ເຄເອັດຮ່ວມທິດາວັນ ເຊັນສັນຍາຈຳໜ່າຍຜະລິດຕະພັນສູ່ຕະຫຼາດ

  ວັນທີ່ 24 ຜ່ານມາບໍລິສັເດ ເຄເອັດແອວ ຈຳກັດຮ່ວມກັບບໍລິສັດ ທິດາວັນ ເຊັນສັນຍາຈຸດປະສົງແມ່ນເຊັນສັນຍາເພື່ອໃຫ້ບໍລິສັດ ທິດາວັນ ເປັນຕົວແທນຈໍາໜ່າຍຢ່າຂ້າເຊື້ອຍີ່ຫໍ້ໂນວາເຊັບ ແລະຂະຫຍາຍຕະຫຼາດໃຫເຖິງປະຊາຊົມຜູ້ຊົມໃຊ້ໂດຍໃຫ້ກຽດຮ່ວມທ່ານ ວາດສະໜາ ຊີນນະລາດ ປະທານບໍລິສັດເຄເອັດແອວ,ທ່ານ ປຸກ ຕະມ່ອງ CEO ບໍລິສັດ ທິດາວັນ ພ້ອມດ້ວຍພະນັກງານ 2 ຝ່າຍ ເຂົ້າຮ່ວມສັກຂີພະຍານ.

  ສຳລັບຢ່າຂ້າເຊື້ອຍີ່ຫໍ້ໂນວາເຊັບນໍ້າຢາຂ້າເຊື້ອໂລກ (NOVA SEPT) ໃຊ້ສຳລັບຂ້າເຊື້ອລາ, ເຊື້ອແບ໊ກທີເລຍ ແລະເຊື້ອໂລກຕ່າງໆ, ຢາຂ້າເຊື້ອຊະນິດນີ້ແມ່ນນັກປາດຂອງປະເທດລັດເຊຍເປັນຜູ້ຄົ້ນຄິດຂຶ້ນມາແລ້ວນຳມາຜະລິດໃຫ້ສຳລັບນັກບິນອາວະກາດໄດ້ນຳເອົາຂຶ້ນໄປໃຊ້ເພື່ອປີ່ນປົວພະຍາດໃນຍາມເຈັບປ່ວຍຢູ່ທີ່ສະຖານີຍານອາວະ ກາດນອກໂລກ,ໂດຍໃຊ້ນໍ້າຢາຂ້າເຊື້ອໂລກຊະນິດນີ້ພຽງຊະນິດດຽວ (1 ກວດ) ກໍສາມາດປີ່ນປົວພະຍາດຊະນິດຕ່າງໆ ໄດ້ໃນເວລາມີອາການເຈັບປ່ວຍຢູ່ເທິງຍານອາວະ ກາດເຊັ່ນ: ຫູອັກເສບ, ຫູເປັນໜອງ,ເຈັບຕາ, ຕາອັກເສບ, ຕາໄດ້ຮັບບາດເຈັບຈາກຄັວນທູບຈອດ, ສິວອັກເສບ, ຊ່ອງປາກອັກເສບທີ່ເກີດຈາກການໄສຍະກຳແຂ້ວ, ໄສຍະກຳຄາງ ແລະເຫງືອກອັກເສບ, ອັກເສບລຳຄໍ, ອາມິດານສາມາດລົດອາການປາກມີກິ່ນເໝັນ, ປອດອັກເສບ, ໄອຊຳເຮື້ອເລື້ອລັງ, ຕັບອັກເສບ. ຫອນໄກ່, ຮູທະວານອັກເສບ.

 ແຜຜຸພອງ, ແຜອັກເສບ,ຕຸ່ມເປື່ອຍເປັນໜອງ, ແຜໄຟໄໝ້-ນໍ້າຮ້ອນລວກແຜສົດ,ແຜຜ່ານການຜ່າຕັດຂະໜາດນ້ອຍ, ແຜທີ່ໄດ້ຮັບຈາກການບາດເຈັບ, ແຜເປື່ອຍ-ແຜກົດທັບໂລກຜິວໜັງທຸກຊະນິດ, ຜູ້ຍິງເປັນລົງຂາວ, ລົງຂາວຊຳເຮື້ອເລື້ອລັງ, ມີກີ່ນເໝັນ,ຢັບຢັ້ງບາດເຊື້ອມະເລັງໃນປາກມົດລູກ,ຕ້ານການຕິດເຊື້ອໂລກຈາກການມີເພດສຳພັນທາງເພດ,ຊ່ວຍລົດອາການມີກີ່ນເໝັນສາບທີ່ເກີດຢູ່ໃນຂີ້ແຮ້ (ຫວ່າງແຂນທັງຍິງແລະຊາຍ,ປ້ອງກັນພະຍາດໂຄວິດ 19 ິທີໃຊ້ແບບສະເປສີດໃສ່ບາດ ແຜທີ່ມີອາການ, ສີດເຂົ້າຊ່ອງປາກ, ສີດເຂົ້າໃນຊ່ອງຄອດ.

ຂ່າວບຸນນິກ