ຊາຊິນຈິ້ງເມືອງລອງ ສົ່ງເສີມການປູກຊາເພື່ອຮັກສາປ່າໄມ້ ແລະສີ່ງແວດລ້ອມ

  ຕາມການໃຫ້ສໍາພາດຂອງ ທ່ານ ເຕີງ ກວາງຈ້ຽນ ຫົວໜ້າບໍລິ ສັດຊາຊິນຈິ້ງເມືອງລອງຈໍາກັດໃຫ້ຮູ້ວ່າ:  ໃນເບື້ອງຕົ້ນບໍລິສັດຊາຊິນຈິ້ງໄດ້ເຂົ້າເກັບຊື້ໃບຊາທໍາມະຊາດ ນໍາປະຊາຊົນເຂດພູດອຍ ເມືອງລອງ ແຂວງຫຼວງນໍ້າທາ ໃນປີ 2011 ໂດຍໄດ້ຮັບອະນຸຍາດການລົງທຶນແລະສ້າງຕັ້ງບໍລິສັດ ຊາຊິນຈິ້ງ ຈາກລັດໃນວັນທີ 24 ກໍລະກົດ 2015, ເລກທະບຽນ 082 /ຈວທ, ທຶນຈົດທະບຽນ 1 ຕື້ກວ່າກີບ ມີສໍານັກງານຕັ້ງຢູ່ບ້ານຈ່າໃໝ່ ເມືອງລອງ ແຂວງຫຼວງນໍ້າທາໃນ ເບື້ອງຕົ້ນໄດ້ເກັບຊື້ໃບຊາທໍາມະ ຊາດເຂດບ້ານພູດອຍຫ່າງໄກສອກຫຼີກເຊັ່ນບ້ານຈ່າໃໝ່,ບ້ານສາມເມືອງບ້ານຫ້ວຍຖຸໃໝ່ ແລະບ້ານນໍ້າຮີ ມີເນື້ອທີ່ 100 ກວ່າເຮັກຕາ ເພື່ອເກັບຊື້ຈໍາໜ່າຍຂາຍຢູ່ພາຍ ໃນ ແລະສົ່ງອອກ ສປ ຈີນ ປີລະ ໂຕນກວ່າ.

  ພາຍຫຼັງໄດ້ຮັບກະແສນິຍົມ ແລະຄວາມຕ້ອງການຂອງລູກຄ້າຫຼາຍຂຶ້ນຍ້ອນເນື້ອທີ່ຊາທໍາມະຊາດມີໜ້ອຍ ແລະສ້າງລາຍຮັບໃຫ້ປະຊາຊົນໄດ້ໜ້ອຍທາງບໍລິສັດຈຶ່ງໄດ້ ສົມທົບກັບພາກລັດຊຸກຍູ້ສົ່ງເສີມປະຊາຊົນເຂດພູດອຍຫ່າງໄກສອກຫຼີກຫັນມາປູກຊາໃສ່ຕາມເນື້ອທີ່ໄຮ່ປ່າເຫຼົ່າເພື່ອເປັນການຫຼຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນ ລອຍໃຫ້ມີອາຊີບຄົງທີ່, ສ້າງໃຫ້ປະຊາຊົນມີລາຍຮັບຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນທັງເປັນການປົກປັກຮັກສາສິ່ງແວດລ້ອມກໍ່ຄືປ່າໄມ້ທໍາມະຊາດໃຫ້ຢືນຍົງຕະ ຫຼອດໄປ.

