ເຊກອງ ສະຫຼຸບວຽກແຜນການລົງທຶນ ແລະການເງິນ

  ວັນທີ 25 ກຸມພາຜ່ານມາພະແນກແຜນການ ແລະການລົງທຶນຮ່ວມກັບພະແນກການເງິນ ແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານແຜນການ-ການລົງ ທຶນ ແລະການເງິນປະຈໍາປີ 2020 ແລະວາງທິດທາງປະຈໍາປີ 2021 ຂຶ້ນທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆ ເຊກອງ, ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງ, ມີຮອງເຈົ້າເມືອງ, ຫົວໜ້າພະແນກ, ຫົວໜ້າຫ້ອງການຂັ້ນເມືອງ, ຫົວໜ້າຂະແໜງ, ວິຊາການທັງສອງພະແນກການ, ພ້ອມດ້ວຍຫົວໜ້າ-ຮອງພະແນກການ ແລະຂະແໜງການທີ່ກ່ຽວຂ້ອງຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

   ທ່ານ ຂັນຕີ ສີລະວົງສາ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງການຜ່ານບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020 ແລະ ທິດ ທາງແຜນການປະຈໍາປີ 2021, ຜ່ານບົດສະຫຼຸບແຜນງົບປະມານແຫ່ງລັດປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021, ຜ່ານບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະຜ່ານຄໍາແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021 ພ້ອມກັນນີ້ຜູ້ເຂົ້າຮ່ວມຍັງຈະໄດ້ປະກອບຄໍາຄິດຄໍາເຫັນໃສ່ວຽກງານທີ່ກ່ຽວຂ້ອງກັບວຽກງານແຜນການ-ການລົງທຶນ ແລະ ວຽກງານການເງິນຊຶ່ງໄດ້ເນັ້ນໃສ່ຂະແໜງການຕ່າງໆ ລົງເລິກບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະບັນດາວິທີການໃນການແກ້ໄຂໃນຕໍ່ໜ້າເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນປີ 2021 ໃຫ້ມີປະສິດທິຜົນສູງກວ່າເກົ່າ.

  ພ້ອມນີ້ທ່ານຮອງເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນບາງບັນຫາທີ່ເຫັນວ່າຍັງບໍ່ທັນຈະແຈ້ງເພື່ອເປັນປະ ໂຫຍດໃຫ້ແກ່ການປັບປຸງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດໂດຍສະເພາະໃນປະຈຸບັນທີ່ພວກເຮົາຕ້ອງປະເຊີນກັບບັນຫາແລະສິ່ງທ້າທ້າຍພາກພາຍໃນ ແລະພາຍນອກຫຼາຍປະການ, ເຮັດແນວໃດພວກເຮົາຈະຜ່ານຜ່າບັນຫາຕ່າງໆ ແລະ ຈັດຕັ້ງປະຕິບັດວຽກງານແຜນການ-ການ ເງິນໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ ແລະທ່າແຮງທັງເປັນການປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງພວກເຮົາໃຫ້ນັບມື້ນັບດີຂຶ້ນ.

ຂ່າວພຸດທະສອນ