ເປີດໂຄງການໃໝ່ວຽກຕ້ານເອດ ແລະພຕພ ຢູ່ລາວ

  ໂດຍການປະສານງານ ແລະຮ່ວມມືຂອງສະຫະລັດອາເມລິກາ ແລັດຖະບານແຫ່ງ ສປປ ລາວ ໃນວຽກງານຕອບໂຕ້ເຮສໄອວີແລະພະຍາດເອດ, ອົງການພັດທະນາສາກົນຂອງປະເທດສະຫະລັດເອເມລິກາ (USAID) ໄດ້ເປີດຕົວໂຄງການໃໝ່ລວມໄລຍະເວລາ 3 ປີ ໃນໂຄງການຄວບຄຸມການລະບາດຂອງພະຍາດ ແລະ ເຊື່ອມ ສານວຽກງານຕ້ານເອດໃນກຸ່ມປະຊາກອນສ່ຽງ (EpiC) ໃນຄັ້ງວັນທີ 12 ມີນາ 2021 ທີ່ນະຄອນຫຼວງວຽງຈັນ.

  ໂດຍທ່ານ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ປີເຕີເອັມ ເຮ່ມ໋ອນ,ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ  ເປັນກຽດເຂົ້າຮ່ວມໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ສໍາລັບໂຄງການໃນຄັ້ງນີ້, ຊຶ່ງລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ໂດຍທ່ານ ດຣ. ພູທອນ ສຸດທະລັກ, ຫົວໜ້າສູນຕ້ານເອດ ແລະ ພຕພ ແລະທ່ານ ນາງ ໄພວຽງ ພິລາກອນ, ຫົວໜ້າອົງການ FHI 360 ຊຶ່ງມີຜູ້ແທນເຂົ້າຮ່ວມພິທີຈາກລັດຖະບານຂອງປະ ເທດລາວ ແລະຄູ່ຮ່ວມງານຫຼາຍກວ່າ 50 ທ່ານ.

  ທ່ານ ເຮ່ມ໋ອນ ກ່າວວ່າ: ໃນປີນີ້, ພວກເຮົາກໍາລັງສະຫຼອງຄົບຮອບ 5 ປີ ຂອງສະຫະລັດເອເມລິກາ-ລາວ ສໍາລັບການຮ່ວມມືຮອບດ້ານ ແລະໂດຍສະເພາະວຽກງານສາທາລະນະສຸກກໍ່ເປັນສ່ວນໜຶ່ງໃນວຽກງາງການຮ່ວມມືໃນປະເທດລາວສະຫະລັດອາເມລິກາມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມງານກັບ ສປປ ລາວ ໃນການເພີ່ມທະວີວຽກງານສາທາລະນະສຸກ ແລະຄວາມສະຫວັດດີພາບຂອງປະຊາຊົນລາວ ແລະສະໜັບສະໜູນເພື່ອບັນລຸເປົ້າໝາຍທົ່ວໂລກໃນການຢຸດຕິການແຜ່ລະບາດຂອງເຮສໄອວີ-ເອດ, ສະຫະລັດເອເມລິກາໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຊ່ວຍເຫຼືອ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະມີສຸຂະພາບທີ່ດີໃນຊຸມປີຕໍ່ໜ້ານີ້.

  ໂຄງການໄດ້ຮັບການສະໜັບສະໜູນທຶນລັດຖະບານປະເທດສະຫະລັດອາເມລິກາຜ່ານໂຄງການ PEPFAR ໃນ ສປປ ລາວ ໂຄງການ EpiC/USAID ຈະໃຫ້ການສະໜັບສະໜູນແກ່ສູນຕ້ານເອດ ແລະ ພຕພ ແລະ ກະຊວງສາທາລະນະສຸກເພື່ອຫຼຸດຜ່ອນອັດຕາການຕິດເຊື້ອໃນກຸ່ມສ່ຽງໃນນະຄອນຫຼວງວຽງຈັນແຂວງສະຫວັນນະເຂດ ແລະແຂວງຈໍາປາສັກ, ໂຄງການຈະສຸມໃສ່ເພື່ອຂະຫຍາຍການປ້ອງກັນເຮສໄອວີ, ກວດກັ່ນຕອງ ແລະຊອກຄົ້ນກໍລະນີ, ເຊື່ອມຕໍ່ເຂົ້າຮັບການປິ່ນປົວ ແລະສ້າງຄວາມຍືນຍົງໃຫ້ຍາວນານສໍາລັບການກັບມາຮັບບໍລິການຢ່າງຕໍ່ເນື່ອງເພື່ອຄວບຄຸມການແຜ່ລະບາດ, ໃນຊຸມປີ 2003 ເປັນຕົ້ນມາແຜນງານໂຄງການ PEPFAR, ປະ ເທດສະຫະລັດອາເມລິກາໄດ້ລົງທຶນຫຼາຍກ່ວາ 85 ຕື້ໂດລາສະຫະລັດ ເພື່ອຕອບໂຕ້ກັບເຮສໄອວີ/ເອດໃນທົ່ວໂລກໂດຍຜ່ານແຜນງານຂອງ PEPFAR ແລະ ກອງທຶນໂລກເພື່ອຕ້ອບໂຕ້ພະຍາດເອດ, ວັນນະໂລກ ແລະມາລາເລຍ.

  ສະຫະລັດອາເມລິກາ ແລະ ສປປ ລາວ ສະຫຼອງວັນຄົບຮອບ 5 ປີໃນການສໍາລັບການພົວພັນຮ່ວມມືແບບໃນສົກປີ 2021 ສະຫະລັດອາເມລິກາເປັນຄູ່ຮ່ວມງານຢ່າງໃກ້ສິດກັບ ສປປ ລາວ ເພື່ອແກ້ໄຂຫຼາກຫຼາຍບັນຫາທີ່ເກີດຂຶ້ນລວມທັງເລື່ອງສຸຂະພາບ, ໂພຊະນາການ, ສຶກສາ, ການຂະຫຍາຍຕົວທາງດ້ານເສດຖະກິດ, ກົດໝາຍ   ແລະການຕໍ່ຕ້ານອາດຊະຍາກໍາຂ້າມຊາດ.

ຂ່າວສົມພອນ ຂຸນດາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