ຫຼວງພະບາງ ເລີ່ມສຶກສາວຽກບັນຊີໃຫ້ວິສາຫະກິດ

ຂ່າວ: ສີສຸວັນ

  ພະແນກການເງິນແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບວຽກງານບັນຊີວິສາຫະກິດລະບົບປັບປຸງປີ 2020 ໃຫ້ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາ ລະນະຂຶ້ນໃນລະຫວ່າງວັນທີ 22-26 ມີນາ 2021 ນີ້ທີ່ພະແນກດັ່ງກ່າວໂດຍການເປັນປະທານຂອງ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງໆຫຼວງພະບາງມີຮອງົວໜ້າພະແນກການເງິນ, ມີວິທະຍາກອນຈາກກົມບັນຊີ, ຄະນະຮັບຜິດຊອບຝຶກອົບຮົມພ້ອມດ້ວຍສໍາມະນາກອນຈາກວິສາຫະກິດອ້ອມຂ້າງແຂວງເຂົ້າ ຮ່ວມ.

  ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງໆຫຼວງພະບາງກ່າວວ່າ: ຊຸດຝຶກອົບຮົມການບັນຊີວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະຄັ້ງນີ້ຖືວ່າເປັນຊຸດຝຶກອົບຮົມຄັ້ງທໍາອິດທີ່ມີຄວາມໝາຍສໍາຄັນຊຶ່ງໄດ້ຈັດຂຶ້ນໃນຊ່ວງໄລຍະທີ່ພວມຈັດຕັ້ງປະຕິບັດລະບຽບກົດໝາຍຕ່າງໆດ້ານການເງິນ, ກະຊວງການເງິນພວມຄັດຈ້ອນປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນພາຍໃນຂະແໜງການເງິນໃນຂອບເຂດທົ່ວປະເທດ ແລະພວມຈັດຕັ້ງແຜນງົບປະມານແຫ່ງລັດປະຈໍາປີ 2021, ສະນັ້ນຊຸດຝຶກອົບຮົມລະບົບບັນຊີວິສາຫະກິດທີ່ໄດ້ຜ່ານການຮັບຮອງມີຈຸດປະສົງລະດັບຄາດໝາຍເນື້ອໃນທີ່ຈະເຜີຍແຜ່ແນະນໍານັ້ນມີຄວາມໝາຍສໍາຄັນຫຼາຍທີ່ພະນັກງານຂອງວິສາຫະກິດທີ່ຈະພ້ອມກັນຄົ້ນຄວ້າ, ລະບຽບຫຼັກການດ້ານບັນຊີ, ການນໍາໃຊ້ໂປຣແກຣມບັນຊີທີ່ໄດ້ຜ່ານການຮັບຮອງຈາກລັດຖະມົນຕີກະຊວງການເງິນຊຶ່ງລະບົບບັນຊີດັ່ງກ່າວມີຄວາມສອດຄ່ອງກັບແຕ່ລະຫົວໜ່ວຍວິສາຫະກິດ, ແນໃສ່ໃຫ້ມີຄວາມເປັນເອກະພາບທາງດ້ານທັດສະນະ,ທາງດ້າວວິຊາການ ແລະເປັນພື້ນຖານບ່ອນອີງເພື່ອຈັດຕັ້ງປະຕິບັດຕົວຈິງ.

  ພ້ອມນີ້ທ່ານຮອງເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ນັກວິທະຍາກອນຈົ່ງເອົາໃຈໃສ່ຖ່າຍທອດຄວາມຮູ້, ບົດຮຽນຕົິງດ້ວຍການຂັດຈ້ອນເອົາແຕ່ບັນຫາສໍາຄັນ ແລະ ພົ້ນເດັ່ນແຕ່ມີເນື້ອໃນຄົບຖ້ວນ,ເປັນລະບົບເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໄດ້ງ່າຍ ແລະສາມາດສັງລວມເອົາບັນຫາສໍາຄັນໄດ້,ສ່ວນນັກສໍາມະນາກອນກໍໃຫ້ພ້ອມກັນເປັນເຈົ້າການຍົກສູງຄວາມຮັບຜິດຊອບໃນການປະຕິບັດໂມງເວລາເອົາໃຈໃສ່ຮັບຟັງ ແລະມີຄໍາຖາມຫຍັງບໍ່ເຂົ້າໃຈກໍສາມາດຖາມວິທະຍາກອນໄດ້ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງແລະສາມາດນໍາເອົາບົດຮຽນຄັ້ງນີ້ໄປຈັດຕັ້ງປະຕິບັດຕົວຈິງໃຫ້ຖຶກຕ້ອງ.