ໄຊສົມບູນ ປະກາດ 3 ບ້ານພັດທະນາ

ຂ່າວ: ພູເງິນ

  ໃນຕອນເຊົ້າຂອງວັນທີ 19 ມີນາ 2021 ນີ້ຢູ່ທີ່ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຈັດພິທີປະກາດ 3 ບ້ານ ເປັນບ້ານພັດທະນາຄື: ບ້ານນາຫ້ອງ, ບ້ານໂພນຮົ່ມ ແລະບ້ານວັງໄຮຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີທ່ານ ພີມພາ ນີລາວົງ ເຈົ້າເມືອງທ່າໂທມ, ເລຂາພັກບ້ານທັງ 3 ບ້ານ ເຂົ້າຮ່ວມພິທີຄັ້ງນີ້ມີຫົວໜ້າພະແນກການຂອງແຂວງ, ເຈົ້າເມືອງອ້ອມຂ້າງ,ການນຳເມືອງຫົວໜ້າຫ້ອງການ,ກ້ອນກຳລັງພ້ອມດ້ວຍພໍ່ແມ່ປະຊາຊົນທັງ 3 ບ້ານເຂົ້າຮ່ວມນຳ, ໃນພິທີທ່ານ ພີມພາ ນີລາວົງ ເຈົ້າເມືອງກໍ່ໄດ້ກ່າວຈຸດປະສົງພ້ອມທັງກ່າວເປີດພິທີໃນການປະກາດບ້ານພັດທະນາ.

 ທ່ານ ພອນຄຳ ສີສຸພັນ ເລຂາພັກ ບ້ານວັງໄຮກໍ່ໄດ້ຕາງໜ້າໃຫ້ 3 ບ້ານ ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານການສ້າງບ້ານພັດທະນາຊຶ່ງທັງ 3 ບ້ານມີພົນ ລະເມືອງ 2 ພັນແປດ ຮ້ອຍກວ່າຄົນ, ຍິງ 1 ພັນສີ່ຮ້ອຍກວ່າ ຄົນ, ມີ 487 ຫຼັງຄາເຮືອນ, ມີ 490 ຄອບຄົວ, ມີ 3 ຊົນເຜົ່າອາໄສຢູ່ຮ່ວມກັນໂດຍການຢຶດຖືອາຊີບປູກຝັງ-ລ້ຽງສັດ ແລະຄ້າຂາຍ, ມີເນື້ອທີ່ນາ 330, 68 ເຮັກຕາ, ຜົນຜະລິດເຂົ້ານາປີໄດ້ 1 ລ້ານ 1 ແສນກວ່າໂຕນ ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບເຂົ້າເປືອກ 393 ກິໂລຕໍ່ຄົນຕໍ່ປີ, ດ້ານເສດຖະກິດກໍ່ມີການຂະຫຍາຍຕົວທີ່ດີຂຶ້ນ, ດ້ານການສ້າງບ້ານພັດທະນາແມ່ນໄດ້ປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 3 ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັດທະນາ, ເມືອງທ່າໂທມແມ່ນໄກ້ຕົກລົງເອົາ 3 ບ້ານດັ່ງກ່າວເປັນບ້ານເປົ້າໝາຍສ້າງບ້ານພັດທະນານັບແຕ່ປີ 2016 ເປັນຕົ້ນມາໂດຍປະຕິບັດຕາມມາດຖານເງື່ອນໄຂຕາມ 7 ຂັ້ນຕອນ, ເປັນຕົ້ນແມ່ນວຽກງານດ້ານຂະແໜງການອື່ນໆ ຂອງບ້ານກໍ່ໄດ້ຮັບການພັດທະນາທີ່ດີຂຶ້ນຈົນສາມາດປະກາດເປັນບ້ານພັດທະນາໄດ້ໃນປີ 2021 ນີ້. 

ຈາກນັ້ນກໍ່ໄດ້ມີການມອບໃບຢັ້ງຢືນເພື່ອຮັບຮອງເອົາບ້ານນາຫ້ອງ, ບ້ານໂພນຮົ່ມ ແລະບ້ານວັງໄຮເປັນບ້ານພັດທະນາປະຈຳປີ 2021 ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ຍັງໄດ້ຮັບຟັງຄຳຄິດເຫັນໂອ້ລົມຈາກທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຊຶ່ງທ່ານກໍ່ໄດ້ສະແດງຄວາຍ້ອງຍໍຊົມເຊີຍຕໍ່ກັບການນຳເມືອງ,ບ້ານ ແລະພໍ່ແມ່ປະຊາຊົນທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງໃນຄັ້ງນີ້,ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ມີການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ປະຊາຊົນເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ປັບປຸງລະບົບການເມືອງຮາກຖານບ້ານ, ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະພາຍນອກໃຫ້ກວ້າງຂວາງ, ພ້ອມປົກປັກຮັກສາມູນເຊຶ້ອບ້ານພັດທະນາທີ່ໄດ້ປະກາດໄປແລ້ວໃຫ້ມີຄວາມຍືນຍົງຕະຫຼອດໄປຈາກນັ້ນກໍ່ໄດ້ມີການເປີດປ້າຍບ້ານພັດທະນາ ແລະລັ່ນຄ້ອງເພື່ອເປັນສີລິມຸງຄູນໃຫ້ແກ່ການເປີດບ້ານພັດທະນາໃນຄັ້ງນີ້ພ້ອມທັງທ່ຽວຊົມການວາງຂາຍສີນຄ້າທີ່ຜະລິດຈາກປະຊາຊົນ ແລະຊົມການສະແດງສີລະປະວັນນະຄະດີຈາກແຕ່ລະບ້ານຢ່າງມີບັນຍາ ກາດຄຶກຄື້ນເບີກບານມ່ວນຊື່ນນຳອີກ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