ປະຊາຊົນມີລາຍຮັບຈາກການປູກກ້ວຍ ແລະປູກພືດລົ້ມລຸກເປັນສິນຄ້າ

  ບ້ານເມືອງຮັງ ແລະບ້ານວຽງຮັງ ທັງສອງບ້ານນີ້ແມ່ນເປັນບ້ານທີ່ຕິດລຽບກັບແມ່ນໍ້າມ້າເມືອງສົບເບົາ ແຂວງຫົວພັນ ຊຶ່ງເປັນທ່າແຮງ ແລະມີເງຶ່ອນໄຂເໝາະສົມຫຼາຍຢ່າງໃຫ້ປະຊາຊົນພາຍໃນບ້ານທຳການກະສິກຳເປັນສິນຄ້າເຮັດໃຫ້ຄອບຄົວມີການພັດທະນາຊີວິດການເປັນຢູ່ດີຂຶ້ນກວ່າແຕ່ເກົ່າຫຼາຍ, ເພາະວ່າແຕ່ກ່ອນປະຊາຊົນສ່ວນຫຼາຍແມ່ນອາໄສແຕ່ເຮັດໄຮ່ເຮັດນາປູກເຂົ້າ ແລະ ເກັບເຄື່ອງປ່າຂອງດົງພໍກຸ້ມກິນໄປແຕ່ລະມື້ແຕ່ລະວັນເມື່ອເປັນແນວນັ້ນມາຮອດປະຈຸບັນນີ້ພັກ-ລັດຖະບານໄດ້ມີນະໂຍບາຍໃຫ້ປະຊາຊົນຜູ້ທີ່ຢາກສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວເວົ້າລວມເວົ້າສະເພາະແມ່ນອຳນາດການປົກຄອງບ້ານທີ່ເປັນເສນາທິການໃຫ້ອຳນາດການປົກຄອງເມືອງ ແລະຂັ້ນເທິງແມ່ນມີຄວາມເອົາໃຈໃສ່ຊຸກຍູ້ໃຫ້ປະຊາຊົນຫັນມາເຮັດການຜະລິດເປັນສິນຄ້າຕາມຄວາມເໝາະສົມ; ສະນັ້ນ, ຈຶ່ງຂໍນຳສະເໜີໃຫ້ຮູ້ກ່ຽວ ກັບການພັດທະນາຂອງບາງບ້ານ ແລະບາງຄອບຄົວທີ່ມີລາຍຮັບຈາກການເຮັດກະສິກຳເປັນສິນຄ້າຈົນສາມາດເຮັດໃຫ້ຄອບຄົວມີລາຍຮັບເປັນປົກະຕິຄື: ກັບປະຊາຊົນ ສອງບ້ານຂອງເມືອງສົບເບົາ.

  ທ່ານ ແສງແກ້ວ ພິມພິດາ ໄດ້ກ່າວວ່າ: ໃນນາມຄະນະບ້ານທັງເປັນຜູ້ຮັບຜິດຊອບກຸ່ມປູກກ້ວຍຂ້າພະເຈົ້າຂໍລາຍງາຍສະພາບດັ່ງນີ້: ກຸ່ມປູກກ້ວຍພຽງຄອນແສດຂອງ ພວກເຮົາແມ່ນມີພື້ນທີ່ປະມານ 30 ກວ່າເຮັກຕາ ຊຶ່ງພື້ນທີ່ດັ່ງກ່າວແມ່ນມີຄວາມອຸດົມສົມບູນເໝາະສົມແກ່ການເຮັດກະສິກຳທັງເປັນພື້ນທີ່ຂອງເມືອງເປັນຜູ້ຄຸ້ມຄອງດູແລ, ມາຮອດປີ 2007 ມີໂຄງການວ້າວຂອງຫວຽດນາມມາສຳປະທານທີ່ດິນດັ່ງກ່າວໃນເນື້ອທີ່ 30 ກວ່າເຮັກຕາ, ເພື່ອຈະປູກກ້ວຍໃນໄລຍະເວລາ 5 ປີໂດຍການຂາຍສົ່ງໄປ ສສ ຫວຽດນາມ ແລະນຳໃຊ້ແຮງານປະຊາຊົນພາຍໃນສອງບ້ານຂອງເມືອງພວກເຮົາ, ນັ້ນກໍ່ນັບວ່າເປັນເຫດການອັນດີອັນໜຶ່ງຂອງພວກເຮົາທີ່ຈະໄດ້ຮຽນຮູ້ເຕັກນິກວິທີການໃນການປູກ, ການບົວລະບັດຮັກສາ, ການຂາຍສົ່ງໃຫ້ຕະຫຼາດຈາກວິຊາການຫວຽດນາມ, ແຕ່ມາຮອດປີ 2020 ຈຶ່ງໄດ້ປະສົບກັບບັນຫາພະຍາດໂຄວິດ 2019 ເຮັດໃຫ້ບໍລິສັດບໍ່ສາມາດດຳເນີນກິດຈະການໄດ້, ເມື່ອເປັນແນວນັ້ນຈຶ່ງໄດ້ມອບໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜິດຊອບດຳເນີນກິດຈະກຳຕໍ່ໃນການບົວລະບັດຮັກສາ, ຂາຍຜົນຜະລິດເອງ, ຊຶ່ງມາຮອດປະຈຸບັນນີ້ກໍ່ມີເນື້ອທີ່ປູກກ້ວຍ, ປູກໄມ້ໃຫ້ໝາກ ແລະປູກພືດລົ້ມລຸກປະມານ 35 ເຮັກຕາ.

