ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມອົງການແມ່ຍິງບັນດາພັກການເມືອງ

  ໃນວັນທີ 24 ກຸມພາ 2021 ຄະນະຜູ້ແທນພັກ ປປ ລາວ ນໍາໂດຍສະຫາຍ ນາງບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງອົງການແມ່ຍິງບັນດາພັກການເມືອງໃນອາຊີ ໄອແຄັບ ຫຼື ICAPP ຜ່ານວິດີໂອທາງໄກ,

  ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍອົງການແມ່ຍິງໄອແຄັບ ແລະກອງເລຂາໄອແຄັບພາຍໃຕ້ຫົວຂໍ້ຕົ້ນຕໍຄື: “ການເພີ່ມຂີດຄວາມສາມາດໃຫ້ແກ່ແມ່ຍິງໃນໄລຍະໂຄວິດ-19 ແລະຫຼັງໂຄວິດ-19” ແລະ2 ຫົວຂໍ້ຍ່ອຍຄື: 1) ຄວາມບໍ່ໝັ້ນຄົງທາງເສດຖະກິດສໍາລັບແມ່ຍິງຍ້ອນໂຄວິດ-19 ການຫຼຸດຜ່ອນຜົນກະທົບໃນທາງລົບ ແລະ ບໍ່ດູນດ່ຽງທາງດ້ານເສດຖະກິດຕໍ່ແມ່ຍິງທີ່ເກີດຈາກພະຍາດໂຄວິດ-19 ແລະ2) ການໃຊ້ຄວາມຮຸນແຮງບົນພື້ນຖານເພດ-ການປ້ອງກັນ ແລະແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຄອບຄົວ, ຊຶ່ງຜູ້ແທນຈາກ 32 ພັກການເມືອງຈາກ 22 ປະເທດໃນອາຊີຈາກອົງການແມ່ຍິງຂອງສະຫະປະຊາຊາດ (UN Women), ຄະນະກຳມາທິການເສດຖະກິດ-ສັງຄົມຂອງອົງການສະຫະປະຊາຊາດປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP),ອົງການກອງປະຊຸມບັນດາພັກການເມືອງໃນອາເມລິກາລາຕິນ ແລະກາຣາອິບ (COPPPAL) ແລະສະພາວັດທະນະທຳອາຊີໄອແຄັບ (ACC) ເຂົ້າຮ່ວມ.

  ໃນກອງປະຊຸມດັ່ງກ່າວ, ສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຮ່ວມຈັດກອງປະຊຸມດັ່ງກ່າວຂອງອົງການແມ່ຍິງໄອແຄັບ ແລະ ກອງເລຂາໄອແຄັບ ແລະ ໄດ້ຍົກໃຫ້ເຫັນເຖິງການ ໃຫ້ຄວາມສຳຄັນຂອງພັກ ປປ ລາວ ແລະລັດຖະບານ ສປປ ລາວ ຕໍ່ການປ້ອງກັນ ແລະແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງເປັນຕົ້ນການຈັດຕັ້ງປະຕິບັດແຜນ ດຳເນີນງານແຫ່ງຊາດທີ່ກ່ຽວພັນກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະເດັກ ແລະການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະຕໍ່ເດັກໄລຍະ 2016-2020; ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະບັນດາແຜນງານທີ່ຕິດພັນກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ; ໂຄສະນາເຜີຍແຜ່ ແລະຊຸກຍູ້ການປະຕິບັດນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານແມ່ຍິງສ້າງຄວາມເຂັ້ມແຂງ ແລະ ຕິດຕາມປະເມີນຜົນວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາຢູ່ໃນ ຄອບຄົວ ແລະສັງຄົມ ແລະການບໍລິການຊ່ວຍເຫຼືອທີ່ຈໍາເປັນ ແລະມີຄຸນນະພາບໃຫ້ແກ່ແມ່ຍິງ ແລະເດັກຍິງທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງໂດຍສະເພາະແມ່ຍິງທີ່ ຢູ່ເຂດຫ່າງໄກສອກຫຼີກ; ປຸກລະດົມປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີຄວາມເປັນເຈົ້າການໃນການປ້ອງກັນ ແລະ ແກ້ໄຂເພື່ອບໍ່ໃຫ້ເກີດຄວາມ ຮຸນແຮງໂດຍເລີ່ມຈາກການປັບປ່ຽນທັດສະນະຄະຕິບໍ່ໃຫ້ມີການຈຳແນກຄວາມສະເໝີພາບຍິງ-ຊາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງເໝາະສົມສ້າງ ຄວາມເຂັ້ມແຂງໃຫ້ກົນໄກຕິດຕາມຊຸກຍູ້ ແລະການບັງຄັບໃຊ້ກົດໝາຍທີ່ຕິດພັນກັບຄວາມສະເໝີພາບຍິງ-ຊາຍ, ສົນທິສັນຍາ ຊີດໍ (CEDAW); ສ້າງຄວາມເຂັ້ມແຂງໃນການສ້າງ ແລະນໍາໃຊ້ສະຖິຕິຄວາມສະເໝີພາບຍິງ-ຊາຍຂອງບັນດາຂະແໜງການ ແລະທ້ອງຖິ່ນ.

  ບັນດາຜູ້ແທນກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາຖະແຫຼງການຂອງກອງປະຊຸມອົງການແມ່ຍິງໄອແຄັບກ່ຽວກັບການເພີ່ມຂີດຄວາມສາມາດຂອງແມ່ຍິງໃນໄລຍະໂຄວິດ-19 ແລະຫຼັງໂຄວິດ-19, ຊຶ່ງເນື້ອໃນສໍາຄັນແມ່ນໄດ້ຮຽກຮ້ອງໃຫ້ບັນດາລັດຖະບານ ແລະ ພັກການເມືອງໃນອາຊີກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະແຜນງານທີ່ຕອບສະໜອງຕໍ່ຄວາມສະເໝີພາບຍິງ-ຊາຍເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງແມ່ຍິງ, ການປ້ອງກັນ ແລະແກ້ໄຂການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະເດັກບົນພື້ນຖານເພດໃນລະດັບຄອບຄົວ ແລະສັງຄົມ;ຢືນຢັນຄວາມໝາຍໝັ້ນໃນການສືບຕໍ່ການເປັນຄູ່ຮ່ວມມືສາກົນເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ  ແລະເພີ່ມຂີດຄວາມສາມາດຂອງແມ່ຍິງ.