ຮອງເຈົ້າເມືອງແກ່ນທ້າວ ລົງຊຸກຍູ້ການປູກພືດລະດູແລ້ງ

   ໃນວັນທີ 3 ມີນາ ຜ່ານມານີ້ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ພ້ອມດ້ວຍຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງຮອງຫົວໜ້າຫ້ອງວ່າ ການເມືອງ, ວິຊາການຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ລົງຊຸກຍູ້ການປູກພືດລະດູແລ້ງຢູ່ເຂດດອນເມນ.

 ໃນການລົງຊຸກຍູ້ຄັ້ງນີ້, ທ່ານຮອງເຈົ້າເມືອງໄດ້ລົງເບິ່ງຕົວຈິງການປູກໝາກແຕງກົວຂອງຊາວກະສິກອນຢູ່ບ້ານຫ້ວຍຫຼອດ ແລະການປູກໝາກແຕງຍີ່ປຸ່ນຢູ່ບ້ານແຄຊຶ່ງມີຊາວກະສິກອນປູກ 10 ກວ່າ ຄອບຄົວເນື້ອທີ່ 20 ກວ່າໄລ່, ໃນໄລຍະ 3 ເດືອນສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ 10 ລ້ານກວ່າກີບ, ນອກຈາກປູກ ໝາກແຕງຍີ່ປຸ່ນແລ້ວ, ຊາວກະຊິກອນບ້ານແຄຍັງໄດ້ປູກໝາກແຕງກົວຕື່ມອີກ.

   ທັງນີ້ເພື່ອເປັນການຊຸກຍູ້ສົ່ງເສີມການປູກພືດລະດູແລ້ງຂອງຊາວກະສິກອນໃຫ້ເປັນຂະບວນກວ້າງຂວາງ.