ເປີດໂຄງການພັດທະນາຊົນລະກະເສດ

  ວັນທີ 18 ມີນາ 2021 ທີ່ເມືອງສອງຄອນ ແຂວງສະຫວັນນະເຂດມີພິທີເປີດສະໜາມການກໍ່ສ້າງໂຄງການພັດທະນາຊົນລະກະເສດ ແລະຊົນນະບົດຮອບດ້ານທ່ານ ເພັດ ພົມພີພັກ, ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້, ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ, ທ່ານ ມູ ຮົງ ອິມ  (Moo-Hong IM), ເອກອັກຄະລັດຖະທູດ .ເກົາຫຼີປະຈໍາ ສປປ ລາວ, ທ່ານ ລີ ດົງ ກອນ(LEE Dong-Geon), ຫົວໜ້າຫ້ອງການຜູ້ຕາງໜ້າກອງທຶນການຮ່ວມມື ແລະການພັດ ທະນາ, ທະນາ ຄານຂາອອກ-ຂາເຂົ້າ .ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ຈອງ ເຮ ອິມ (Jeong HEE IM), ຫົວໜ້າຫ້ອງການຜູ້ຕາງໜ້າອົງການຄອຍກາປະຈໍາ ສປປ ລາວ.

  ໂຄງການພັດທະນາຊົນລະກະເສດ ແລະຊົນນະບົດຮອບດ້ານໂຄງການໜຶ່ງທີ່ສໍາຄັນເພື່ອປະກອບສ່ວນເຂົ້າໃນການຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ ແລະພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ແຂວງສະຫວັນນະເຂດ,ພາຍຫຼັງສໍາເລັດການກໍ່ສ້າງໂຄງການດັ່ງກ່າວຈະສາມາດຮັບປະກັນການສະໜອງນໍ້າຊົນລະປະທານໄດ້ 2 ລະດູຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ-ແຫ້ງແລ້ງຢູ່ເມືອງຈໍາພອນ ແລະ ເມືອງສອງຄອນກວມເອົາ 13 ບ້ານ,ມີ 2.855 ຄອບຄົວ, ປະຊາຊົນຢູ່ 2 ເມືອງ ຈະມີພື້ນຖານການຜະລິດ, ການປຸງແຕ່ງ ແລະໄດ້ຮັບການ ສົ່ງເສີມການປູກ-ການລ້ຽງແບບຫຼຸດ ຜ່ອນຕົ້ນທຶນການຜະລິດດ້ວຍການນໍາໃຊ້ກົນຈັກກະສິກໍາ, ນໍາໃຊ້ເຕັກນິກກະສິກໍາທັນສະໄໝ ແລະໝູນໃຊ້ບົດຮຽນ-ປະສົບການຂອງ .ເກົາຫຼີ ເຂົ້າໃນການຜະລິດ, ການປຸງແຕ່ງ,ການເກັບຮັກສາເພື່ອໃຫ້ສິນຄ້າກະສິກໍາມີຄຸນນະພາບ,ສະອາດປອດໄພສາມາດສະໜອງຕະຫຼາດພາຍໃນ ແລະເປັນສິນຄ້າສົ່ງອອກສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ຫຼາຍຂຶ້ນ.

ໂຄງການພັດທະນາຊົນລະກະເສດ ແລະຊົນນະບົດຮອບດ້ານເມືອງສອງຄອນ ແລະຈໍາພອນ ແຂວງສະຫວັນນະເຂດ ແມ່ນໄດ້ຮັບການຊ່ວຍເຫຼືອລ້າມູນຄ່າ 350.000 ໂດລາສະຫະລັດ ເພື່ອສຶກສາຄວາມເປັນໄປໄດ້ໃນເດືອນພະຈິກ 2010 ໂດຍແມ່ນລັດວິສາຫະກິດ KRC ເປັນຜູ້ຕາງໜ້າໃຫ້ແກ່ .ເກົາຫຼີ ສົ່ງຊ່ຽວຊານມາຮ່ວມກັບວິຊາການຂອງກົມຊົນລະປະທານ ແລະ ຂະແໜງຊົນລະປະທານແຂວງສະຫວັນນະເຂດ ເພື່ອສົມທົບກັບອໍານາດການປົກຄອງທ້ອງຖິ່ນຂອງເມືອງສອງຄອນ ແລະຈໍາພອນໃນການເກັບກໍາຂໍ້ມູນສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະໄດ້ສໍາເລັດການສຶກສາຄວາມເປັນໄປໄດ້ໃນເດືອນມີນາ 2011 ແລະລັດຖະບານລາວໄດ້ເຊັນສັນຍາເງິນກູ້ເລກທີ LAO-10 ກັບທະນາຄານຂາອອກ-ຂາເຂົ້າ .ເກົາ ຫຼີ ລົງວັນທີ 13 ກຸມພາ 2015 ຊຶ່ງສັນຍາມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 12 ມິຖຸນາ 2015, ໄລຍະຈັດຕັ້ງປະຕິບັດໂຄງການຕາມສັນຍາແມ່ນ 8 ປີ  (2015-2023), ມູນຄ່າລວມຂອງໂຄງການ 53.285.000 ໂດລາສະຫະລັດ ໃນນັ້ນຢືມ 46.000.000 ໂດລາສະຫະລັດ ແລະມູນຄ່າທຶນສົມທົບ 7.285.000 ໂດລາສະຫະລັດ, ໂຄງການໄດ້ສົມທົບກັບອໍານາດການປົກຄອງແຂວງສະຫວັນນະເຂດ ແລະກອງທຶນ EDCF.