ເມືອງໄຊຍະບູລີສະຫຼຸບແຜນງົບປະມານແຫ່ງລັດ

ຂ່າວ: ສົມພົງ ສີສະຫັວດ

  ວັນທີ 9 ມີນາ 2021 ນີ້ຫ້ອງການການເງິນເມືອງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ແລະ ແນະນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ຂຶ້ນ,ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ວືຊົງ ເຊຍລີ ຫົວໜ້າຫ້ອງການໆ ເງິນເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນ ທີແກ້ວ ເລຂາພັກເມືອງເຈົ້າເມືອງໄຊຍະບູລີ, ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ, ມີກຳມະການພັກເມືອງຫົວໜ້າຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານຜູ້ເຮັດວຽກການເງິນພາຍໃນຫ້ອງການອ້ອມເມືອງເຂົ້າຮ່ວມ.

  ທ່ານ ວືຊົງ ເຊຍລີ ຫົວໜ້າຫ້ອງການໆເງິນເມືອງໄຊຍະບູລີໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ແລະທິດທາງແຜນງົບປະມານແຫ່ງລັດປະຈຳປີ 2021, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານປະຕູດຽວປີ 20 20 ແລະທິດທາງແຜນການປີ 20 21, ຊຶ່ງການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະ 1 ປີຜ່ານມາໂດຍລວມເຫັນວ່າພົບຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໄພທຳມະຊາດ, ພະຍາດລະບາດໂດຍສະເພາະພະຍາດໂຄວິດ-19 ເຮັດໃຫ້ເສດຖະກິດທົດຖອຍລົງຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານມີຄວາມຊັກຊ້າເປັນບາງໄລຍະແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ສິດຕິດແທດຂອງສາຍຕັ້ງພະແນກການເງິນແຂວງ, ອົງການປົກຄອງເມືອງຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານປະຈຳປີ 2020ມີຜົນສຳເລັດ ແລະບັນລຸຕາມຄາດໝາຍທີ່ກຳນົດໄວ້ສະແດງອອກຄື:ລາຍຮັບພາຍໃນເມືອງປະຕິບັດໄດ້ທັງໝົດ 5.212ລ້ານກີບເທົ່າກັບ120,66%, ຂອງແຜນການປີ, ລື່ນແຜນ 20,66% ເທົ່າກັບ 892 ລ້ານກີບໃນນີ້ຮັບຈາກສ່ວຍສາອາກອນ 4.512 ລ້ານກີບ ເທົ່າກັບ 118,75% ຂອງແຜນການປີ,ລື່ນແຜນ 18,75% ເປັນເງິນ 712 ລ້ານກີບ,ການຄຸ້ມຄອງລາຍຈ່າຍ 2.934 ລ້ານກີບ ເທົ່າກັບ 97.91% ຂອງແຜນການປີ,ສ່ວນການຈັດຕັ້ງປະຕິບັດວຽກງານຜ່ານປະຕູດຽວລວມ 8 ຫ້ອງການປີ 2020 ສາມາດຈັດເກັບໄດ້ທັງໝົດ 1.174 ລ້ານກີບ ເທົ່າກັບ117,78%.

  ຈາກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດແນະນໍາດ້ານວິຊາການ ແລະຜ່ານແຜນລາຍຮັບລາຍຮັບລາຍຈ່າຍງົບປະມານແຫ່ງລັດປີ2021. ພ້ອມນີ້ກໍ່ໄດ້ມີການມອບໃບຍ້ອງ ຍໍໃຫ້ບຸກຄົນ, ກົມກອງ, ບ້ານທີ່ມີຜົນງານດີເດັ່ນປະຈຳປີ 2020, ຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງຄຳໂອ້ລົມຈາກ ທ່ານ ບຸນແທນ ທີແກ້ວ ເລຂາພັກເມືອງເຈົ້າເມືອງໄຊຍະບູລີຕື່ມອີກ.