ການຄ້າ ເມືອງພູວົງ ຍາດໄດ້ຜົນງານຫຼາຍດ້ານ

  ໂດຍອີງຕາມບົດສະຫຼຸບປະຈໍາປີ 2020 ທີ່ສະເໜີໂດຍທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງພູວົງ ແຂວງອັດຕະປືຕໍ່ກອງປະຊຸມສະຫຼຸບປະຈໍາປີຂອງຫ້ອງການອຸດສາຫະກໍາ ແລະການຄ້າເມືອງທີ່ຫາກໍ່ສໍາເລັດເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາຫ້ອງການອຸດສະຫະກຳ ແລະການຄ້າ ເມືອງພູວົງ ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສາມາຊິກພັກເປັນປົກກະຕິຕໍ່ເນື່ອງເພື່ອໃຫ້ສະມາຊິກພັກພະນັກງານທຸກສະຫາຍຮັບຮູ້ໄດ້ຕໍ່ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ, ດ້ານວຽກງານວິຊາສະເພາະ ໃນປີ 2020 ຜ່ານມາໄດ້ອອກທະບຽບວິສາຫະກິດການຄ້າມີ 3 ຫົວໜ່ວຍ, ມີທຶນຈົດທະບຽນ 230 ລ້ານກີບ, ເຮັດໃຫ້ປະຈຸບັນທົ່ວເມືອງມີຫົວໜ່ວຍທຸລະກິດທັງໝົດ 170 ຫົວໜ່ວຍ, ລວມທຶນຈົດທະບຽນມີ 50 ຕື້ກວ່າກີບ, ໃນຄະນະດຽວກັນກໍ່ໄດ້ຖືສໍາຄັນ ແລະເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍໄດ້ລົງແນະນໍາໃຫ້ຜູ້ຄ້າຂາຍສີນຄ້າຕິດປ້າຍລາຄາສີນຄ້າທຸກປະເພດເພື່ອລີກລ້ຽງການສວຍໂອກາດຂຶ້ນລາຄາສິນຄ້າຂອງຜູ້ປະກອບການທັງເປັນການປົກປ້ອງຜູ້ບໍລິໂພກໄດ້ຕິດຕາມກວດກາ ແລະ ຮິບສີນຄ້າໝົດອາຍຸການນໍາໃຊ້ສິນຄ້າເກືອບຫ້າມໄດ້ 23 ລາຍການ, ມີມູນຄ່າ 25 ລ້ານກວ່າກີບ, ທຽບໃສ່ແຜນການປີປະຕິບັດໄດ້ 100%.

   ປະຈຸບັນທົ່ວເມືອງພູວົງມີໂຮງງານອຸດສາຫະກໍາປຸງແຕ່ງຂະໜາດໃຫຍ່, ຂະໜາດກາງ ແລະ ຫົວໜ່ວຍການຜະລິດຂະໜາດນ້ອຍ ມີ 34 ແຫ່ງ, ມີທຶນຈົດທະບຽນ 627 ຕື້ກວ່າກີບ, ສ່ວນມູນຄ່າການຜະລິດພາຍໃນ ແລະສົ່ງອອກມີ 10 ຕື້ກວ່າກີບ ແລະສິນຄ້າສົ່ງອອກສ່ວນໃຫຍ່ມີ: ໄມ້ສໍາເລັດຮູບ, ຮອງລົງມາແມ່ນສັດລ້ຽງ ແລະດິນຈີ່, ຖ້າທຽບໃສ່ແຜນການສົ່ງອອກປະຈໍາປີປະຕິບັດໄດ້ 85%, ການຄຸ້ມຄອງການນໍາເຂົ້າມີມູນຄ່າ 18 ຕື້ກວ່າກີບ, ສິນຄ່ານໍາເຂົ້າສ່ວນໃຫຍ່ແມ່ນມີໝວດສະບຽງອາຫານ,ນໍ້າມັນເຊື້ອໄຟ,ເຄື່ອນກໍ່ສ້າງ ແລະອື່ນໆ,ການສົ່ງອອກຖ້າທຽບໃສ່ແຜນການປີປະຕິບັດໄດ້ 90%, ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດ

ກາງໄດ້ມີການຕັ້ງກຸ່ມຜະລິດສິນຄ້າທີ່ເປັນທ່າແຮງມີ 5 ກຸ່ມຄື:ກຸ່ມຜະລິດເຂົ້າຈ້າວລະຄອນ,ກຸ່ມຕໍ່າຫູກ,ກຸ່ມຈັກສານຫວາຍ-ໄມ້ປ່ອງກຸ່ມຕີເຫຼັກ ແລະກຸ່ມລ້ຽງສັດປະ ຈຸບັນພວມກໍາລັງປະກອບເອກະສານສະເໜີເຂົ້າຈ້າວລະຄອນເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງພູວົງ, ພ້ອມດຽວກັນ ນັ້ນ ຍັງໄດ້ເປັນເຈົ້າການນໍາເອົາສິນຄ້າຂອງເມືອງເຂົ້າຮ່ວມງານສະແດງສິນຄ້າ ແລະຕະຫຼາດນັດຢູ່ແຂວງ ແລະບັນດາເມືອງພາຍໃນແຂວງໄດ້ 5 ຄັ້ງ,ຊຶ່ງມີມູນຄ່າ 41 ລ້ານກວ່າກີບ,ທຽບໃສ່ແຜນການປີປະຕິບັດໄດ້ 50% ແລະໄດ້ເຮັດບົດບັນທຶກສັນຍາຄໍ້າປະກັນການຊື້-ຂາຍເກັບຊື້ຜົນຜະລິດກະສິກໍາມີ 2 ຫົວໜ່ວຍ.

ຂ່າວວັດທະນາ