 ເມືອງລອງຍັງເປັນເມືອງໜຶ່ງທີ່ຍັງທຸກຍາກຂອງແຂວງຫຼວງນໍ້າທາ ປີ 2011 ບໍລິສັດຊາໄດ້ເຂົ້າມາສຶກສາຄວາມເປັນໄປໄດ້ໃນການປູກຊາຢູ່ເມືອງລອງ ແຂວງຫຼວງນໍ້າທາ, ໃນການສົ່ງເສີມປະຊາຊົນປູກຊາຕິດພັນກັບການອະນຸລັກທໍາມະຊາດທີ່ມີຢູ່ໃນບັນດາບ້ານທີ່ມີເງື່ອນໄຂປູກຊາໄດ້ເປັນຕົ້ນແມ່ນບ້ານຈ່າໃໝ່, ບ້ານຊຽງກົກ ແລະບ້ານຈຸ່ມກາງ, ຊຶ່ງທາງເມືອງກໍ່ໄດ້ປຸກລະດົມປະຊາຊົນທີ່ຢູ່ໃນພື້ນທີ່ດັ່ງກ່າວໃຫ້ເຂົ້າຮ່ວມຂະບວນການປູກຊາ ແລະອະນຸລັກທໍາມະຊາດສະພາບແວດລ້ອມ, ເຮັດໃຫ້ປະຊາຊົນເຂົ້າໃຈກ່ຽວກັບການປູກຊາສາມາດສ້າງລາຍໄດ້ທີ່ດີແລະເປັນລາຍໄດ້ທີ່ຍາວນານທີ່ຕິດພັນກັບການອະນຸລັກທໍາມະຊາດໂດຍໄດ້ເອົາເນື້ອທີ່ໄຮ່ຂອງປະຊາຊົນເຮັດໄຮ່ແຕ່ລະປີຫັນມາປູກຊາທໍາມະຊາດໃສ່ ແລະຕົ້ນຊາທີ່ມີຢູ່ຕາມທໍາມະຊາດແມ່ນຈະໄດ້ເອົາໃຈໃສ່ປົກປັກຮັກສາ, ບໍ່ໃຫ້ຖາງປ່າເຮັດໄຮ່ຄືນຕື່ມອີກ, ປະຈຸບັນມີເນື້ອທີ່ປູກຊາຂອງບໍລິສັດໄດ້ສົ່ງເສີມປະຊາຊົນປູກ 1.200 ກວ່າເຮັກຕາ,ເນື້ອທີ່ຊາເກີດຈາກທໍາມະຊາດທີ່ໄດ້ອະນຸລັກໄວ້ມີປະມານ 200 ກວ່າເຮັກຕາສ່ວນລາຄາເກັບຊື້ຂອງບໍລິສັດແມ່ນ 1 ກິ ໂລ 10 ພັນກີບ ແລະຕໍ່ມາທາງບໍລິສັດໄດ້ເກັບຊື້ໃນລາຄາ 14-15 ພັນກີບ,ຫາກກໍລະນີປະຊາຊົນຄອບຄົວໃດແລະບຸກຄົນໃດຫາກເອົາໃຈໃສ່ປູກ, ບົວລະບັດຮັກສາ ແລະເກັບມ້ຽນທີ່ດີທາງບໍລິສັດກໍຈະມີລາງວັນໃຫ້ໃນແຕ່ລະປີ ແລະທ່ານຍັງໄດ້ຮຽກຮ້ອງມາຍັງປະຊາຊົນ ແລະອົງການຈັດຕັ້ງບ້ານຈົ່ງສືບຕໍ່ປູກ ແລະຮັກສາຕົ້ນຊາທໍາມະຊາດທີ່ມີຢູ່ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວແລະທັງເປັນການຮັກສາສະພາບແວດລ້ອມຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກເພື່ອແກ້ໄຂຄວາມທຸກຍາກຂອງປະ ຊາຊົນໄປເທື່ອລະກ້າວ.

 ທ່ານ ເຕີງ ກວາງຈ້ຽນ ກ່າວຕື່ມວ່າ: ຕົກມາໃນປີ 2012-2020 ບໍລິສັດໄດ້ນໍາເອົາແນວພັນແກ່ນຕົ້ນຊາທໍາມະຊາດຢູ່ບ້ານສິບອິເກົ່າ, ບ້ານປ່າຫວາຍເມືອງສິງ, ບ້ານສາມເມືອງ,ບ້ານຈ່າໃໝ່,ບ້ານນໍ້າຮີ, ບ້ານປ່າໝາກກ້ວຍ ເມືອງລອງ ແລະບ້ານທົ່ງລາດ ເມືອງວຽງພູ ຄານໍາມາກ້າຈໍານວນ 70 ໂຕນ, 1 ລ້ານກວ່າເບ້ຍ ມູນຄ່າ 700 ກວ່າລ້ານກີບ, ໄປສົ່ງເສີມປະຊາຊົນປູກເຂດທີ 1 ເມືອງລອງ ໃນ 10 ກຸ່ມ ບ້ານເປົ້າໝາຍມີເນື້ອທີ່ 950 ເຮັກຕາ ຄື: ກຸ່ມຜາງົວ, ກຸ່ມຈ່າໃໝ່, ກຸ່ມເມືອງສະ,ກຸ່ມຈອມໝອກ, ກຸ່ມຊຽງກົກ, ກຸ່ມຈະເລີນໄຊ, ກຸ່ມຈອມແຈ້ງ, ກຸ່ມສີວິໄລ, ກຸ່ມບ້ານທາດ ແລະກຸ່ມ ຈົງກາ ລວມມີທັງໝົດບ້ານ 17 ບ້ານ, ເຂດທີ 2 ຢູ່ເມືອງສິງມີຈໍານວນ 9 ບ້ານ, ເມືອງວຽງພູຄາ3 ບ້ານ ບໍລິສັດໄດ້ຂະຫຍາຍໃຫ້ປະຊາຊົນປູກຊາຢູ່ ແຂວງຫຼວງນໍ້າທາ ມາເຖິງປະຈຸບັນລວມມີເນື້ອທີ່ທັງໝົດ 1.200 ກວ່າເຮັກຕາ.

