ປີແລ້ວສະຫວັນມີການລົງທຶນ 4,7 ພັນຕື້ກີບ

  ທີ່ຫ້ອງປະຊຸມຂອງເຂດເສດຖະກິດພິເສດສະຫວັນນະເຂດໄດ້ຈັດກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະການເງິນປະຈຳປີ 2020 ແລະວາງທິດ ທາງແຜນການປີ 2021 ຂອງແຂວງສະຫວັນນະເຂດໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ມີເຈົ້າເມືອງ 14 ເມືອງ, ເຈົ້ານະຄອນໄກສອນ ພົມວິຫານ, ຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ ແລະພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

  ວາລະດັ່ງກ່າວ, ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2020 ແລະສະເໜີທິດທາງແຜນການປີ 2021 ຈາກ ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ-ການລົງທຶນແຂວງ ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນການງົບ ປະມານປະຈຳປີ 2020 ແລະແຜນການປີ2021 ຈາກທ່ານ ປອ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງຊຶ່ງໄດ້ຮູ້ວ່າ: ໃນ 1 ປີຜ່ານມາ, ລວມຍອດຜະລິດ ຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 3,9%, ມູນຄ່າ 19.938,84 ຕື້ກີບເທົ່າກັບ 99,92%ຂອງມະຕິໃນນີ້ກະສິກໍາເພີ່ມຂຶ້ນ 1,79%, ອຸດສະ ຫະກຳເພີ່ມຂຶ້ນ 5,46%, ຂະແໜງບໍລິການເພີ່ມຂຶ້ນ 3,82%, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ 2.097 ໂດລາ ຫຼືເທົ່າກັບ 18,99 ລ້ານກີບ,

 ໂດຍໝົດປີ 2020 ມີການລົງທຶນໃນທົ່ວສັງຄົມທັງໝົດ 4.744,63 ຕື້ກີບ, ລື່ນມະຕິ 93,07% (ມະຕິໃຫ້ໄດ້ 5.101,06 ຕື້ກີບ) ໃນນັ້ນການລົງທຶນລັດກວມ 1,07%; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາກວມ 7,86%;ການລົງທຶນເອກະຊົນພາຍໃນ-ຕ່າງປະເທດກວມ 24,17% ແລະສິນເຊື່ອທະນາຄານກວມ 66,90% ຂອງທຶນທັງໝົດ, ການຜະລິດເຂົ້າໃນທົ່ວແຂວງສາມາດປະຕິບັດໄດ້ 740.168 ໂຕນ, ລື່ນມະຕິ 0,12% (ມະຕິໃຫ້ໄດ້ 739.260 ໂຕນ) ໃນນັ້ນ: ນາແຊງໄດ້ 150.020 ໂຕນ, ໃນເນື້ອທີ່ 30.602 ເຮັກຕາ, ລື່ນແຜນ 2% ແລະນາປີ ໄດ້ 279.178 ໂຕນ (ມະຕິ 589.260 ໂຕນ), ການປູກພືດສໍາຮອງສາມາດບັນລຸໄດ້ 90,2% ຂອງແຜນການ, ຮັບປະກັນການຕອບສະໜອງຊີ້ນ, ປາ ແລະໄຂ່ໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ.

 ສຳລັບການຈັດເກັບລາຍຮັບໃນປີ 2020 ໃນທົ່ວແຂວງສາມາດປະຕິບັດໄດ້ທັງໝົດ 1.363,79 ຕື້ກີບ, ເທົ່າກັບ 98,74%ຂອງແຜນການດັດແກ້ໃນນີ້ລາຍຮັບຂອງສູນກາງປະຕິບັດໄດ້ 766,77 ຕື້ກີບ, ເທົ່າກັບ 95,99%, ສຳລັບລາຍຮັບພູດຂອງທ້ອງຖິ່ນສາມາດບັນລຸໄດ້ 597,02 ຕື້ກີບ, ເທົ່າກັບ 102,50% ຂອງແຜນ ການດັດແກ້ໃນນີ້ເມືອງທີ່ປະຕິບັດໄດ້ລື່ນແຜນການແມ່ນເມືອງວິລະບູລີ,ເທົ່າກັບ 100,58%, ເມືອງທີ່ເກີນ 90% ຂຶ້ນໄປມີ 8 ເມືອງຄື: ເມືອງພີນ,ເຊໂປນ, ນອງ, ຈຳພອນ, ຊົນນະບູລີ, ອາສະພອນ ໄຊພູທອງ ແລະພະລານໄຊ, ເມືອງທີ່ປະຕິບັດເກີນ 80% ຂຶ້ນໄປມີນະຄອນໄກສອນ ພົມວິຫານ, ອຸທຸມພອນ, ອາດສະພັງທອງ, ທ່າປາງທອງ, ສອງຄອນ ແລະໄຊບູລີ.

  ທາງດ້ານລາຍຈ່າຍປະຈຳປີ 2020 ປະຕິບັດໄດ້ທັງໝົດ 778,81 ຕື້ກີບ, ເທົ່າກັບ 96,85% ຂອງແຜນການດັດແກ້ດ້ານການດຸ່ນດ່ຽງງົບປະມານນີ້ແຜນການດຸ່ນດ່ຽງຂອງສູນກາງໃນປີ 2020 ແຂວງສະຫວັນນະເຂດຂາດດຸນຕາມແຜນການ, ຂາດດຸນຕາມແຜນການປີ 221,64 ຕື້ກີບ.

  ຈາກນີ້, ໃນພິທີຍັງຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ແລະເຈາະຈີ້ມຈາກປະທານກອງປະຊຸມ ແລະຈາກພາກສ່ວນຕ່າງໆ ໃນທົ່ວແຂວງພ້ອມທັງຮັບຟັງການຊີ້ ແຈງໃນບັນຫາທີ່ພາກສ່ວນຕ່າງໆຍົກຂຶ້ນມາທັງນີ້ກໍ່ເພື່ອນຳໄປປັບປຸງແກ້ໄຂໃນຕໍ່ໜ້າແນໃສ່ເຮັດໃຫ້ວຽກງານແຜນການ-ການລົງທຶນ ແລະ ການເງິນຂອງແຂວງບັນລຸສຳ ເລັດຕາມແຜນການວາງໄວ້.