ທ່ຽວຊົມແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງເມືອງສົບເບົາ

   ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງຕັ້ງຢູ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ປະຈຸບັນໄດ້ຮັບການພັດທະນານັກທຸລະກິດພາຍໃນເມືອງ, ແຫຼ່ງທ່ອງທ່ຽວແຫ່ງນີ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດແຫ່ງໜື່ງທີ່ມີຄວາມສວຍສົດງົດງາມ,ມີຄວາມອຸດົມສົມບູນເຕັມໄປດ້ວຍທັດສະນີຍະພາບທໍາມະຊາດພູຜາປ່າໄມ້, ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງຕັ້ງຢູ່ບ້ານນາເຕີບ, ເມືອງສົບເບົາແຂວງຫົວພັນຫ່າງຈາກເທສະບານເມືອງສົບເບົາປະມານ 28 ກິໂລແມັດ ຕາມເສັ້ນທາງເລກທີ 6B ໄປທາງທິດຕາເວັນອອກມີເນື້ອທີ່ສໍາປະທານທັງໝົດ 6 ກວ່າເຮັກຕາ ຊຶ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນມີນາປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະໜັບສະໜູນຈາກຄະນະພັກ,ອໍານາດການປົກຄອງບ້ານນໍ້າເຕີບ ແລະຄະນະພັກ,ອໍານາດການປົກຄອງເມືອງສົບເບົາ,ຊຶ່ງມີອາຍຸສໍາປະທານ 40 ປີ, ມູນຄ່າການກໍ່ສ້າງ ແລະລົງທຶນທັງໜົດ  539  ລ້ານກີບ,ກໍານົດການກໍ່ສ້າງເປັນ 2 ໄລຍະມາຮອດປະຈຸບັນໄດ້ປະຕິບັດສຳເລັດ 90%,ໂຄງການແມ່ນຈັດຕັ້ງປະຕິບັດໄປຕາມແຜນແມ່ບົດຢ່າງຖືກຕ້ອງ ແລະໄປຕາມລະບົບເຕັກນິກ.

 ກິດຈະກຳຫຼັກໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ປະກອບມີ: ສ້າງຂັ້ນໄດເຫຼັກຕັ້ງແຕ່ຫົວຕາດລົງຮອດຈຸດພັກຜ່ອນປະ ມານ 765 ຂັ້ນ ຫຼືປະມານ 600 ແມັດ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140  ແມັດ ນອກນີ້ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ,  ສ້າງໜອງປາ,ສວນສັດ, ປັບເດີ່ນຈອດລົດ,ເດີ່ນຈັດກິດຈະກຳ, ເດີ່ນຊົນງົວ, ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ,ສ້າງບ່ອນເກັບປີ້, ກໍ່ສ້າງເຮືອນພັກ ແລະອື່ນໆ ຄາດວ່າ ການກໍ່ສ້າງຕ່າງໆ ຈະປະຕິບັດໃຫ້ສໍາເລັດ 100% ໃນປີ 2020. 

  ແນວໃດກໍດີປະຈຸບັນແມ່ນໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ສຳລັບທ່ານໃດທີ່ເດີນທາງໄປແຂວງຫົວພັນກໍຢ່າລືມແວ່ໄປທ່ຽວຊົມສະຖານທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຮັບຮອງວ່າທ່ານຈະບໍ່ຜິດຫວັງກັບບັນຍາກາດຂອງທຳມະຊາດແລະຄວາມສວຍງາມຂອງສະຖານທີ່ແຫ່ງນີ້ແນ່ນອນ.