  ຈາກນັ້ນທາງບໍລິສັດໄດ້ຈັດຝຶກອົບຮົມໃຫ້ພໍ່ແມ່ປະຊາຊົນກ່ຽວກັບວິທີກ້າເບ້ຍຊາ, ວິທີປູກ, ວິທີບົວລະບັດຮັກສາ ແລະວິທີການປຸງແຕ່ງ, ປີ2015 ໄດ້ສ້າງຕັ້ງໂຮງງານຢູ່ບ້ານຈ່າໃໝ່ ເມືອງລອງ ແລະປີ 2018 ສ້າງຕັ້ງໂຮງງານບ້ານປ່າຫວາຍ ເມືອງສິງ, ສ້າງຕັ້ງບ່ອນເກັບຊື້ໃບຊາຢູ່ບ້ານນໍ້າຮີ ແລະບ້ານປ່າໝາກກ້ວຍ ແລະປີ 2020 ໄດ້ກໍ່ສ້າງສາງເກັບມ້ຽນໃບຊາຢູ່ບ້ານນໍ້າດ້າຍ ເມືອງສິງ ເພື່ອຮອງຮັບໃຫ້ແກ່ການຜະລິດຊາເພື່ອຈໍາໜ່າຍຢູ່ພາຍໃນປະເທດລາວ ແລະສົ່ງອອກ ສປ ຈີນ.

  ຈາກນັ້ນທາງບໍລິສັດກໍ່ໄດ້ປ່ຽນຊື່ບໍລິສັດຊາຊິນຈິ້ງ ເມືອງລອງ ຈໍາກັດ ມາເປັນບໍລິສັດໃບຊາຫອມຊາຫວານ ແຂວງຫຼວງນໍ້າທາລາວ ໃນປີ 2020 ເປັນຕົ້ນມາ.

ພາຍຫຼັງທີ່ໄດ້ປູກຕົ້ນຊາມາເປັນເວລາ 3 ປີປີທີ 4 ໄດ້ເກັບກູ້ໃບຊານັບແຕ່ປີ 2015 ເປັນຕົ້ນມາໄດ້ເກັບຊື້ໃບຊານໍາປະຊາຊົນລາຄາເກັບຊື້ມີ 2 ປະເພດ: ຊາທໍາມະຊາດລາຄາເກັບຊື້ບວກກັບລາງວັນລວມ 25 ພັນກີບຕໍ່ 1 ກິໂລຊາດິບ,ຊາປູກລາຄາ 10 ພັນກີບຕໍ່ 1 ກິໂລ,ສະເລ່ຍປີໜຶ່ງເກັບຊື້ຊານໍາປະຊາຊົນໄດ້ທັງໝົດ 90 ໂຕນຊາດິບ, ຜະລິດເປັນຊາແຫ້ງໄດ້ 18 ໂຕນ, ສາມາດສ້າງຮັບໃຫ້ແກ່ປະຊາຊົນໄດ້ທັງໝົດ 2 ຕື້ກວ່າກີບ ສະເລ່ຍຄອບຄົວທີ່ຂາຍໃບຊາໄດ້ຢ່າງຕໍ່າ 10 ລ້ານກີບ ຕໍ່ຄອບຄົວຕໍ່ປີ ແລະຄອບ ຄົວທີ່ມີລາຍຮັບສູງສຸດ 110 ລ້ານກີບຕໍ່ຄອບຄົວຕໍ່ປີ.

  ທ່ານ ອາພາ ປະຊາຊົນບ້ານ ຫ້ວຍຖຸໃໝ່ ໄດ້ສະແດງຄວາມຮູ້ສຶກຂອງຕົນອອກມາວ່າ:າຍຫຼັງທີ່ມີບໍລິສັດປູກຊາທໍາມະຊາດເຂົ້າມາລົງທຶນໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ, ມີລາຍຮັບ, ມີເງິນ, ມີຄໍາ, ມີເຮືອນງາມ, ມີ ລົດຈັກ, ລົດໃຫຍ່ ແລະອື່ນໆ.

