JDB ເປີດໜ່ວຍບໍລິການບ້ານດອນໜູນ

  ໃນວັນທີ 22 ມີນາ 2021 ທີ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດໜ່ວຍບໍລິການທະນາຄານຮ່ວມພັດທະນາຂຶ້ນຢ່າງເປັນທາງການ ຊຶ່ງປະຈຸບັນ JDB ມີໜ່ວຍບໍລິການທັງໝົດ 61 ໜ່ວຍບໍລິການ ແລະຈະເປີດອີກໜຶ່ງໜ່ວຍບໍລິການທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນລວມເປັນ 62 ໜ່ວຍບໍລິການ, ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຮ່ວມພັດທະນາມີຜູ້ບໍລິຫານຂອງທະນາຄານຮ່ວມພັດທະນາ, ທ່ານ ຄໍາຄູນ ຕັ້ງປັນຍາ ນາຍບ້ານດອນໜອນ ແລະຮອງນາຍບ້ານຕະຫຼອດວິຊາການທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

 ພິທີໄດ້ເລີ່ມຕົ້ນດ້ວຍການກ່າວຄຳຄິດຄໍາເຫັນຂອງທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາໄດ້ກ່າວເຖີງການຂະຫຍາຍຕົວຂອງທະນາຄານຮ່ວມພັດທະນາ ແລະທິດທາງໃນຕໍ່ໜ້າທີ່ຈະບໍລິການດ້ານການເງິນທີ່ທັນສະໄໝແບບຄົບວົງຈອນເພີ່ມທາງເລືອກໃຫ້ກັບລູກຄ້າໃນການເຮັດທຸລະກຳດ້ານການເງິນ ແລະລູກຄ້າສາມາດເລືອກໃຊ້ຜະລິດຕະພັນດີໆຂອງທະນາຄານຮ່ວມພັດທະນາ, ໄດ້ປັບປຸງວຽກງານການບໍລິການໃຫ້ເປັນທີ່ປະທັບໃຈຂອງລູກຄ້າທຸກລະດັບ.

  ຈາກກນັ້ນໃນພິທີກໍ່ໄດ້ມີພິທີຕັດແຖບຜ້າເພື່ອເປີດໜ່ວຍບໍລິການດອນໜູນຢ່າງເປັນທາງການທະນາຄານຮ່ວມພັດທະນາບໍລິການທາງດ້ານເງິນແບບຄົບວົງຈອນໃຫ້ແກ່ປະຊາຊົນບັນດາເຜົ່າ, ໄດ້ມີຄວາມສະດວກສະບາຍ, ໃນການເຂົ້າຫາແຫຼ່ງທຶນທີ່ໝັ້ນຄົງ ແລະການບໍລິການທີ່ສະດວກສະບາຍໃນການໂອນເງິນຊໍາລະພາຍໃນ ແລະ ຕ່າງປະເທດພິເສດສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ລະຫວ່າງທະນາຄານການຄ້າຕ່າງປະເທດລາວ BCEL, ທະນາຄານຮ່ວມພັດທະນາ JDB, BIC ແລະທະນາຄານລາວຫວຽດ LVB ໄດ້ພຽງ 4 ທະນາຄານເທົ່ານັ້ນ, ທະນາຄານຮ່ວມພັດທະນາມີແຫຼ່ງທຶນພຽງພໍທີ່ຈະສະໜອງໃຫ້ລູກຄ້າ, ພວກເຮົາພ້ອມແລ້ວທີ່ຈະບໍລິການລູກຄ້າດ້ວຍໃຈ, ໃສ່ໃຈປຽບສະເໝືອນເປັນຄົນໃນຄອບຄົວດຽວກັນກັບພວກເຮົາ ແລະພັດທະນາຂະຫຍາຍຕົວຂຶ້ນໄປເລື້ອຍໆສົມກັບຄໍາຂວັນທີ່ວ່າ: “ເຕີບໃຫຍ່ໄປພ້ອມກັນ”.

ຂ່າວຄໍາຕົ້ນ ວໍລະຈັກ