ຫໍສະພາແຫ່ງຊາດຫຼັງໃໝ່ສຳເລັດແລ້ວ

ຂ່າວ: ບຸນຕຽງ ຈັນທະວົງ

 ມາຮອດປະຈຸບັນ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ສຳເລັດແລ້ວເກືອບ 100%, ຂະນະທີ່ການກໍ່ສ້າງສະເພາະຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດທີ່ນອນຢູ່ໃນໂຄງການດັ່ງກ່າວໄດ້ສຳເລັດແລ້ວ.

ພົນຕີ ຫງວຽນ ກວ໊ກ ຢຸງ, ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໃຫ້ສໍາພາດວ່າ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໄດ້ຮັບການວາງສີລາລືກການກໍ່ສ້າງຢ່າງເປັນທາງການໃນວັນທີ 1 ພະຈິກ 2017 ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງເປັນອາຄານ 5  ຊັ້ນ,ປະກອບມີຫ້ອງປະຊຸມໃຫຍ່ເພື່ອນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມສະພາແຫ່ງຊາດ, ຫ້ອງໂຖງໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະໜາດນ້ອຍ ແລະກາງ, ຫ້ອງເຮັດວຽກຂອງບັນດາ ຄະນະປະຈຳສະພາແຫ່ງຊາດ, ບັນດາຫ້ອງກະກຽມຮອງຮັບວຽກປະຊຸມ ແລະອື່ນໆ, ຍ້ອນຜູ້ຮັບເໝົາກໍ່ສ້າງເອົາໃຈໃສ່ໃນການກໍ່ສ້າງຕະຫຼອດ 24 ຊົ່ວໂມງ ໂດຍບໍ່ມີມື້ພັກວັນເສົາ ແລະ ວັນອາທິດຈຶ່ງເຮັດໃຫ້ໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມາຮອດປະຈຸບັນໂຄງ ການໂດຍລວມແມ່ນສໍາເລັດແລ້ວເກືອບ 100%, ໃນນີ້ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດໄດ້ສຳເລັດແລ້ວ ແລະຈະໄດ້ມອບໃຫ້ສະພາແຫ່ງຊາດລາວໃນວັນທີ 20 ມີນາ 2021 ເພື່ອນຳໃຊ້ເຂົ້າໃນການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-26 ມີນາ 2021. ສ່ວນການກໍ່ສ້າງອື່ນໆສ່ວນໃຫຍ່ແມ່ນຢູ່ໃນຂັ້ນຕອນຕົບແຕ່ງໃຫ້ມີຄວາມສວຍງາມເທົ່ານັ້ນ.

ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ພົບຄວາມຫຍຸ້ງຍາກສົມຄວນໂດຍສະເພາະນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາເພາະເຮັດໃຫ້ແຮງງານທີ່ນຳເຂົ້າຈາກຫວຽດນາມຕ້ອງເສຍເວລາຈຳກັດບໍລິເວນຈົນກວ່າຄົບກໍານົດ 14 ວັນ, ນອກຈາກນີ້ຍັງເຮັດໃຫ້ການນຳເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດກໍ່ພົບຄວາມຫຍຸ້ງຍາກເຊັ່ນດຽວກັນຢ່າງໃດກໍ່ຕາມຜູ້ຮັບເໝົາກໍ່ສ້າງຈະເອົາໃຈໃສ່ກໍ່ສ້າງໃນສ່ວນທີ່ເຫລືອໃຫ້ສໍາເລັດ 100% ເພື່ອໃຫ້ທັນມອບ-ຮັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ຢ່າງເປັນທາງການພາຍໃນເດືອນມິຖຸນາ 2021.

  ສໍາລັບການກໍ່ສ້າງຫ້ອງປະຊຸມໃຫຍ່ເພື່ອນຳໃຊ້ເຂົ້າໃນການດຳເນີນກອງປະຊຸມສະພາແຫ່ງຊາດທີ່ສຳເລັດໄປແລ້ວ, ໃນວັນທີ 15 ມີນາ 2021 ທ່ານ ສົມພັນ ແພງຄໍາມີຮອງປະທານສະພາແຫ່ງຊາດໄດ້ນໍາພາພະນັກງານພາຍໃນສະພາແຫ່ງຊາດທົດລອງນໍາໃຊ້ລະບົບເຄື່ອງສຽງພາຍໃນຫ້ອງປະຊຸມດັ່ງກ່າວເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX.

  ໂຄງການກໍ່ສ້າງກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ມີມູນຄ່າ 100 ລ້ານກວ່າໂດລາສະຫະລັດ ຊຶ່ງເປັນທຶນຊ່ວຍເຫຼືອລ້າຈາກພັກ-ລັດ ແລະປະຊາຊົນຫວຽດນາມ ເພື່ອເປັນຂອງຂວັນແກ່ພັກ-ລັດ ແລະປະຊາຊົນລາວຊຶ່ງການອອກແບບແມ່ນເນັ້ນເອກະລັກວັດທະນະທຳຂອງຊາດລາວມີຄວາມສະຫງ່າງາມ ແລະທັນສະໄໝ, ແຂງ ແຮງທົນທາ ລະສາມາດໃຊ້ງານໄດ້ຫຼາຍກວ່າ 100 ປີ.