  ທ່ານ ແປ່ງໂຢະ ສົມວັນໄຊ ວິຊາການເຕັກນິກດ້ານການປູກຊາຂອງບໍລິສັດ ຊາຊິນຈິ້ງ ກໍ່ຄືບໍລິສັດໃບຊາ ຫອມຊາຫວານ ແຂວງຫຼວງນໍ້າທາລາວໄດ້ໃຫ້ຮູ້ວ່າ: ໄລຍະເກັບໃບຊາມີ 2 ໄລຍະເປັນເວລາ 7 ເດືອນ ຕໍ່ປີ, ໄລຍະພັກ 5 ເດືອນ, ສໍາລັບເຕັກນີກດ້ານການປູກຊາທີ່ ຖືກຕ້ອງຕາມຫຼັກວິຊາການຕົ້ນຊາຕ້ອງມີໄລຍະຫ່າງແຖວຕໍແຖວ 3x3 ແມັ , ການບົວລະບັດຮັກສາຕົ້ນຊາຖາງຫຍ້າປີລະ 2 ຫາ 3 ຄັ້ງ, ນັບແຕ່ປີປູກຮອດ 4 ປີ ບໍລິສັດ ເກັບຊື້ມີລາຄາຄໍ້າປະກັນ ແລະຍັງມີເງິນໂບນັດພ້ອມໃບສັນຍາເກັບຊື້ລະຫວ່າງບໍລິສັດກັບປະຊາຊົນ ແລະທ່ານຍັງກ່າວຕື່ມວ່າ: ການປູກຊາຢູ່ໃນສວນຊາບໍ່ໃຫ້ໃຊ້ປະເພດປຸ໋ຍ,ຢາຕ່າງໆຢ່າງເດັດຂາດ,ບໍ່ໃຫ້ຕັດໄມ້ຕົ້ນໃຫຍ່ໃນປ່າເດັດຂາດເພາະວ່າຊາທີ່ເຮົາປູກມັນຕິດພັນກັບທໍາມະຊາດສີ່ງແວດລ້ອມ, ຊາຈຶ່ງມີຄຸນນະພາບສູງ ແລະທັງເປັນການຮັກສາປ່າໄມ້.

