ດາຣາພົງ ທີມງານຄືຂົວຕໍ່ຫົວໃຈ ສຳຄັນໃນການເຮັດທຸລະກິດ

 ທ່ານ ນາງ ດາຣາພົງ ຍຸຕິທຳ ຫຼືມີນາ ຫຼາຍຄົນຮູ້ຈັກດີໃນວົງການທຸລະກິດເປັນນັກທຸລະກິດລາວຍິງຍຸກໃໝ່ມີແນວຄິດການພັດທະນາ ແລະເປັນຜູ້ຢູ່ເບື້ອງຫຼັງທຸລະກິດທີ່ປະສົບຜົນສຳເລັດຫຼາຍຢ່າງທີ່ມີວິໄສທັດ ແລະອຸດົມການເລື່ອງການເຮັດວຽກສິ່ງສຳຄັນຄິດສະເໝີວ່າທີມງານຄືາກຫົວໃຈຂອງອົງກອນ້າເຮົາມມງານທີຄຸນ ນະພາບເວລາທີ່ເຮົາໃຊ້ໃນການບໍລິຫານແຕ່ລະອົງກອນກໍ່ຈະມີປະສິດທິພາບຍິງຂຶ້ນ.

  ທ່ານ ນາງ ດາຣາພົງ ຍຸຕິທຳ ຮອງປະທານສະມາຄົມ LAOSME ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ຮູ້ວ່າ: ແມ່ນໄດ້ສຶກສາປະລິນຍາໂທສາຂາບໍລິຫານບຸກຄະລາກອນ ແລະ ບໍລິຫານລະບົບຂໍມູນຂ່າວສານໃນອົງກອນໃຫຍ່ປີ 2010 ທີ່ມະຫາວິທະຍາໄລ PAUL VALERY ແລະ Université deMontpellier III,ປະເທດຝຣັ່ງຫຼັງຈາກກັບມາໄດ້ເຂົາເຮັດວຽກກັບບໍລິສັດນໍາເຂົາຂອງຝຣັງ ແລະໄດ້ເລີ່ມເຮັດທຸລະກິດໃນປີດຽວກັນຄືປີ 2011 ໂດຍການເປດບໍລິສັດ ທີ່ປຶກສາ ESDS Co.,LTD, ຊຶ່ງເປັນບໍລິສັດທີ່ໃຫ້ບໍລການກ່ຽວກັບການສໍາຫລວດຂໍ້ມູນການປະເມນ ແລະສຶກສາຄວາມເປັນໄປໄດ້ໂຄງການ, M&E ແລະ ການຈັດຝຶກອົບຮົມຕ່າງໆ. ເນື່ອງຈາກກ່ອນໄປຮຽນຕໍ່ຂ້າພະເຈົ້າໄດ້ມີປະສົບການເຮັດວຽກດ້ານນີ້ມາກ່ອນຈຶ່ງເຫັນໂອກາດ ແລະ ຕັ້ງໃຈລົງເລິກປະລິນຍາໂທໃນຫົວຂໍດັງກ່າວເພື່ອກັບມາເປດທຸລະກິດດ້ານສະເພາະ.

  ສຳລັບການກ້າວເຮັດທຸລະກິດປະຈຸບັນຫຼັງຈາກເປດບໍລສັດທີ່ປກສາມາໄດ້ໄລຍະໜຶ່ງ ,ຂ້າພະເຈົ້າໄດ້ມໂອກາດຄົ້ນຄາ ແລະເຮັດວິເຄາະກ່ຽວກັບທຸລະກິຫຼາຍຂະແຫນງການຮ່ວມກັບໝູ່ ແລະຄູ່ຮ່ວມທຸລະກິດ,ທັງຂະແຫນງການສຶກສາ,ກະສິກໍາ,ອະສັງຫາ ແລະສິງແວດລ້ອມຕໍ່ມາຈຶ່ງໄດ້ເປດສູນພາສາອັງກິດ (English House) ໃນປີ 2015 ເຊິ່ງເປັນຊ່ວງທີ່ຫລາຍອົງກອນກໍາລັງຍົກລະດັບດ້ານພາສາອັງກິດຂອງບຸກຄະລາກອນຕົນເອງເນື່ອງຈາກກະແສການແຊບຸກຄະລາກອນໃນປະເທດອາຊຽນຕໍມາປີ 2016 ໄດ້ເປດທຸລະກິດກ່ຽວກັບການບໍລິຫານຈັດການສິງເສດເຫຼືອ ແລະ ການບໍລິການເກັບຂົ້ເຫຍື້ອຊື່ວ່າບໍລິສັດ Waste Pro Collection ຊຶ່ງແມ່ນຄອບຄົວເປັນຜູ້ບໍລິຫານແລະໄດ້ຮ່ວມກັບໝູ່ເຮັດທຸລະກດອະສັງຫາຊື່ບໍລິສັດ Century 21 Real Pro ໃນປີ 2017 ຊຶ່ງເປັນທຸລະກິດ Franchise ຂອງຕ່າງປະເທດປະຈຸບັນແມ່ນຂາຫຸ້ນເປັນຜູ້ຮັບຜິດຊອບ ແລະ ບໍລິຫານທັງໝົດ ແລະ ລ່າສຸດໃນປີ 2019 ໄດ້ມໂອກາດເຂົ້າມາເຮັດທຸລະກິດກວກັບການຜະລິດ ແລະສົ່ງອອກເຄື່ອງປະດັບໄປຕ່າງປະເທດ, ລວມທັງໝົດທຸລະກິດທີ່ດໍາເນນຢູ່ນອກຈາກບໍລິສັດອະສັງຫາແມ່ນສ້າງວຽກເຮັດງານທໍາປະມານ250 ຄົນສະເພາະໂຮງານຜະ ລິດ ແລະ ສົ່ງອອກເຄື່ອງປະດັບແມ່ນພະນັກງານຢູ່ເກືອບ 150 ຄົນ.

