ທຳລາຍອາຫານທະເລ 730 ກິໂລກຣາມ

  ພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້ານະຄອນຫຼວງວຽງຈັນໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ບໍ່ຖືກຕ້ອງ (ປະເພດອາຫານທະເລແຊ່ແຂງ) ລວມນໍ້າໜັກທັງໝົດ 730 ກິໂລກຣາມ, ຢູ່ສູນບໍາບັດຂີ້ເຫຍື່ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນວັນທີ 9 ມີນາ 2021 ໂດຍມີທ່ານ ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນວ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພັຕ ຄໍາເບົ້າ ປີວແກ້ວປະເສີດ ໄດ້ໃຫ້ຮູ້ວ່າ: ໃນເວລາ 03:00 ໂມງ ຂອງວັນທີ 7 ມີນາ 2021 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີລົດຕູ້ໂຕໂຢຕ້າສີປອນເງິນໝາຍເລກທະບຽນ ກຂ 1239 ຈໍາປາສັກ ໄດ້ແກ່ສິນຄ້າປະເພດອາຫານທະເລແຊ່ແຂງມາ ຈາກປະເທດເພື່ອນບ້ານໂດຍການນໍາເຂົ້າບໍ່ຖືກຕ້ອງມາທາງເຮືອຫາງຍາວເຂດບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ, ຈາກນັ້ນ,ເຈົ້າໜ້າທີ່ຕໍາຫຼວດປ້ອງ ກັນເສດຖະກິດຈຶ່ງໄດ້ອອກຕິດຕາມກວດກາຈຶ່ງພົບເຫັນລົດຄັນດັ່ງກ່າວມຸ່ງໜ້າໄປທາງບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ຈຶ່ງພົບເຫັນສິນຄ້າປະເພດອາຫານທະເລແຊ່ແຂງຄື: ກຸ້ງຈໍານວນ 23 ແກັດນໍ້າໜັກ460 ກິໂລກຣາມປາແຊວມອນ ຈໍານວນ  12 ແກັດນໍ້າໜັກ 72 ກິ ໂລກຣາມ, ຫອຍແຄງຈໍານວນ 3 ເປົານໍ້າໜັກ150 ກິໂລກຣາມລວມນໍ້າໜັກທັງໝົດ 730 ກິໂລກຣາມ ທີ່ລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ ຕາມປະມວນກົດໝາຍອາຍາມາດຕາ 294 ທີ່ກໍານົດໄວ້ວ່າ: ການລັກລອບນໍາເຂົ້າ, ສົ່ງອອກ ຫຼືນໍາພືດ,ຜະລິດຕະພັນພືດ ຫຼືວັດຖຸຕ້ອງຄວບຄຸມຜ່ານ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະລະເມີດຕໍ່ແຈ້ງການຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວສະບັບເລກທີ 23 ທັນ ວາ 2020.

  ສະນັ້ນເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍຊຶ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ-19 ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດ ແລະນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ, ຕໍ່ກັບເຈົ້າຂອງລົດເຈົ້າໜ້າທີ່ຕໍາຫຼວດປ້ອງກັສດຖະກິດໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບກົດໝາຍ.