົ້າຮ່ວມ .

  ໃນວາລະກອງປະຊຸມທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກ ຮສສ ແຂວງກໍ່ໄດ້ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຮສສ ປະຈໍາປີ 2020 ລວມ ເຖິງຜົນການຈັດຕັ້ງປະຕິບັດຄາດໝາຍແຕ່ລະດ້ານຕະຫຼອດເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະທິດທາງແຜນການປີ 2021.

   ຈາກນັ້ນແມ່ນໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຮສສ ຈາກຫົວໜ້າຫ້ອງການ ຮສສ ຂອງເມືອງຍົມມະລາດ ແລະເມືອງບົວລະພາພ້ອມທັງການປະກອບຄໍາຄິດເຫັນຈາກບັນດາທ່ານທີ່ຕາງໜ້າກົມ,ທ່ານຮອງເຈົ້າເມືອງແລະພາກສ່ວນຕ່າງໆທີ່ເຂົ້າຮ່ວມເພື່ອເຮັດໃຫ້ເນື້ອໃນຂອງບົດສະຫຼຸບມີຄວາມສົມບູນ ແລະເປັນບົດຮຽນໃນການຈັດຕັ້ງປະຕິບັດໃນປີຕໍ່ໄ .

 ໃນຕອນທ້າຍຂອງກອງປະຊຸມທ່ານ ຄໍາແພງ ໄຊສົມແພງ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ຜັດກັນມີຄໍາເຫັນໂອ້ລົມຊຶ່ງທັງສອງທ່ານໄດ້ເນັ້ນໃຫ້ຄະນະນໍາຂອງພະແນກ ຮສສ ແຂວງເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ພະນັກງານຢູ່ໃນຂົງເຂດຕົນຮັບຜິດນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງໂດຍມີການປະສານສົມ ທົບກັບສາຍຂວາງ, ໃນການເກັບກໍາຂໍ້ມູນແມ່ນຕ້ອງມີລະບົບຖານຂໍ້ມູນຢ່າງຄັກແນ່, ເອົາໃຈໃສ່ຊ່ວຍເຫຼືອ ແລະຄຸ້ມຄອງຜົນກະທົບຈາກໄພພິບັດຊຶ່ງແຂວງຈະຕ້ອງສູ້ຊົນໃຫ້ເກີດມີກອງທຶນຕ້ານໄພພິບັດຂັ້ນແຂວງ, ເອົາໃຈໃສ່ເກັບກໍາຂໍ້ມູນຄືນສໍາລັບຜູ້ທີ່ມີຄຸນງາມຄວາມດີໃນພາລະກິດປົດປ່ອຍປະເທດຊາດ, ເອົາໃຈໃສ່ແກ້ໄຂບັນຫາລະເບີດທີ່ຍັງບໍ່ທັນແຕກໂດຍສະເພາະຢູ່ ເມືອງບົວລະພາ ແລະເມືອງຍົມມະລາດ, ດ້ານວຽກງານກາແດງແມ່ນໃຫ້ເອົາໃຈໃສ່ຂອດການຄຸ້ມຄອງການບໍລິຈາກເລືອດ, ເອົາໃຈໃສ່ກໍາລັງແຮງງານໃຫ້ໄດ້ຮັບການພັດທະນາສີມື, ມີຄວາມຫຼາກຫຼາຍສາຂາອາຊີບ, ມີຄວາມຊໍານານງານສູງຂຶ້ນ, ມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະເປັນທໍາ, ສ້າງຕໍາແໜ່ງງານໃໝ່ໃຫ້ຫຼາຍ ແລະມີລາຍໄດ້ສູງຂຶ້ນ .

  ໃນໂອກາດທີ່ທ່ານ ຄໍາແພງ ໄຊສົມແພງ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວວຽກງານຢູ່ແຂວງຄໍາມ່ວນທ່ານກໍ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ແຂວງຄໍາມ່ວນເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຊຶ່ງປະກອບມີເຄື່ອງນຸ່ງຫົ່ມ ແລະເກີບຈໍານວນ 80 ແກັດ ມູນຄ່າ 120 ລ້ານກີບ, ເຂົ້າສານຈໍານວນ 7.000 ກິໂລ ມູນຄ່າ 66,5 ລ້ານກີບ ລວມມູນຄ່າທັງໝົດ 186,5 ລ້ານກີບ.

ຂ່າວ: ແດງສະຫວັດ ແສນພານິດ