ເປີດແລ້ວງານວາງສະແດງສິນຄ້າເຟີນີເຈີວຽງຈັນຄັ້ງທີ 5

  ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງຂາຍສິນຄ້າເຟີນີເຈີໄມ້ກັບພາກພື້ນ ແລະສາກົນໃນອະນາຄົດສະນັ້ນສະມາສະມາຄົມເຟີນີເຈີລາວ (ສຟລ) ຈຶ່ງຈະໄດ້ເປີດງານວາງສະແດງສິນຄ້າເຟີນີເຈີວຽງຈັນຄັ້ງທີ 5 ປະຈຳປີ 2021 ຂຶ້ນ  ລະຫວ່າງວັນທີ 20-28 ມີນາ 2021 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ.

  ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວຜູ້ຊີ້ນຳວຽກວາງສະແດງກ່າວວ່າ: ການຈັດງານຄັ້ງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທິງວາງອອກໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ, ຜັນຂະຫຍາຍຕາມເນື້ອໃນຂອງຄຳສັ່ງເລກທີ 15/ນຍ, ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະມີໄມ້ໄວ້ໃຊ້ຢ່າງຍືນຍົງໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະໄມ້ປ່ອງໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປະຈຸບັນຕ້ອງການ ແລະເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີລາວໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດເຮັດໃຫ້ສາມາດສົ່ງອອກຕ່າງປະ ເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມໃນອະນາຄົດ.

  ທ່ານ ກອງມາລາ ພົມມາໄລ ກ່າວຕື່ມວ່າ: ເພື່ອເປັນການສົ່ງເສີມການປູກໄມ້ ແລະຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດເຮັດໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນເຟີ ນີເຈີໄມ້ລາວຫຼາຍຂຶ້ນ ແລະກວ້າງຂວາງໄປເລື້ອຍໆ, ສົ່ງເສີມງານວາງສະແດງສິນຄ້າເຟີນີເຈີໄມ້ລາວໃຫ້ໂດດເດັ່ນມີຊື່ສຽງເປັນທີ່ຮູ້ຈັກ ແລະທັງເປັນການດຶງດູດເອົາລູກຄ້າເຂົ້າມາຊື້-ຂາຍສິນຄ້າເຟີນີເຈີໃນ ສປປ ລາວ ຫຼາຍຂຶ້ນ, ສຳລັບຜະລິດຕະພັນທີ່ນຳມາວາງສະແດງຈະມີເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ, ຜະລິດຕະພັນຫັດຖະກຳ ແລະເຄື່ອງແກະສະຫຼັກ, ເຄື່ອງປະດັບຕົກແຕ່ງ ແລະເອ້ຢ້ອງພາຍໃນເຮືອນ ແລະອື່ນໆ.

  ສຳລັບຫ້ອງວາງສະແດງມີທັງໝົດເກືອບ 200 ຫ້ອງ 80 ກວ່າຫົວໜ່ວຍໂຮງງານ ແລະຫົວໜ່ວຍທຸລະກິດໂອດັອບຈາກພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ, ຊຶ່ງຄາດຄະເນຕະຫຼອດການຈັດງານຈະມີການຈໍລະຈອນຊື້-ຂາຍສິນຄ້າພາຍໃນງານປະມານ 10 ຕື້ກີບ ແລະຈະມີຜູ້ເຂົ້າທ່ຽວຊົມປະມານ 10 ພັນຄົນ.

 ນອກຈາກນີ້ພາຍໃນງານວາງສະແດງນັບແຕ່ວັນທີ 20-28 ມີນາຍັງມີກິດຈະກຳຕ່າງໆເປັນຕົ້ນວາງສະແດງຊື້-ຂາຍສິນຄ້າ, ສະແດງດົນຕີລາວ, ສະແດງກາຍຍະສິນ, ມິນິຄອນເສີດ, ຈັບສະຫຼາກມອບລາງວັນລວມມູນຄ່າຫຼາຍກວ່າ 30 ລ້ານກວ່າກີບ ແລະອື່ນໆ.