ໂດຍ: ຂ່າວສະຫວັນ

  ໃນວັນທີ 15 ມີນາ 2021, ເມືອງອາດສະພອນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງບັນດາກົມກອງຫ້ອງການຕ່າງໆອ້ອມຂ້າງເມືອງໂດຍການເປັນປະທານຂອງທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນມີບັນດາທ່ານກຳມະການພັກເມືອງຫົວໜ້າ-ຄະນະຫ້ອງການແຕ່ລະຫ້ອງການເຂົ້າ ຮ່ວມລາຍງານຢ່າງພ້ອມພຽງ.

  ໂອກາດດັ່ງກ່າວ, ທ່ານ ຖາວອນ ຊຍະເຄື່ອງ ຫົວໜ້າຫ້ອງວ່າການປົກຄອງເມືອງກໍ່ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະ ຈຳສົກປີ 2019-2020 ແລະ ທິດທາງແຜນການປະຈຳສົກປີ 2020-2021 ຊຶ່ງໄດ້ມີການສະຫຼຸບຕີລາຄາຄືນຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃນການນຳພາແຕ່ລະດ້ານຂອງແຕ່ລະຂົງເຂດເປັນຕົ້ນແມ່ນດ້ານການເມືອງ-ແນວຄິດທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດວຽກງານການເມືອງແນວຄິດຮ່ວມກັບຄະນະ ພັກ, ອຳນາດການປົກຄອງນັບແຕ່ຂັ້ນເມືອງລົງຮອດຮາກຖານພັກ-ໜ່ວຍພັກ, ວຽກງານຄົມມະນາຄົມໄດ້ເລັ່ງໃສ່ການປັບປຸງ ແລະພັດທະນາ ທາງດ້ານພື້ນຖານໂຄງລ່າງຂອງເມືອງເຮັດໃຫ້ການສັນຈອນໄປມາ, ຂົນສົ່ງສິນຄ້າສະດວກສະບາຍ, ສ້າງຂະບວນການສ້ອມແປງເສັ້ນທາງລະຫວ່າງບ້າຫາບ້ານ, ບ້ານຫາເມືອງໄດ້ຈຳນວນ 8 ເສັ້ນທາງ, ຍາວ 30 ພັນກວ່າແມັດ, ສ້ອມແປງຂົວ 10 ແຫ່ງ, ໄດ້ສຳຫຼວດຕິດຕາມການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ທາງເລກທີ 9 ຫາເມືອງ, ແຕ່ເມືອງຫາທາງເລກທີ 10, ມີຄວາມຍາວທັງໝົດ 46.500 ແມັດ, ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ສືບຕໍ່ການພັດທະນາທາງດ້ານພື້ນຖານໂຄງລ່າງດ້ານຕ່າງໆໃຫ້ສະດວກສະບາຍກວ່າເກົ່າພ້ອມນີ້ໃນກອງປະຊຸມກໍ່ໄດ້ມີການປະກອບຄຳເຫັນໃສ່ບົດສະຫຼຸບເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະພ້ອມກັນວາງແຜນຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

  ນັກຂ່າວເມືອງລາຍງານຕື່ມວ່າ: ໜ່ວຍພັກຫ້ອງການສຶກສາທິການ-ກີລາ ແລະໜ່ວຍພັກຫ້ອງການອຸດສາຫະກຳ-ການຄ້າເມືອງອາດສະພອນ ໄດ້ຈັດພິທີຮັບມະຫາ ຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂຶ້ນໃນວັນທີ 16 ມີນາ ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ບົວລີ ຈັນສີ ຮອງເລຂາພັກເມືອງປະທານອົງການກວດກາພັກ-ລັດເມືອງ, ມີບັນດາທ່ານບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