  ນອກນີ້ທາງບໍລິສັດໄດ້ເອົາໃຈໃສ່ປົກປັກຮັກສາຂອບເຂດສວນຊາ ແລະປ່າທໍາມະຊາດຂອບເຂດສາມເມືອງເປັນຕົ້ນແມ່ນສະກັດກັ້ນອັກຄີໄພໄຟໄໝ້ລາມປ່າ ໃນປີ 2020 ໄດ້ລະດົມແຮງງານໄປສະກັດກັ້ນ ທັງໝົດ 421 ແຮງງານ, ໄດ້ນໍາໃຊ້ ເຄື່ອງຈັກ, ລົດຈົກ, ລົດຕັກ ຈໍາ ນວນ 2 ຄັນ ປັບຄອງເພື່ອກັນໄຟ ໄໝ້ລາມໃສ່ສວນຊາ ແລະປ່າໄມ້ທໍາ ມະຊາດມີຄວາມຍາວ ທັງໝົດ 16 ກວ່າກິໂລແມັດສາມາດຮັກສາເນື້ອ ທີ່ສວນຊາ ແລະປ່າທໍາມະຊາດໄວ້ ໄດ້ 2.000 ກວ່າເຮັກຕາ, ຜ່ານໄລ ຍະຂອງການສ້າງຕັ້ງບໍລິສັດຈົນ ເຖິງປະຈຸບັນທາງບໍລິສັດໄດ້ປະ ກອບສ່ວນໃຫ້ລັດເປັນຕົ້ນແມ່ນເສຍ ພາສີອາກອນຕາມລະບຽບກົດ ໝາຍ ແລະຊ່ວຍເຫຼືອສັງຄົມກໍ່ຄືອົງ ການຈັດຕັ້ງພາກລັດ, ໄດ້ສ້ອມແປງ ຂົວຂ້າມນໍ້າຮີ ແລະແປງທາງລົດ ເຂົ້າຫາເຂດທໍາການຜະລິດຂອງ ປະຊາຊົນບ້ານນໍ້າຮີມີຄວາມຍາວ 29 ກິໂລແມັດ ມູນຄ່າ290 ລ້ານ ກີບ, ກໍ່ສ້າງ ແລະສ້ອມແປງທາງລົດ ເຂົ້າຫາເຂດທໍາການຜະລິດຂອງ ປະຊາຊົນບ້ານສາມເມືອງຄວາມ ຍາວ 11,8 ກິໂລແມັດ ມູນຄ່າ 236 ລ້ານກີບ, ສ້ອມແປງທາງລົດ ບ້ານຕາຊຸມ ຄວາມຍາວ 13 ກິໂລແມັດ, ມູນຄ່າ 65 ລ້ານກີບ, ແປງທາງ ລົດເຂົ້າຫາເຂດທໍາການຜະລິດ ຂອງປະຊາຊົນບ້ານຈ່າຄໍາຕັນ ມີ ຄວາມ 7 ກິໂລແມັດ ມູນຄ່າ 140 ລ້ານກີບ, ສ້ອມແປງທາງລົດເຂົ້າຫາບ້ານສົບອິເກົ່າ ເມືອງສິງ ມີຄວາມຍາວ 16 ກິໂລແມັດ ມູນຄ່າ 80 ລ້ານກີບ, ກໍ່ສ້າງທາງລົດເຂົ້າຫາເຂດທໍາການຜະລິດຂອງປະຊາ ຊົນບ້ານປ່າຫວາຍ ເມືອງສິງ ມີຄວາມຍາວ 4,8 ກິໂລແມັດ ມູນຄ່າ 120 ລ້ານກີບ, ຊ່ວຍເຫຼືອເຂົ້າສານໃຫ້ບ້ານນໍ້າຮີ ແລະບ້ານປ່າໝາກກ້ວຍຈໍານວນ 13 ໂຕນມູນຄ່າ 78 ລ້ານກີບມອບເຄື່ອງນຸ່ງຫົ່ມໃຫ້ປະຊາຊົນເຂດເປົ້າໝາຍ 8 ບ້ານ ຈໍານວນ 420 ຜືນ ມູນຄ່າ 94 ລ້ານ 5 ແສນກີບຫ້ອງການບ້ານຈ່າໃໝ່ປະກອບໂຕະ-ຕັ່ງ, ກະຕິກນໍ້າຮ້ອນ, ຈອກ ມູນຄ່າ430 ລ້ານກີບ, ພ້ອມທັງປະກອບສ່ວນອຸປະຖໍາກອງປະຊຸມໃຫ່ຍ ແລະວັນສໍາຄັນຕ່າງໆ ຂອງຊາດຂອງພັກໃນແຕ່ລະປີຕື່ມອີກ, ປັບເດີ່ນບານເຕະໃຫ້ບ້ານຫ້ວຍ ຖຸ, ບ້ານສາມເມືືອງ ມູນຄ່າ 48 ລ້ານກີບ, ໃຫ້ທຶນການສຶກສາຈໍານວນ 10 ທຶນ, ຊ່ວຍອຸປະກອນການຮຽນໃຫ້ໂຮງຮຽນເຂດພູດອຍບ້ານ ເປົ້າໝາຍປຶ້ມຂຽນຈໍານວນ 20. 000 ຫົວ ມູນຄ່າ 26 ລ້ານກີບ, ຈາກຜົນງານດັ່ງກ່າວທາງບໍລິສັດໄດ້ຮັບການຍ້ອງຍໍ, ໃບຊົມເຊີຍ ແລະ ໃບກຽດຕິຄຸນຈາກອໍານາດ ການປົກຄອງບ້ານ ແລະອົງການ ຈັດຕັ້ງລັດລວມທັງໝົດ 25 ໃບ ແລະແຜນການໃນຕໍ່ໜ້າທາງບໍລິສັດໃບຊາຫອມຊາຫວານ ແຂວງຫຼວງນໍ້າທາລາວຈະໄດ້ສືບຕໍ່ສົ່ງເສີມປະຊາຊົນປູກຊາທໍາມະຊາດໃຫ້ຫຼາຍຂຶ້ນພ້ອມທັງເອົາໃຈໃສ່ບົວລະບັດຕົ້ນຊາທີ່ມີແລ້ວ ແລະ ຮັກສາຕົ້ນຊາທີ່ປູກໃໝ່ໃຫ້ດີຄຽງຄູ່ກັບການປົກປັກຮັກສາປ່າໄມ້, ທໍາມະຊາດ ແລະສີ່ງແວດລ້ອມໃຫ້ຍືນຍົງຕະຫຼອດໄປ.

 ໂດຍ: ສົມພອນ ຂຸນດາວົງ