ອົງການກວດສອບປະຈຳພາກເໜືອ ເຫັນລາຍຮັບບໍ່ມອບ 71,72 ຕື້ກີບ

   ອົງການກວດສອບປະຈໍາພາກເໜືອທີ່ແຂວງຫຼວງພະບາງໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ຂຶ້ນໃນຕອນບ່າຍວັນທີ 25 ກຸມພາ 2021 ທີ່ຫ້ອງປະຊຸມອົງການກວດສອບແຫ່ງລັດໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ປະທານອົງການກວດສອບປະຈໍາພາກເໜືອພ້ອມດ້ວຍພະນັກງານອົງການກວດສອບປະຈໍາພາກເໜືອເຂົ້າ ຮ່ວມ.

 ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ປະທານອົງການກວດສອບປະຈໍາພາກເໜືອໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2020 ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາອົງການກວດສອບປະຈໍາພາກເໜືອໄດ້ສ້າງຜົນສຳເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນສຳເລັດການຈັດຕັ້ງປະຕິບັດແຜນການກວດສອບທັງໝົດ 21 ເປົ້າໝາຍ, ສຳເລັດການກວດສອບບົດສະຫຼຸບຂາດຕົວ 8 ເປົ້າໝາຍລວມມີ 147 ຫົວໜ່ວຍ, ກວດສອບເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາໄດ້ 7 ເປົ້າໝາຍລົງເກັບກຳຂໍ້ມູນໂຄງການລົງທຶນຂອງລັດ 1 ໂຄງການ ແລະ ສາມາດກວດສອບເຫັນລາຍຮັບເພີ່ມທີ່ບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດຈຳນວນ 71,72 ຕື້ກີບ, ກວດສອບເຫັນໜີ້ທີ່ຕ້ອງຮັບບໍ່ສາມາດເລັ່ງທວງໄດ້ 287,28 ຕື້ກີບ ແລະຈາກການຈ່າຍລວງໜ້າໃນລະບົບຄັງເງິນແຫ່ງຊາດປະຈຳແຂວງ(6 ແຂວງ) ມີ 95,09 ຕື້ກີບ,ຍອດເຫຼືອໃນບັນຊີເງິນຝາກກົມກອງບໍລິການວິຊາການສະສົມຮອດທ້າຍປີ 2019 ຈຳນວນ 5,14 ຕື້ກີບສຳເລັດການດຳເນີນການກວດສອບ, ສະ ຫຼຸບສັງລວມຜົນການກວດສອບ ແລະ ເຊັນຮັບຮອງບົດບັນທຶກຜົນການກວດສອບ 15 ເປົ້າໝາຍ, ລົງເກັບກຳຂໍ້ມູນໂຄງການກໍ່ສ້າງຫໍວັດທະນະທຳແຂວງຊຽງຂວາງໄດ້ສຳເລັດ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ II ໃນຂັ້ນຂອງຕົນ ແລະ ກອງປະຊຸມປະຈຳປີ 2020 ສຳເລັດ, ໄດ້ເອົາໃຈໃສ່ເລືອກເຟັ້ນເອົາພະນັກງານໄປຍົກລະດັບດ້ານທິດສະດີ-ການເມືອງ ແລະດ້ານວິຊາສະເພາະຢ່າງເປັນລະບົບ ແລະສຳເລັດການປະເມີນຜົນງານປະຈຳປີ 2020 ແລະ ປະເມີນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດ ທະນາພ້ອມນັ້ນຍັງໄດ້ມີການມອບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນເຫື່ອແຮງ ແລະສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານປະຈໍາປີ 2020ຕື່ມອີກ.

  ຕອນທ້າຍພິທີ ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດໄດ້ມີຄໍາເຫັນໂອ້ລົມຕໍ່ພິທີຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງອົງການກວດສອບຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ປັບປຸງກົງຈັກການຈັດຕັ້ງຊັບຊ້ອນພະນັກງານບັນຈຸເຂົ້າໃນວຽກງານວິຊາສະເພາະຕາມຄວາມເໝາະສົມ, ຊຸກຍູ້ສົ່ງເສີມແລະສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນໄດ້ມີໂອກາດຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກ ແລະຂະຫຍາຍມະຫາຊົນຜູ້ທີ່ມີຄວາມກ້າວໜ້າເປັນສະມາຊິກພັກໃຫ້ມີຈຳນວນເພີ່ມຂຶ້ນໃນແຕ່ລະປີ. ພ້ອມນັ້ນ ທ່ານຍັງຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອ, ເອົາໃຈໃສ່ປະຕິບັດໜ້າທີ່ໆໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ຂ່າວສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