ເປີດສູນກວດສຸຂະພາບແຮງງານໂຮງໝໍມະໂຫສົດ

  ສູນກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດໂຮງໝໍມະໂຫສົດກະຊວງສາທາລະນະສຸກໄດ້ເປີດຂຶ້ນໃນວັນ 16 ມີນານີ້ທີ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. 

  ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານສູນກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດໄດ້ກ່າວວ່າ: ຈຸດປະສົງຕົ້ນຕໍແມ່ນເພື່ອສະໜອງການບໍລິການກວດສຸຂະພາບໃຫ້ຜູ້ອອກແຮງງານປະຈໍາປີໃຫ້ໄດມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບຂອງຜູ້ອອກແຮງງານສອດຄ່ອງກັບສິດທິຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະລະບຽບການກ່ຽວຂ້ອງກໍານົດໄວ້, ເພື່ອອໍານວຍຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກ; ສ້າງຖານເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດຕ່າງໆທີ່ອາດຈະເກີດຂຶ້ນຈາກການຮັດວຽກເພື່ອປ້ອງກັນ ແລະປິ່ນປົວໃຫ້ທັນເວລາ.

  ສູນແຫ່ງນີ້ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ກໍານົດໄວ້ໃນນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆຈາກການເຮັດວຽກຂອງຊາວຜູ້ອອກແຮງງານແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຈາກການນຳຂັ້ນສູງຂອງກະຊວງສາທາລະນະສຸກ ແລະກະຊວງແຮງງານ ແລະສະຫວັດດີການສັງຄົມໂດຍການຮ່ວມມືກັນກັບກົມຄຸ້ມຄອງແຮງງານ.

 ສູນແຫ່ງນີ້ແມ່ນເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ ແລະທັນສະໄໝອີກແຫ່ງໜຶ່ງຢູ່ ສປປ ລາວ ໂດຍສະເພາະກ່ຽວ ກັບດ້ານສຸຂະພາບເພາະສະນັ້ນການເຮັດໜ້າທີ່ບໍລິການກວດສຸຂະພາບປະຈໍາປີຂອງຜູ້ອອກແຮງງານກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງສໍາລັບສູນກວດສຸຂະພາບແຫ່ງນີ້ແມ່ນຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດ.

   ໃນຕ້ອນທ້າຍຂອງພິທີທ່ານ ຄຳແພງ ໄຊສົມແພງ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ແລະທ່ານ ນາງ ບົວເພຍ ພູມິນ ຮອງຫົວໜ້າກົມປິ່ນປົວກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າເພື່ອເປີດສູນກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດໂຮງໝໍມະໂຫສົດຢ່າງເປັນທາງການ.

ຂ່າວ ແລະຮູບ: ບຸນຕອມ