ແຕ່ນີ້ຫາ 5 ປີ ລັດຈະສຸມເລັ່ງແກ້ຫຼາຍຂໍ້ຫຍຸ້ງຍາກທີ່ຖ່ວງດຶງພັດທະນາປະເທດຊາດ

  ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນຂອງປະເທດທີ່ມີຄວາມຫຍຸ້ງຍາກໃຫ້ສາມາດປະຄັບປະຄອງ ແລະກ້າວເຂົ້າສູ່ສະພາບປົກກະຕິລັດຖະບານຊຸດໃໝ່ໄດ້ກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນ 5 ປີຕໍ່ໜ້າເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປັນວາລະແຫ່ງຊາດຕາມພາລະບົດ ບາດ.

  ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະແຜນງົບປະມານແຫ່ງລັດ 5 ປີ (2021-2025) ໃນວັນທີ 22 ມີນາ 2021 ຮູ້ວ່າ: ການກຳນົດເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນ 5 ປີຕໍ່ໜ້າເປັນວາລະແຫ່ງຊາດເພື່ອໃຫ້ທຸກພາກສ່ວນໃນສັງຄົມປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຕາມພາລະບົດບາດຂອງຕົນປະກອບປັບໂຄງສ້າງງົບປະ ມານແຫ່ງລັດເພື່ອໃຫ້ມີການສົມດູນທາງດ້ານລາຍຮັບ ແລະລາຍຈ່າຍແນໃສ່ຮັບປະກັນໃຫ້ມີການສະສົມເພື່ອຊຳລະໜີ້ສິນຕ່າງປະເທດດ້ວຍມາດຕະການສ້າງຖານລາຍຮັບເພີ່ມ ແລະການເກັບລາຍຮັບໃຫ້ຄົບຖ້ວນ ແລະເພີ່ມຂຶ້ນຕາມກົດໝາຍສ່ວນເພດານລາຍຈ່າຍຈະສູ້ຊົນໃຫ້ຮັກສາໃນລະດັບປະຈຸບັນເພື່ອເອົາລາຍຮັບທີ່ເພີ່ມຂຶ້ນໄປສະສົມເພີ່ມ.

   ສູ້ຊົນເກັບລາຍຮັບຈາກພື້ນຖານລາຍຮັບທີ່ມີໃນປະຈຸບັນໃຫ້ຄົບຖ້ວນ, ອັດຊ່ອງວ່າງການຮົ່ວໄຫຼ ແລະ ກຳນົດນະໂຍບາຍໃໝ່ເພື່ອສ້າງຖານລາຍຮັບໃໝ່ຕາມທິດຍືນຍົງ ເພື່ອຮັບປະກັນການເພີ່ມຂຶ້ນຂອງລາຍຮັບພາຍໃນສະເລ່ຍໃນລະຫວ່າງ10-13% ຕໍ່ປີປັບໂຄງສ້າງລາຍຈ່າຍງົບປະມານແຫ່ງລັດໂດຍກຳນົດເພດານດ້ານລາຍຈ່າຍແຕ່ ລະປະເພດເຊັ່ນ: ລາຍຈ່າຍບໍລິຫານປົກກະຕິບໍ່ໃຫ້ເກີນ 84% ຂອງລາຍຮັບພາຍໃນ, ໃນນັ້ນລາຍຈ່າຍເງິນເດືອນ ແລະເງິນນະໂຍບາຍໃຫ້ມີທ່າອ່ຽງຫຼຸດລົງຈາກ52% ໃນປີ 2021 ມາຢູ່ໃນລະດັບ 40% ໃນປີ 2025 (ສະເລ່ຍ 5 ປີບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ), ລາຍຈ່າຍບໍລິຫານ, ຊື້ໃໝ່ ແລະດັດສົມສົ່ງເສີມບໍ່ໃຫ້ເກີນ 14% ຂອງລາຍຮັບພາຍໃນ.

  ພ້ອມທັງປະຕິບັດນະໂຍບາຍປະຢັດ, ຮັດສາຍແອວໂດຍຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນລົງຕື່ມເປັນຕົ້ນຄ່າໄຟຟ້າ, ນໍ້າປະປາ, ບຳລຸງຮັກສາ-ເຄື່ອງໃຊ້ຫ້ອງການ, ລົດບໍລິ ຫານລັດ, ການຈັດກອງປະຊຸມ, ການເຄື່ອນໄຫວວຽກງານທາງການພາຍໃນ ແລະຕ່າງປະເທດທີ່ບໍ່ຈຳເປັນ ແລະຄ່າໃຊ້ຈ່າຍອື່ນໆໄປຄຽງຄູ່ກັບການຫັນຫົວໜ່ວຍງົບປະ ມານວິຊາການຈຳນວນໜຶ່ງໄປກຸ້ມຕົນເອງເພື່ອຫຼຸດຜ່ອນພາລະແບກຫາບລາຍຈ່າຍບໍລິຫານພາກລັດ.

  ພ້ອມກັນນີ້, ຕ້ອງປັບໂຄງສ້າງ ແລະບໍລິຫານໜີ້ສິນສາທາລະນະໃຫ້ສາມາດຄວບຄຸມໄດ້ເພື່ອຮັບປະກັນຄວາມປອດໄພໂດຍມີແຜນການແກ້ໄຂໜີ້ສິນພາຍໃນ ແລະຕ່າງປະເທດຢ່າງເປັນລະບົບດ້ວຍການມີສ່ວນຮ່ວມຈາກຫຼາຍພາກສ່ວນ, ມີແຜນວຽກລະອຽດ,ມີການແບ່ງຄວາມຮັບຜິດຊອບໃຫ້ຂະແໜງການ ແລະທ້ອງຖິ່ນຢ່າງຈະແຈ້ງ, ມີການຮັບຮອງເເຜນ ແລະມີມາດຕະການໃນການຕິດຕາມກວດກາ ແລະປະເມີນຜົນຄືນບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ.

  ພ້ອມນັ້ນ,ການກູ້ຢືມໃໝ່ຕ້ອງມີບົດວິພາກເສດຖະກິດໂດຍແນໃສ່ໂຄງການທີ່ມີປະສິດທິຜົນໃຫ້ມີຜົນຕອບແທນໄວ,ການບໍລິຫານໜີ້ສິນດ້ວຍການກູ້ຢືມໃໝ່ໃນເງື່ອນໄຂ ດອກເບ້ຍທຸລະກິດຕ້ອງນຳໃຊ້ສະເພາະການຊຳລະໜີ້ທີ່ມີເງື່ອນໄຂດອກເບ້ຍທຸລະກິດເທົ່ານັ້ນ.