ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະການພັດທະນ(ອັງຖັດ) ຄາດວ່າເສດຖະກິດໂລກຈະຂະຫຍາຍຕົວ 4,7% ໃນປີນີ້ຈາກປັດໄຈຕົ້ນຕໍການຟື້ນ ຕົວເຂັ້ມແຂງເກີນຄາດຄະເນຂອງເສດຖະກິດອາເມລິກາ.

  ຕາມຂ່າວຕ່າງປະເທດລາຍງານວ່າອົງການໆຄ້າຂອງສະຫະປະຊາຊາດປັບຂຶ້ນອັດຕາຄາດການຂະຫຍາຍຕົວຂອງເສດຖະກິດໂລກຈາກ 4,3% ມາເປັນ 4,7% ໃນປີນີ້ຈາກປັດໄຈຫຼັກການຟື້ນຕົວຢ່າງເຂັ້ມແຂງເກີນຄາດຂອງເສດຖະກິດໃນອາເມລິກາຫຼັງຈາກການໃຊ້ຈ່າຍໃນການບໍລິໂພກເພີ່ມສູງຂຶ້ນໃນອາເມລິກາຫຼັງຈາກແຈກຢາຍວັກແຊງປ້ອງກັນໂຄວິດ-19 ແລະລັດຖະບານນຳໃຊ້ມາດຕະການກະຕຸ້ນເສດຖະກິດມູນຄ່າມະຫາສານ.

  ໃນຕົ້ນເດືອນນີ້ອົງການເພື່ອການຮ່ວມມື ແລະການພັດທະນາທາງເສດຖະກິດ (OECD) ໄດ້ປັບຂຶ້ນຄາດການອັດຕາການຂະຫຍາຍຕົວເສດຖະກິດໂລກເຊັ່ນກັນຈາກ 4,2% ມາເປັນ 5,2%.