ເອເຊຍລົງທຶນ ມອບລົດໃຫ້ກອງພົນທີ 5

ຂ່າວ: ໂພທິລາດ

  ໃນບໍລິສັດເອເຊຍລົງທຶ ລະພັດທະນາກໍ່ສ້າງຈຳກັດ ໄດ້ມອບພາຫະນະລົດຈັກ ຈຳນວນ 5 ຄັນ ພ້ອມເງິນສົດ 20 ລ້ານກີບ ໃຫ້ແກ່ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດໃນເຂດທຸລະການດານ.

ພິທີມອບ-ຮັບດັ່ງກ່າວໄດ້ມີຂຶ້ນໃນວັນທີ 9 ມີນາ ຜ່ານມາທີ່ກອງພົນທີ 5 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ໃນພິທີເປັນກຽດກ່າວມອບໂດຍທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນ ແລະພັດທະນາກໍ່ສ້າງຈຳກັດ ແລະກ່າວຮັບໂດຍທ່ານ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວ ໜ້າການທະຫານກອງພົນທີ 5 ມີບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບເຄື່ອງຊ່ວຍເຫຼືອຈາກບໍລິສັດ ເອເຊຍລົງທຶນ ແລະພັດທະນາກໍ່ສ້າງຈຳກັດໃນຄັ້ງນີ້ປະກອບມີຍານພາຫະນະ (ລົດຈັກ) ຍີ້ຫໍ້ຢາມາຮາ (YAMAHA) ຈຳນວນ 5 ຄັນ, ມີມູນຄ່າ 350 ລ້ານກີບ ພ້ອມດ່ຽວການມອບເງິນສົດຈຳນວນ 20 ລ້ານກີບ ໃຫ້ແກ່ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນປະເທດເຂດນໍ້າແດນດິນເຂດທຸລະການດານຂອງອ້າຍນ້ອງໃຫ້ມີຄວາມສະດວກສະບາຍຂອງເພື່ອຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍຂອງປະເທດ.

  ໃນພິທີທ່ານເຈົ້າແຂວງໆຈຳປາສັກກໍ່ໄດ້ສະແດງຄວາມຄິດເຫັນ ແລະເຂົ້າໃຈຕໍ່ຄວາມຫຍຸ້ງຍາກສັບສົນຂອງພະນັກງານທີ່ເຮັດໜ້າທີ່ຢູ່ເຂດທຸລະການດານດັ່ງນັ້ນການທີ່ບໍລິສັດໄດ້ນຳພາຫະນະ ແລະເງິນມາມອບໃຫ້ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຍິ່ງໂດຍສະເພາະແມ່ນໄດ້ເອື້ອອຳນວຍຄວາມສະດວກໃຫ້ກັບອ້າຍນ້ອງທີ່ເຮັດໜ້າ ທີ່ປົກປັກຮັກສາຄວາມສະຫງົບສຸກຂອງປະເທດ.