   ສຳລັບບັນຫາ ແລະ ສິ່ງທ້າທາຍໃນການເຮັດທຸລະກິດມີຫຼາກຫຼາຍຢ່າງທີ່ພົບພໍ້ແຕ່ທີ່ທ້າທາຍທີ່ສຸດສໍາລັບຂ້າພະເຈົ້າຄືການບໍລິຫານເວລາ ແລະ ການພັດທະນາຍຸດທະ ສາດການດໍາເນີນທຸລະກິດ ແຕ່ລະຢ່າງ, ເນື່ອງຈາກຂະແງການທຸລະກິດທີ່ເຮົາເຮັດແຕ່ລະຢ່າງຂ້ອນຂ້າງແຕກຕ່າງກັນ.

  ຍຸດທະສາດຂອງການບໍລິຫານຂອງຂ້າພະເຈົ້າຄືນໍາໃຊ້ບຸກຄະລາກອນທີ່ມຄຸນນະພາບ້າງຜູ້ນໍາໃນອົງກອນທີ່ສາມາດຕັດສິນໃຈແທນເຮົາໄດ້,ໃຫ້ອິດສະຫຼະທີມງານໃນການບໍລິຫານອອກແນວຄວາມຄິດ ແລະ ແກ້ໄຂບັນຫາຮ່ວມກັນວັດທະນະທໍາໃນອົງກອນແຕ່ລະບ່ອນແມ່ນແນໃສ່ຄວາມເທົາທຽມກັນ, ຄວາມສາມັກຄີ ແລະ ຜົນປະ ໂຫຍດຂອງທມງານເປັນຫຼັ,ໃຫ້ທມງານມສ່ວນຮ່ວມ ແລະເປັນສ່ວນສໍາຄັນຂອງການຂັບເຄື່ອນທຸລະກິດໃນແຕ່ລະບາດກ້າວ ຫຼືເຫດການສໍາຄັນຂອງອົງກອນ,ເພີ່ມພູນທັກສະ ແລະພັດທະນາຄວາມຮູ້ຄວາມສາມາດຂອງບຸກຄະລາກອນຢ່າງຕໍເນື່ອງ.

 ເລື່ອງການເຮັດວຽງສິ່ງສຳຄັນຄິດສະເໝີວ່າທີມງານຄືາກຫົວໃຈຂອງອົງກອນ,້າເຮົາມີທີມງານທີ່ມຄຸນນະພາບເວລາທີ່ເຮົາໃຊ້ໃນການບໍລິຫານແຕ່ລະອົງກອນກໍ່ຈະມີປະສິດທິພາບຍິງຂຶ້ນເພາະສະນັ້ນຂ້າພະເຈົ້າຈະຕ້ອງໝັ່ນໃຈຕະຫຼອດເວລາວ່າທີມງານຂອງຕົນເອງເຮັດວຽກຢ່າງມີຄວາມສຸກ ແລະ ຄວາມຕ້ອງການພັດທະນາຕົນ ເອງຢູ່ສະເໝີ, ທີ່ສໍາຄັນຜູ້ບໍລິຫານຜູ້ຈັດການ ຫຼືຜູ້ນໍາໃນແຕ່ລະອົງກອນຮວມທັງຂ້າພະເຈົ້າເອງກໍ່ຕ້ອງເປັນແບບຢ່າງທີ່ດໃຫ້ແກ່ທີມງານ.