ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກ ນວ

  ກົມການເມືອງສູນກາງພັກຕົກລົງແຕ່ງຕັ້ງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກເປັນເລຂາຄະນະບໍລິຫານງານພັກ ນວ ພ້ອມນັ້ນຍັງໄດ້ຍົກຍ້າຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກເລຂາຄະນະບໍລິຫານງານພັກ ນວ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ.

  ພິທີມອບ-ຮັບໜ້າທີ່ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ຫ້ອງວ່າການປົກຄອງລະຫວ່າງ ທ່ານ ນວ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະ ການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກພ້ອມດ້ວຍເລຂາຮອງເລຂາຄະນະບໍລິຫານງານ ນວ ແລະ ຂະແໜງການກ່ຽວຂ້ອງເຂົ້າ ຮ່ວມ.

  ໃນພິທີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກຕາງໜ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານຄຳສັ່ງ ແລະມິຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍແຕ່ງຕັ້ງເລຂາຄະນະບໍລິຫານພັກ ນວ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານການຄຸ້ມຄອງວຽກງານອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ  ແລະຄະນະເລຂາທິການສູນກາງພັກຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 2ສະໄໝທີ XI ີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກດັ່ງນັ້ນກົມການເມືອງສູນກາງພັກອອກຄຳສັ່ງຍົກຍ້າຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກຂາຄະນະບໍລິຫານງານພັກ ນວ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ.

  ນອກຈາກນີ້ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານ ນວ ຜູ້ໃໝ່ໂດຍອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານຄຸ້ມຄອງພະນັກງານອີງຕາມຂໍ້ຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະຄະນະບໍລິຫານງານສູນກາງພັກຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 2 ສະໄໝທີ XI ອີງຕາມໜັງສືສະເໜີຂອງຄະນະຈັດສູນກາງພັກກົມກາມືອງສູນກາງພັກຕົກລົງແຕ່ງຕັ້ງສະຫາຍ ອານຸພາບ ຕຸນາລົມ ເລ ຂາທິການສູນກາງພັກເປັນເລຂາຄະນະບໍລິຫານງານພັກ ນວ.