ການນຳເມືອງຮ້ຽມລົງສຳຫຼວດແຫຼ່ງທ່ອງທ່ຽວ

 ມື່ອບໍ່ດົນມານີ້ການນຳເມືອງຮ້ຽມ ແຂວງຫົວພັນ ໄດ້ໄປທັດສະນະສຶກສາ,ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາຕາດສະໄລ ແລະຕາດຊ້າງນໍ້າເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງທຳມະຊາດໂດຍພາຍໃຕ້ການຊີ້ນຳນຳພາຂອງທ່ານ ບຸນວິໄຊ ກົງປາລີ ເຈົ້າເມືອງຮ້ຽມ,ມີທ່ານ ໄຫວທອງ ບຸນມະນີວັນ ແລະທ່ານ ທອງຄຳ ຫງວຽນມະລົມ ຮອງເຈົ້າເມືອງ, ບັນດາກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າກົມກອງ-ຫ້ອງການ, ພະນັກງານບຳນານອະດີດການນຳເມືອງ, ນັກທຸລະກິດພາຍໃນເມືອງ, ພະນັກງານຫ້ອງການກ່ຽວຂ້ອງພ້ອມດ້ວຍຄະນະບ້ານນໍ້າສາດເຂົ້າຮ່ວມ.

 ຕາດສະໄລ, ຕາດຊ້າງນໍ້າຫ່າງຈາກເທສະບານເມືອງຮ້ຽມປະມານ 14 ກິໂລແມັດ ຊຶ່ງເປັນສະຖານທີ່ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດພູຜາປ່າໄມ້, ທິວ ທັດທຳມະຊາດ ແລະຊີວະນາໆພັນເໝາະແກ່ການທ່ອງທ່ຽວຍ່າງປ່າຊົມທຳມະຊາດພູຜາປ່າໄມ້, ກິນເຂົ້າປ່າໃນວັນພັກຜ່ອນ ແລະຊົມນໍ້າຕົກຕາດທີ່ສວຍສົດງົດງາມ, ໃນປະຈຸບັນນີ້ເສັ້ນທາງເຂົ້າເຖິງສະຖານທີ່ດັ່ງກ່າວແມ່ນຍັງບໍ່ທັນໄດ້ພັດທະນາເປັນພຽງເສັ້ນທາງທະລຸຂອງ ທລຍ ເຂົ້າຫາເຂດທຳການຜະລິດຂອງປະຊາຊົນເທົ່ານັ້ນລົດຈັກ, ລົດໃຫຍ່ສາມາດເຂົ້າໄດ້ໃນລະດູແລ້ງ ແລະ ໄດ້ຍ່າງເຂົ້າອີກປະມານ 3 ກິໂລແມັດ ຈິ່ງເຖິງສະຖານທີ່ດັ່ງກ່າວທັງນີ້ກໍ່ເປັນການປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນການພັດທະນາຂະແໜງການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳທີ່ຄົບວົງຈອນ, ເປັນທ່າແຮງຂອງພື້ນຖານເສດຖະກິດໃຫ້ເຕີບໂຕຢ່າງແຂງແຮງ ຕໍ່ເນື່ອງຕາມທິດພັດທະນາແບບຍືນຍົງ. 

ໂດຍທອງໄຊ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