ຈະໃຊ້ເວລາ 7 ປີ ສ້າງເຂື່ອນນໍ້າຂອງເມືອງປາກອູ

  ລະຫວ່າງວັນທີ 14 ມີນາ 2021 ທີ່ສະໜາມບິນທະຫານແຂວງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກ-ເຈົ້າແຂວງຫຼວງພະບາງພ້ອມດ້ວຍຄະນະ ແລະ ການນໍາຂອງແຂວງໄດ້ຕ້ອນຮັບ ທ່ານ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ ແລະ ພັນລະຍາພ້ອມດ້ວຍຄະນະ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາ ຍົກລັດຖະມົນຕີ ແລະພະນັກງານຕິດຕາມ. ຈາກນັ້ນກໍໄດ້ເດີນທາງໄປບ້ານປາກອູເມືອງປາກອູ ແລະຂີ່ເຮືອຂຶ້ນໄປຕາມລໍານໍ້າຂອງເພື່ອສໍາຫຼວດ,ຕິດຕາມກວດກາການດໍາເນີນງານໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງຕອນເໜືອທີ່ເມືອງປາກອູ ຫຼືເຂື່ອນໄຟຟ້າຈຸດແຂວງຫຼວງພະບາງໂດຍການຕ້ອນຮັບຈາກທ່ານ ທໍາມະນູນ ສຸລະລັດ ຜູ້ຈັດການບໍລິສັດ ຊໍການຊ່າງລາວ ຈໍາກັດ ໂຄງການກໍ່ສ້າງເຂື່ອນນໍ້າຂອງ ແລະຄະນະ.

  ໂຄງການເຂື່ອນໄຟຟ້ານໍ້າຂອງຈຸດ ແຂວງຫຼວງພະບາງ ມີເປົ້າໝາຍຈະດໍາເນີນການຂາຍໄຟໃນຊ່ວງສິ້ນປີ 2027 ຊຶ່ງມີເວລາພຽງ 7 ປີຈາກນີ້, ປະຈຸບັນໄດ້ສໍາເລັດກໍ່ ສ້າງພື້ນຖານໂຄງລ່າງຕ່າງໆຄື: ໄດ້ກໍ່ສ້າງເສັ້ນທາງບໍລິການເຂົ້າ-ອອກຈາກບ້ານຫາດຍາໄປຫາຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ສໍາເລັດ 98,57% (ກວ້າງ 9.00ແມັດ, ຍາວ 11.673 ກິໂລແມັດ), ຂົວຂ້າມນໍ້າຂອງ 41,39% (ກວ້າງ 9.00 ແມັດ, ຍາວ 500 ແມັດ). ທ່າເຮືອຊົ່ວຄາວມີ 3ຈຸດຄື: ບ້ານຄົກແສງສຸລິຍາ, ມ່ວງແກ້ວ ແລະບ້ານຖິ່ນໂຮງ 100%. ລະບົບສາຍສົ່ງ 115 KV / 22 KV ແລະສະຖານີໄຟຟ້າຍ່ອຍ 64,48%. ແຫຼ່ງຫີນແຫຼ່ງຊາຍແມ່ນໍ້າຂອງ ແລະ ການພັດທະນາ ພື້ນທີ່ 98.74%, ທີ່ພັກບຸກຄະລະກອນ, ລະບົບໄຟຟ້າ-ປະປາ ແລະສິ່ງອໍານວຍຄວາມສະດວກວຽກກໍ່ສ້າງ 99.82%.

 ພາບລວມຄວາມຄືບຫນ້າທັງໝົດ 80.99% ນອກຈາກນີ້ຍັງມີວຽກປະຊາສໍາພັນເຊັ່ນ:ຈ່າຍເງິນຊົດເຊີຍໃຫ້ເຂດທີ່ໄດ້ຮັບຜົນກະທົບຂອງປະຊາຊົນແລ້ວ 69.40%, ເຮັດໜັງສືສະເໜີຂໍອະນຸມັດຂໍ້ຕົກລົງຮັບຮອງຊັບສິນ 28.76%, ຂັ້ນຕອນການເກັບກໍາຂໍ້ມູນ ແລະສັງລວມຊັບສິນ 1.83%.

  ສໍາລັບການຈັດການທີ່ພັກອາໄສຖືກຫລັກສຸຂະອານາໄມ. ການຈັດຫານໍ້າດຶ່ມ, ນໍ້າໃຊ້ທີ່ສະອາດ ແລະພຽງພໍການຈັດການຂີ້ເຫຍື້ອພາຍໃນແຄ້ມ ແລະຫ້າມລ້ຽງສັດທຸກຊະນິດ. ສໍາລັບມາດຕະການປ້ອງກັນໂຄວິດ-19 ກໍໄດ້ປະຕິບັດຕາມການແຈ້ງການຂອງລັດຖະບານລາວຢ່າງເຂັ້ມງວດ,ໄດ້ຕັ້ງຈຸດກວດກາ 8 ຈຸດ, ພ້ອມກັນນີ້ກໍ່ຍັງຕິດ ຕາມ, ເຝົ້າລະວັງໂລກລະບາດຂອງພະຍາດໂຄວິດ-19 ພາຍໃນຂອບເຂດໂຄງການທີ່ຕົນເອງຜິດຊອບລວມທັງຜູ້ຮັບເໝົາໂຄງການຕື່ມອີກ.

ໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດກໍໄດ້ໃຫ້ທິດຊີ້ນໍາໂດຍກ່າວວ່າ: ໂຄງການດັ່ງກ່າວນີ້ເປັນໂຄງການໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນເປັນໂຄງການພັດທະນາເຂດລຸ່ມນໍ້າໂດຍສະເພາະແມ່ນການຜະລິດກະແສໄຟຟ້າ ແລະພັດທະນາພື້ນຖານໂຄງລ່າງ. ພ້ອມນີ້ທ່ານກໍໄດ້ເນັ້ນໃຫ້ທາງໂຄງການຈົ່ງສືບຕໍ່ປະຕິບັດຄາດໝາຍທີ່ຄົງຄ້າງ, ຈົ່ງຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ, ຕໍ່ຊີວິດຂອງແຮງງານກໍ່ສ້າງ ແລະວິຊາການໃນການເຮັດວຽກ, ເຂັ້ມງວດຕໍ່ການປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ-19 ເຊິ່ງຈະສົ່ງຜົນກະທົບຕໍ່ໂຄງການ.

ຂ່າວ: ເພັດສາຄອນ ສິມມະວົງ