ເມືອງສາມັກຄີໄຊ ປະກາດ 9 ບ້ານຢຸດຕິການຖ່າຍຊະຊາຍ

  ພິທີປະກາດ 9 ບ້ານເທ ສະບານຂອງເມືອງສາມັກຄີໄຊ ແຂວງອັດຕະປື ເປັນບ້ານຢຸດຕິການຖ່າຍຊະຊາຍໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 26 ກຸມພາ 2021 ນີ້ທີ່ຫ້ອງການບ້ານເຊໃຫຍ່,ດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ເພັດມີໄຊຄຳ ພັກດີ ຄະນະປະຈຳພັກແຂວງເລຂາພັກເມືອງ, ເຈົ້າເມືອງໆສາມັກຄີໄຊ, ມີທ່ານ ດຣ ພູສະວັນ ບຸຜາພັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປືມີການນໍາຂອງເມືອງອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນທັງ 9 ບ້ານເຂົ້າ ຮ່ວມ.

ໃນພິທີທ່ານ ແສງດາວ ວົງສັກດາ ຮອງຫົວໜ້າຫ້ອງການສາທາ ເມືອງສາມັກຄີໄຊ ໄດ້ລາຍງານໃຫ້ຮູ້ວ່າ: 9 ບ້ານ ທີ່ໄດ້ຮັບນາມມະຍົດເປັນບ້ານຢຸດຕິການຖ່າຍຊະຊາຍຂອງເມືອງສາມັກຄີໄຊ ຄັ້ງນີ້ມີບ້ານເຊໃຫຍ່, ບ້ານເວີນແຄນ, ບ້ານໄຊສະອາດ, ບ້ານເມືອງໄໝ່, ບ້ານສາມັກຄີ, ບ້ານເຊກອງ, ບ້ານໂພນສະຫວ່າງ, ບ້ານຫຼັກສາມແລະບ້ານວັດຫຼວງທັງ 9 ບ້ານ ດັ່ງກ່າວເປັນບ້ານທີ່ຕັ້ງຢູ່ໃຈກາງເທສະບານຂອງ ເມືອງສາມັກຄີໄຊຊຶ່ງມີປະຊາກອນທັງໝົດ13.831 ຄົນ, ຍິງ 6.952 ມີ 2.993 ຫຼັງຄາເຮືອນ, ມີ 2.828 ຄອບຄົວ, ອາຊີບຕົ້ນຕໍໂດຍສ່ວນໃຫ່ຍແລ້ວແມ່ນພະນັກງານກວມເອົາ 68%, ອາຊີບຄ້າຂາຍກວມເອົາ 22% ແລະອາຊີບຊາວກະສິກອນກວມເອົາ 10%, ຊຶ່ງ 9 ບ້ານ ດັ່ງກ່າວແມ່ນໄດ້ຜ່ານການປະເມີນຕາມ 4 ມາດຖານຄື: ມີວິດຖ່າຍ 100%, ລ້າງມືໃສ່ສະບູໄດ້ 60% ຂຶ້ນໄປ, ດື່ມນໍ້າ ແລະ ໃຊ້ນໍ້າສະອາດ 90% ຂຶ້ນໄປ, ອະນາໄມສີ່ງແວດລ້ອມໄດ້  60% ຂຶ້ນໄປ, ຜົນການປະເມີນລວມທັງ 4 ມາດຖານປະຕິບັດໄດ້ 95%.

  ໃນພິທີໄດ້ມອບໃບຢັ້ງຢືນໃຫ້ 9 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍຢ່າງສົມກຽດ, ພ້ອມທັງໄດ້ຮັບການໂອ້ລົມຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ, ຊຶ່ງທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງສາມັກຄີໄຊຕ້ອງອອກແຮງຮັກສາມູນເຊື້ອ ແລ າມມະຍົດເລີ່ມຈາກຄອບຄົວຢຸດຕິການຖ່າຍຊະຊາຍ, ບ້ານຢຸດຕິການຖ່າຍຊະຊາຍ ແລະເມືອງຢຸດຕິຖ່າຍການຊະຊາຍໃນຂັ້ນຕໍ່ໄປ.

ຂ່າວຫັດສະດີ ສຸດດາວົງ