  ການຂາຍແມ່ນໄດ້ມອບໃຫ້ຄອບຄົວປະຊາຊົນຂາຍເອງ, ໂດຍການຂາຍສົ່ງໄປຕະຫຼາດຊຳເໜືອ ແລະສົ່ງໄປຂາຍທີ່ນະຄອນຫຼວງວຽງຈັນໃນລາຄາກິໂລ 600 ກີບ, ຖ້າຂາຍເປັນຫວີແມ່ນຫວີໜຶ່ງ 1.500 ກີບຫວີໃຫຍ່, ຫວີນ້ອຍຂາຍ 1000 ກີບ, ສະເລ່ຍໃນເດືອນໜຶ່ງຈະມາລາຍຮັບເຂົ້າກຸ່ມປູກກ້ວຍປະມານ 30 ລ້ານກີບ ຈາກການຂາຍກ້ວຍ ແລະພືດຜັກຊະນິດຕ່າງໆ,ປະຈຸບັນນີ້ແມ່ນໄດ້ມີພໍ່ຄ້າແມ່ຄ້າມາຮັບຊື້ຢູ່ກັບສ່ວນເລີຍສະນັ້ນ,ໄລຍະຜ່ານມານີ້ເຫັນໄດ້ວ່າປະຊາຊົນພາຍໃນສອງບ້ານລຽບຕາມແມ່ນໍ້າມ້າແມ່ນມີຊີວິດການເປັນຢູ່ດີຂຶ້ນຫຼາຍ, ມີລາຍຮັບເຂົ້າຄອບຄົວເປັນປົກກະຕິ ແລະມີທຶນໝູນວຽນຈາກການເຮັດກະສິກຳເປັນສິນຄ້າ.

  ໃນຕໍ່ໜ້ານີ້ຂ້າພະເຈົ້າໃນນາມການຈັດຕັ້ງກຸ່ມຈະສືບຕໍ່ຊຸກຍູ້ຊ່ວຍເຫຼືອຕິດຕາມການເຮັດກະສິກຳຂອງປະຊາຊົນໃຫ້ດີກວ່າເກົ່າພ້ອມກັນນັ້ນກໍຈະໄດ້ລະດົມໃຫ້ປະຊາຊົນເອົາໃຈໃສ່ໃນການບົວລະບັດຮັກສາຜົນລະປູກຂອງຕົນເອງການສ້ອມແປງຮົ້ວອ້ອມໃຫ້ມີຄວາມແໜ້ນໜາເພື່ອປ້ອງກັນສັດເຂົ້າມາທຳລາຍທັງຈະໄດ້ຊອກຫາຕະຫຼາດເພື່ອຮອງຮັບຜົນຜະລິດໃຫ້ຫຼາຍຕື່ມ.  

ໂດຍ,ົນບຸນ