ນາຍົກລັດຖະມົນຕີ ລາວ, ຫວຽດນາມ ແລະກຳປູເຈຍ ພົບປະທາງໄກ

ຂ່າວ: ກະຊວງການຕ່າງປະເທດ

  ໃນວັນທີ 10 ມີນາ 2021, ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມພົບປະທາງໄກລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີຂອງທັງສາມຊາດລາວ, ຫວຽດນາມ ແລະກຳປູເຈຍ.

ໃນໂອກາດນີ້ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍໃນຄັ້ງນີ້ຊຶ່ງເປັນກົນໄກການພົບປະປຶກສາຫາລືກັນທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນໄລຍະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຊຸມປີຜ່ານມາແຕ່ເນື່ອງດ້ວຍສະ ພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ, ພ້ອມດຽວກັນນີ້,ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະຄວາມສາມັກຄີແບບພິເສດທີ່ມີມູນເຊື້ອມາແຕ່ດົນນານລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະສາກົນຈະເພີ່ມທະວີຄວາມສັບສົນຫຼາຍປານໃດກໍຕາມ, ທັງບັນຫາການແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19, ຄວາັດແຍ່ງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະອື່ນໆ.

  ກອງປະຊຸມພົບປະຄັ້ງນີ້, ຜູ້ນຳທັງ 3 ປະເທດ ໄດ້ເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນໄດ້ມີກົນໄກການຮ່ວມມືດ້ານການເມືອງຮ່ວມກັນຢ່າງໜັກແໜ້ນຊຶ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະກັນຂອງການນຳຂັ້ນສູງຢ່າງເປັນປະຈຳ,ການຈັດກອງປະຊຸມສອງກົມການເມືອງ ແລະກອງປະຊຸມຄະນະກຳມະການຮ່ວມມື (JC) ລາວ-ຫວຽດນາມ ແລະລາວ-ກຳປູເຈຍ ເປັນປະຈຳໃນທຸກໆປີ; ຜູ້ນຳ 3 ປະເທດໄດ້ເຫັນ ດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະອື່ນໆ, ພ້ອມດຽວກັນນີ້ກໍໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດ ເປັນຕົ້ນຊອບການຮ່ວມມືເຂດສາມຫຼ່ຽມພັດທະນາ(CLV),ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ 2010-2020 ແລະປັບປຸງແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫຼ່ງທຶນມາຈັດຕັ້ງປະຕິບັດບັນດາໂຄງການບຸລິມະສິດ ແລະບັນດາແຜນງານພັດທະນາໃນຂອບ CLV, ກໍຄືສືບຕໍ່ຜັນຂະຫຍາຍຜົນການຕົກລົງຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດຍອດຄັ້ງທີ 9; ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດເພື່ອຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກແຕ່ລະກົນໄກເພື່ອຜົນປະໂຫຍດສູງສຸດຂອງທັງ 3 ປະເທດເປັນຕົ້ນໃນຂອບການຮ່ວມມືອະນຸພາກພື້ນເຊັ່ນ: ຂອບການຮ່ວມມື ACMECS, GMS,  ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າຂອງ-ຍີ່ ປຸ່ນ, ແມ່ນໍ້າຂອງ-.ເກົາຫຼີ, ແມ່ນໍ້າຂອງ-ອາເມຣິກາ ແລະອື່ນໆ.

  ນອກຈາກນີ້, ຜູ້ນໍາທັງ 3 ປະເທດ ກໍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19ລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

 ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ກໍຄືການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງຈົບງາມ, ພ້ອມທັງກໍາລັງກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ຈະມີຂຶ້ນໃນວັນທີ 22 ມີນາຈະມາເຖິງນີ້; ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມທີ່ໄດ້ປິດລົງ ໃນຕົ້ນເດືອນກຸມພາ ແລະຊົມເຊີຍຕໍ່ສະຫາຍ ຫງວຽນ ຊວັນ ຟຸກ ທີ່ສືບຕໍ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກກອມມູນິດຫວຽດນາມ ແລະຖືກເລືອກໃຫ້ເປັນກຳມະ ການກົມການເມືອງສູນກາງພັກຕື່ມອີກ;  ພ້ອມນີ້ກໍສະແດງຄວາມຂອບໃຈມາຍັງພັກ-ລັດຖະບານຫວຽດນາມ ແລະກໍາປູເຈຍທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າທັງສອງປະເທດຈະປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮ້າຍແຮງກວ່າ ສປປລາວ ກໍຕາມ.

  ໃນຕອນທ້າຍຂອງກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງສາມຊາດລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານຈົ່ງໝັ້ນຄົງຂະໜົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະກຳປູເຈຍຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

ຮູບພາບໜັງສືພິມເສດຖະກິດ-ສັງຄົມ