ກວດພົບກວ່າ 600 ຄອບຄົວ ບຸກລຸກປ່າເຂດລັດຫວງຫ້າມ

  ຫ້ອງການກະສິກຳ ແລະປ່າໄມ້ ເມືອງທ່າແຕ່ງ ແຂວງເຊກອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງກໍຄືຄະນະກຳມະການສະກັດກັ້ນການບຸກລຸກທໍາລາຍຊັບພະຍາ ກອນປ່າໄມ້ໄດ້ກວດພົບປະຊາຊົນບຸກລຸກປ່າໄມ້ເຂດຫວງຫ້າມຂອງລັດຈຳນວນ 605 ຄອບຄົວ ລວມເນື້ອທີ່ເສຍຫາຍ 496 ເຮັກຕາ ເພື່ອຫວັງເຮັດການຜະລິດກະສິກຳສ້າງເສດຖະກິດຄອບຄົວ.

  ທ່ານ ວຽງສະໝອນ ຈັນເບັງແສງ ຄະນະຫ້ອງການກະສິກຳ ແລະປ່າໄມ້ເມືອງລາຍງານຕໍ່ກອງປະຊຸມປຶກສາຫາລືຕ້ານແລະສະກັດກັ້ນການບຸກລຸກທຳລາຍປ່າໄມ້ທີ່ຈັດຂຶ້ນຢູ່ຫ້ອງການກະສິກຳ ແລະປ່າໄມ້ເມືອງເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາເຖິງແມ່ນວ່າໄດ້ມີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການສະກັດກັ້ນການບຸກລຸກປ່າໄມ້ເຂດທີ່ຫວງຫ້າມຂອງລັດຕາມລະບຽບການທີ່ວາງໄວ້ແຕ່ຍັງມີປາກົດການຝ່າຝືນເກີດຂຶ້ນຫຼາຍຄອບຄົວເປັນຕົ້ນ: ປ່າປ້ອງກັນພູຈວມ, ປ່າປ້ອງກັນຫົວເຊໂດນ, ປ່າປ້ອງກັນຫ້ວຍໂລ, ຫ້ວຍເກາະ, ຫ້ວຍສະເຫີວງ, ປ່າປ້ອງກັນສາຍພູຫຼວງ-ພູຕະຢືນ ແລະປ່າປ້ອງກັນຫ້ວຍແປດເຂດບ້ານຕຸມຍໍ.

  ຕໍ່ເຫດການດັ່ງກ່າວໃນກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ເປັນເອກະພາບມອບໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການປະຕິບັດຕາມພາລະບົດບາດ ແລະມາດຕະການທີ່ວາງໄວ້ຢ່າງເຄັ່ງຄັດໂດຍສອດຄ່ອງກັບແຈ້ງການຂອງທ່ານເຈົ້າ ເມືອງທ່າແຕງ ສະບັບເລກທີ 14, ລົງວັນທີ 24 ທັນວາ 2020 ວ່າດ້ວຍການຢຸດຕິບຸກລຸກທໍາລາຍປ່າໄມ້, ເຄື່ອນຍ້າຍໄມ້ ແລະຊື້ຂາຍໄມ້ທີ່ຜິດກົດໝາຍ.

  ທັງນີ້ກໍເພື່ອເຮັດໃຫ້ປາກົດການານບຸກລຸກທຳລາຍຊັບພະຍາກອນປ່າໄມ້ໃນເຂດທີ່ຫວງຫ້າມຂອງລັດໃຫ້ຫຼຸດລົງເທື່ອລະກ້າວ.

ຂ່າວລັດຕະນາ ຄຳສົມພູ