ເອດີບີ ຍົກສູງບົດບາດຍິງ-ຊາຍ

  ໃນລະຫວ່າງວັນທີ 11-12 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ທະນາຄານພັດທະນາອາຊີປະຈຳ ສປປ ລາວ ຫຼື (ADB) ຮ່ວມມືກັບສູນກາງສະຫະພັນແມ່ຍິງລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 111ປີ ແລະກອງປະຊຸມເພື່ອຍົກສູງຄວາມຮັບຮູ້ ແລະຄວາມສາມາດຂອງສະຫະພັນແມ່ຍິງ ແລະບັນດາຜູ້ວາງນະໂຍບາຍໃນບັນດາຂະແໜງການຂອງທີ່ກ່ຽວຂ້ອງຕ່າງໆກ່ຽວກັບການນຳໃຊ້ກົດໝາຍນະໂຍບາຍ ແລະ ການບໍລິຫານປົກຄອງຂອງ ສປປ ລາວ ເພື່ອສະ ໜັບສະໜູນຄວາມພ້ອມຂອງແມ່ຍິງຕໍ່ການປ່ຽນແປງດິນຟ້າອາກາດ ແລະຄວາມສ່ຽງຈາກໄພພິບັດໂດຍການເຂົ້າຮ່ວມຂອງທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ນຍິງລາວ, ມີທ່ານ ນາງ ໂຊໂນມິ ທະນາກະຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ນາງ ໂຊໂນມິ ທະນາກະ ໄດ້ໃຫ້ຮູ້ວ່າ: ການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນການຕັດສິນໃຈ ແລະການເຂົ້າເຖິງການຈ້າງງານ ແລະຊັບພະຍາກອນຢ່າງເທົ່າທຽມກັນແມ່ນສິ່ງສຳຄັນອັນຕົ້ນຕໍໃນການດຳເນີນງານຂອງ ADB ຢູ່ສປປ ລາວ ເພື່ອຮ່ວມກັນກ້າວໄປຂ້າງໜ້າ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ວິທີການຂອງພວກເຮົາເນື່ອງຈາກວ່າການປ່ຽນແປງດິນຟ້າອາກາດ ແລະມາດຕະການຄວບຄຸມຄວາມສ່ຽງຈາກໄພພິບັດສາມາດປະສົບຜົນສຳເລັດ ແລະຍືນຍົງໄດ້ຖ້າການປ່ຽນແປງດິນຟ້າອາກາດ ແລະ ບັນດາມາດຕະການຄວບຄຸມດັ່ງກ່າວໄດ້ຮັບການແກ້ໄຂລວມທັງບັນດາອຸປະສັກທາງດ້ານເສດຖະກິດ ແລະ ສັງຄົມທີ່ແມ່ຍິງປະເຊີນໄດ້ຢ່າງເໝາະສົມ, ຍ້ອນວ່າຄວາມບໍ່ສະເໝີພາບລະຫວ່າງ ຍິງ-ຊາຍ ຍັງມີຢູ່, ແຕ່ແມ່ຍິງ ແລະຜູ້ຊາຍປະສົບກັບຜົນສະທ້ອນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດແຕກຕ່າງກັນ, ອັນໄດ້ສົ່ງຜົນກະທົບຕໍ່ຄວາມສາມາດຂອງບຸກຄົນ ແລະຊຸມຊົນໃນການປັບຕົວ, ໂດຍຮັບຮູ້ເຖິງບົດບາດສຳຄັນຂອງແມ່ຍິງ ແລະ ການສ້າງຄວາມເຂັ້ມແຂງໃຫ້ພວກເຂົາເພື່ອເປັນຕົວແທນຂອງການປ່ຽນແປງ, ແທນທີ່ຈະເປັນຜູ້ເຄາະຮ້າຍ, ໃນການວາງນະໂຍບາຍ ແລະການຕັດສິນໃຈແຕ່ເປັນຂໍ້ກຳນົດພື້ນຖານໃນການແກ້ໄຂບັນຫາທີ່ປະສົບຜົນສຳເລັດໃນໄລຍະຍາວຕໍ່ກັບຄວາມສ່ຽງດ້ານສະພາບອາກາດ ແລະຄວາມສ່ຽງຈາກໄພພິບັດ.

  ທ່ານ ນາງ ບັນດິດ ປະທຸມວັນ ໃຫ້ຮູ້ວ່າ: ພາຍຫຼັງພິທີສະເຫຼີມສະຫຼອງ ແລະກອງປະຊຸມສຳເລັດແລ້ວ, ຜູ້ເຂົ້າຮ່ວມສຳມະນາຈະໄດ້ຮັບຄວາມຮູ້ເພີ່ມເຕີມກ່ຽວກັບການເຊື່ອມສານຄວາມສະເໝີພາບຍິງ-ຊາຍ ແລະການບໍ່ຈຳແນກເຂົ້າໃນການວາງແຜນ ແລະ ການຈັດຕັ້ງປະຕິບັດກົດໝາຍນະໂຍບາຍກ່ຽວກັບການປ່ຽນແປງດິນຟ້າອາ ກາດ ແລະການຄຸ້ມ ຄອງຄວາມສ່ຽງຈາກໄພພິບັດໃນ ສປປ ລາວ, ທັງເປັນການຜັນຂະຫຍາຍຖະແຫຼງການວຽງຈັນວ່າດ້ວຍການສົ່ງເສີມບົດບາດຍິງຊາຍ ແລະການເປັນຄູ່ຮ່ວມຂອງແມ່ຍິງອາຊຽນເພື່ອສິ່ງແວດລ້ອມແບບຍືນຍົງທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີແມ່ຍິງອາຊຽນ ຄັ້ງທີ 1 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2012.

 ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອທາງດ້ານວິຊາການທີ່ໄດ້ຮັບການສະໜັບສະໜູນຈາກ ADB ຊຶ່ງມີຈຸດປະສົງເພື່ອຍົກສູງຄວາມອາດສາມາດຂອງສາມປະເທດສະມາຊິກທີ່ກຳລັງພັດທະນາເຊັ່ນ: ຟີຈີ, ມົງໂກນ ແລະ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄວາມພ້ອມຮັບການປ່ຽນແປງຂອງແມ່ຍິງຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະຄວາມສ່ຽງຈາກໄພພິບັດຕໍ່ແມ່ຍິງ, ໂຄງການດັ່ງກ່າວມີສາມອົງປະກອບຫລັກຄື: ສະແດງໃຫ້ເຫັນທ່າແຮງສຳລັບການສ້າງວຽກ ເຮັດງານທຳຕາມທິດສີຂຽວສຳລັບແມ່ຍິງ,ການພັດທະນາ ແລະຄວາມກ້າວໜ້າດ້ານນະໂຍບາຍຂອງຂະແໜງການທີ່ຕອບສະໜອງຕໍ່ບົດບາດຍິງ-ຊາຍ ແລະ ການປະຕິ ບັດງານກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ,ນັບທັງການສ້າງຄວາມເຂັ້ມແຂງໃນຂອບນິຕິກຳສຳລັບການປັບຕົວເຂົ້າກັບວຽກງານດັ່ງກ່າວ.