ສົບແຈມ ບ້ານຫັດຖະກຳຕໍ່າຫູກ ແລະຍ້ອມສີທຳມະຊາດຫັນເປັນກຸ່ມ

ຂ່າວ: ສີສຸວັນ

  ບ້ານສົບແຈມ ກຸ່ມບ້ານເມືອງງອຍ ແຂວງຫຼວງພະບາງ ເປັນບ້ານຫັດຖະກຳຕໍ່າຫູກ ແລະຍ້ອມສີທຳມະຊາດ, ານຜະລິດແບບພໍໃຜພໍລາວໃຫ້ຫັນເຂົ້າສູ່ລະບຽບການ ໂດຍເຮັດແບບເປັນກຸ່ມຜ່ານການຝຶກອົບຮົມທີ່ທາງພະແນກອຸດສາຫະກໍາ ແລະການຄ້າແຂວງໄດ້ຈັດຂຶ້ນເມື່ອກາງເດືອນມີນາ 2021 ຜ່ານມານີ້ເປັນກຽດເຂົ້າຮ່ວມຂອງທ່ານ ສອນເພັດ ທັດສີນິພອນ ຮອງເຈົ້າເມືອງໆ ງອຍທ່ານ ສາສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າພ້ອມດ້ວຍເອື້ອຍນ້ອງແມ່ຍິງພາຍໃນບ້ານສົບແຈມເຂົ້າຮ່ວມ.

  ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນແນໃສ່ສ້າງໃຫ້ເອື້ອຍນ້ອງແມ່ຍິງພາຍໃນບ້ານສົບແຈມທີ່ມີການຜະລິດແບບພໍໃຜພໍລາວໃຫ້ຫັນເຂົ້າສູ່ລະບຽບການຕາມທິດການສົ່ງເສີມ ແລະພັດທະນາຜະລິດຕະພັນໂດຍມີການຈັດຕັ້ງ ແລະການເຄື່ອນໄຫວເປັນກຸ່ມຜູ້ຜະລິດຫັດຖະກຳຕໍ່າແຜ່ນໂດຍສະເພາະແມ່ນເຮັດໃຫ້ສະມາຊິກສະຫະ ພັນແມ່ຍິງໄດ້ມີວຽກເຮັດງານທໍາທີ່ໝັ້ນຄົງ, ຊຸກຍູ້ສົ່ງເສີມການຜະລິດຂອງຊາວຊ່າງຫັດຖະກຳຕໍ່າແຜ່ນໃຫ້ເຂັ້ມແຂງ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງສະມາຊິກໃຫ້ດີຂຶ້ນເທື່ອລະກ້າວ,ແນໃສ່ແກ້ໄຂຄວາມທຸກຍາກເສີມຂະຫຍາຍພາລະບົດບາດການເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຊຸກຍູ້ສະມາ ຊິກໃນການເຕົ້າໂຮມກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບ້ານ,ທັງເປັນການພັດທະນາສີມືໃນການຕໍ່າຫູກໃຫ້ມີຄວາມປານີດ,ມີຄວາມຈົບງາມຍິ່ງຂຶ້ນກວ່າເກົ່າ ແລະຍັງຮັກສາຄວາມເປັນເອກະລັກຂອງທ້ອງຖິ່ນໄວ້ສືບທອດຕໍ່ໄປປັບປຸງຄຸນນະພາບການຜະລິດຫັດຖະກໍາຕໍ່າແຜ່ນໃຫ້ໄດ້ມາດຕະຖານດຽວ ກັນສາມາດຈໍາໜ່າຍອອກສູ່ສັງຄົມຢ່າງຢືນຍົງ, ສ້າງໃຫ້ໄດ້ຜະລິດຕະພັນໃໝ່ໃຫ້ເປັນເອກະລັກສະເພາະຂອງບ້ານສົບແຈມທັງນີ້ກໍ່ເພື່ອເປັນການສົ່ງເສີມຜະລິດຕະພັນຕໍ່າແຜ່ນຂອງບ້ານສົບແຈມໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼືໂອດອບແຫ່ງຊາດໃນອະນາຄົດ.

  ອີກດ້ານໜຶ່ງກໍເພື່ອແນໃສ່ໃຫ້ເອື້ອຍນ້ອງແມ່ຍິງພາຍໃນບ້ານສົບແຈມຮູ້ໝູນໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຂອບເຂດບໍວິເວນບ້ານ ແລະເຂດໃກ້ຄຽງເຂົ້າໃນການຜະ ລິດເປັນມິດຕໍ່ສິ່ງແວດລ້ອມຫັນເປັນອຸດສາຫະກຳສີຂຽວ ແລະ ຍືນຍົງຢ່າງມີປະສິດພາບ, ປັບປຸງ ແລະ ຍົກລະດັບຄຸນນະພາບສິນຄ້າໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າທ່ຽວຊົມ ແລະເປັນສິນຄ້າສົ່ງອອກກັບທີ່ໄດ້.

  ສໍາລັບໂຄງການຝຶກອົບຮົມຄັ້ງນີ້ຈະດໍາເນີນໄປຈົນຮອດຕົ້ນເດືອນເມສາຈຶ່ງຈະສໍາເລັດ ແລະຫຼັງຈາກສໍາເລັດແລ້ວທາງພະແນກອຄ ແຂວງຫຼວງພະບາງ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດລົງຊຸກຍູ່ສົ່ງເສີມວຽກງານໃນຫຼາຍຫົວຂໍ້ຕາມແຜນການທີໄດ້ຕັ້ງໄວ້ໃຫ້ສຳເລັດຕາມເປົ້າໝານຕື່ມອີກ.