ຂ່າວ: ພຸດທະສອນ ເວດສະວົງ

  ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມດ້ວຍຄະນະລົງຊຸກຍູ້ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ສາມແຍກຂົວນໍ້າຍອນາບ້ານນາໄຊສະ ຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.

ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນເສັ້ນທາງຫຼວງແຫ່ງຊາດ 5B ແຕ່ສາມແຍກຂົວນໍ້າຍອນຫາບ້ານນາໄຊສະຫວ່າງ (ເຂດແດນແຂວງວຽງຈັນ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 12 ມີ ນານີ້ມີທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າ ພະແນກແຜນການ ແລະການລົງທຶນ ແຂວງ ແລະທ່ານ ໄຊສົມພັນ ລີເຕັ່ງ ເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງໄຊສົມບູນພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໂອກາດນີ້ທ່ານ ຄຳຫຼ້າ ວົງລໍຄຳ ຮອງຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງນໍ້າຫົວໜ້າໂຄງການໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະຄວາມຄືບໜ້າຂອງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງຫຼວງແຫ່ງ ຊາດ 5B ແຕ່ສາມແຍກຂົວນໍ້າຍອນ ຫາບ້ານນາໄຊສະຫວ່າງ (ເຂດແດນ ແຂວງວຽງຈັນເມືອງລ້ອງແຈ້ງ ແຂວງໄຊສົມບູນ ມີຄວາມຍາວທັງໝົດ 66,18 ກິໂລແມັດ, ຄວາມກວ້າງ 7 ແມັດ, ໜ້າທາງປູດ້ວຍຢາງສອງຊັ້ນ ຊຶ່ງເປັນງົບປະມານລົງທຶນຂອງລັດ 100% ໂດຍແມ່ນບໍລິສັດລາວ-ເອອີຊີ ຄອນຊາວຕິງ ຈຳກັດເປັນບໍລິສັດທີ່ປຶກສາຊຶ່ງປະກອບ ມີ 4 ບໍລິສັດ ແລະ5 ສັນຍາ ຮັບເໝົາກໍ່ສ້າງຄື: ສັນຍາ 1 ຄວາມຍາວ 14,125   ກິໂລແມັດ ແລະສັນຍາ 2 ຄວາມຍາວ 8,375 ກິໂລແມັດ ແມ່ນບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ,ສັນຍາ 3 ແມ່ນບໍລິສັດ ບຸຜາພັດ ທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະສຳຫຼວດ-ອອກແບບຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງມີຄວາມຍາວ16,500 ກິໂລແມັດ,ສັນຍາ 4 ແມ່ນບໍລິສັດ ທະວີໄຊ ກໍ່ສ້າງຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງມີຄວາມຍາວ 14 ກິໂລແມັດສັນຍາ 5 ແມ່ນບໍລິສັດ ເອທີໂອໂຕ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງຄວາມຍາວ 13,175  ກິໂລແມັດ ລວມມູນຄ່າໃນການກໍ່ສ້າງທັງໝົດ 392,9 ຕື້ກີບ ໃນນີ້ໄດ້ສັນຍາກໍ່ສ້າງແຕ່ວັນທີ 21 ພຶດສະພາ 2020 ຫາ ວັນທີ 21 ພຶດສະພາ 2023 (ລວມເປັນເວລາ 3 ປີ), ລາຍການວຽກທີ່ຈັດຕັ້ງປະຕິບັດໄດ້ ແລະຄວາມຄືບໜ້າໂດຍລວມແລ້ວທັງ 5 ສັນຍາແມ່ນໄດ້ສຳເລັດການສຳຫຼວດເກັບກຳຂໍ້ມູນ, ກຳລັງອອກແບບກໍ່ສ້າງສຳເລັດປະມານ 90% ພ້ອມນີ້ຍັງໄດ້ບຸກເບີກດຸດລອກໜ້າດິນທຳມະຊາດຕັດຕົ້ນໄມ້ທີ່ມີເສັ້ນທາງຜ່າສູນກາງຂຸດດິນທຳມະຊາດລວມທັງຂົນໄປເກັບໄວ້ ແລະວຽກດິນຕັດມາຮອດປະຈຸບັນສາມາດປະບັດໄດ້ທັງໝົດ 4,62%, ຫຼຸດຄາດໝາຍ 10,97% ເນື່ອງຈາກວ່າໄລຍະຜ່ານມາເປັນລະດູຝົນຈຶ່ງບໍ່ສາມາດກໍ່ສ້າງໄດ້ພ້ອມນີ້ຍັງໄດ້ຮັບຟັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການຕື່ມອີກ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